ຊາປ່າ ຊ່ວຍສົ່ງເສີມເສດຖະກິດທ້ອງຖິ່ນອະນຸຮັກຊີວະນາໆພັນ

Andy Souvanphakdy
ຊາປ່າ ໜຶ່ງໃນພືດທີ່ເປັນທ່າແຮງຫຼັກຂອງແຂວງຊຽງຂວາງ ຊ່ວຍສົ່ງເສີມເສດຖະກິດທ້ອງຖິ່ນ ແລະ ຍັງຊ່ວຍອະນຸຮັກຊີວະນາໆພັນອີກດ້ວຍ
ຊີວະນາໆພັນກະສິກຳ
phakhaolao.la

ຊາແມ່ນພືດທີ່ເປັນທ່າແຮງຫຼັກໃນການຜະລິດເປັນສິນຄ້າຂອງແຂວງຊຽງຂວາງ

ໃນປີ 2019 ການປູກຊາທົ່ວແຂວງຊຽງຂວາງ ມີ 5 ເມືອງ ລວມທັງໝົດ 3.400 ເຮັກຕາ ເຊິ່ງ 2.900 ເຮັກຕາເປັນຊາປ່າ. ການຜະລິດຊາປ່າໃນພູສັນໃນຮັບຄວາມນິຍົມຈາກຜູ້ປະກອບການທາງຈີນ ແລະ ໄດ້ສົ່ງອອກປະມານ 80%, ກຳລັງການຜະລິດໃນປີ 2019  ສາມາດຜະລິດຊາດິບໄດ້ຫຼາຍກວ່າ 100 ໂຕນ ແລະ ຊາແຫ້ງຫຼາຍກວ່າ 20 ໂຕນ. ນອກນັ້ນ ຜູ້ຜະລິດໄດ້ມີການປັບປຸງເຕັກນິກການປຸງແຕ່ງ ທີ່ໄດ້ມາດຕະຖານ ເຊິ່ງເຮັດໃຫ້ມີທາງເລືອກຫຼາຍຂຶ້ນ ບໍວ່າຈະຂາຍເປັນຊາດິບ ຫຼຶ ຊາແຫ້ງເຊັ່ນ ເປັນຜູ້ປະກອບການຂະໜາດນ້ອຍ. ດັ່ງນັ້ນຈຶ່ງເວົ້າໄດ້ວ່າເຮັດໃຫ້ ການຜະລິດຊາກາຍເປັນໜຶ່ງທ່າແຮງທີ່ສາມາດສ້າງເງື່ອນໄຂໃຫ້ບັນດາບ້ານທີ່ຢູ່ໃກ້ຄຽງໄດ້ເຊັ່ນດຽວກັນ

phakhaolao.la

 

ທ່ານນາງ ຈັນທະລີ ສີຟອງໃສ ຫ້ອງຫົວໜ້າຂະແໜງກະສິກຳ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ສຳພາດວ່າ "ການຜະລິດຊາໄດ້ສ້າງຄວາມປ່ຽນແປງໃຫ້ຊາວກະສິກອນ ໂດຍຫັນຈາກການສ້າງລາຍຮັບພຽງ 5.000.000 ກີບຕໍ່ຄອບຄົວໃນໜຶ່ງປີ ມາເປັນ 59.000.000 ກີບຕໍ່ຄອບຄົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນ ລວມທັງທີ່ຢູ່ອາໄສຖະໜົນຫົນທາງ, ການເດີນທາງຄົມມະນາຄົມຂົນສົ່ງ. ດັ່ງເຊັ່ນ ບ້ານອໍອັ້ນ ເຊິ່ງເປັນບ້ານທີ່ເຮັດກາຜະລິດຊາເປັນອາຊີບຫຼັກ ເນື່ອງຈາກຢູ່ຕິດກັບພູຊັນໃຫ່ຍ ເຊິ່ງເປັນສະຖານທີ່ ທີ່ມີເງື່ອນໄຂອັນເໝາະສົມສຳລັບການຜະລິດຊາ ທັງລະດັບຄວາມສູງໜ້ານໍ້າທະເລ ສະພາບອາກາດ ຄວາມອຸດົມສົມບູນຂອງປ່າ"

phakhaolao.la

 

ທ່ານ ຕົງຊົວ ມົວ ນາຍບ້ານ ບ້ານອໍອັ້ນ ໄດ້ໃຫ້ຂໍ້ມູນວ່າ: "ການຜະລິດຊາໄດ້ຊ່ວຍໃຫ້ຊາວກະສິກອນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຫັນມາອະນຸລັກຮັກສາປ່າໄມ້ ແລະ ຊີວະນາໆພັນຫຼາຍຂຶ້ນ ເນື່ອງຈາກສິ່ງເຫຼົ່ານີ້ມີຄວາມສຳຄັນຫຼາຍໃນການຜະລິດຊາ"

ເພື່ອສົ່ງເສີມການຜະລິດຊາໃຫ້ມີຄວາມຍືນຍົງ ໄດ້ມີໂຄງການເຂົ້າມາສົ່ງເສີມເຊັ່ນ ໂຄງການ LURUS ໄດ້ສົ່ງເສີມໃຫ້ປະຊາຊົນປູກຊາສັບວ່າງກັບຕົ້ນໄມ້ໃຫ້ໝາກ ເພື່ອໃຫ້ຊາວກະສິກອນມີຫຼາຍຮັບເພີ່ມເຕີມນອກຈາກການຜະລິດຊາ ກໍສາມາກຂາຍໝາກໄມ້ ຫຼຶ ພືດຊະນິດອື່ຍໄດ້, ຕາມລະບົບນີ້ສາມາດຮັກສາສະພາບແວດລ້ອມ ແລະ ຮັກສາຕົ້ນໄມ້ ຖືວ່າເປັນການສ້າງລາຍຮັບທີ່ຍືນຍົງ

ການປະກອບສ່ວນ