ຄວາມເປັນມາຂອງໝາກເບັງກັບຮີດຄອງປະເພນີຂອງລາວ

bouavone
ສວຍງາມແບບລຽບງ່າຍ
www.phakhaolao.la

 

ເປັນທີ່ຮູ້ນຳກັນແລ້ວວ່າ ຄົນລາວຊາວພຸດທັງຫຼາຍ ເມື່ອຮອດວັນພະ-ວັນສິນ ຫຼື ການໄປກາບໄຫວ້ຊັກກະລະບູຊາ ພະສົງອົງພະເຈົ້າ ແລະ ສິ່ງສັກສິດຕ່າງໆຢູ່ໃນວາອາຮາມ ແລະ ບ້ານເຮືອນຂອງຕົນຕາມຄວາມເຊື່ອສັດທາສິ່ງທີ່ຂາດບໍ່ໄດ້ນັ້ນກໍຄື ດອກໄມ້ທູບທຽນ ແລະ ເຄື່ອງບູຊາຕ່າງໆ ໂດຍສະເພາະແມ່ນ ໝາກເບັງ.

ເມື່ອເວົ້າເຖິງ ເຄື່ອງກາບໄຫວ້ບູຊາ ໃນວັດວາອາຮາມ ນອກຈາກຈະມີດອກໄມ້ທູບທຽນແລ້ວ ຂັນໝາກເບັງ ກໍ່ເປັນອີກໜື່ງຢ່າງທີ່ຂາດບໍ່ໄດ້ ເຊິ່ງຈະເຮັດດ້ວຍໃບຕອງ ດອກໄມ້ຕ່າງໆເຊັ່ນ ດອກດາວເຮືອງ, ດອກຮັກ, ດອກຈຳປາ, ດອກສາມປີ ແລະ ອື່ນໆ ເຊິ່ງໝາກເບັງທີ່ຄົນມັກເຮັດນັ້ນກໍແລ້ວແຕ່ຕາມຄວາມເໝາະສົມ ແລະ ຕາມຄວາມສະດວກຂອງແຕ່ລະຄົນເຊັ່ນ: ໝາກເບັງ 3 ກາບ, 5 ກາບ, 9 ກາບ ແລະ 15 ກາບ ເມື່ອສັງເກດແລ້ວ ຈະເຫນໄດ້ວ່າຈຸດພິເສດຂອງການເຮັດກາບໝາກເບັັງແມ່ນ ຈະເປັນເລກຄີກສະເໝີ

ຕາມການເລົ່າຂານກັນມາ ຂັນໝາກເບັງ ແມ່ນຕິດພັນກັບຊີວິດຄົນລາວພຸດຂອງພວກເຮົາ ມາເປັນໄລຍະເວລາຍາວນານ ຊຶ່ງປັດຈຸບັນຂັນໝາກເບັງ ແມ່ນໃຊ້ເຂົ້າໃນພິທີກຳຕ່າງໆເປັນຕົ້ນແມ່ນ ບູຊາພຣະ, ຖວາຍແດ່ພຣະສົງ, ເຮັດບຸນເຮືອນ ຕະຫຼອດຮອດງານມຸງຄຸນຕ່າງໆ ໃນນີ້ອະນິສົງຂອງການຖວາຍຂັນໝາກເບັງ ຕາມຄວາມເຊື່ອຂອງຊາວລາວເຮົາແມ່ນຈະໄດ້ໄປເກີດໃນສະຫວັນສະເຫວີຍສຸກກັບປະສາດ ຄືກັນກັບຂັນໝາກເບັງນັ້ນເອງ.

ດັ່ງນັ້ນ ການເຮັັດຂັນໝາກເບັງຈຶ່ງ ສາມາດເຫນຢູ່ເປັນປະຈໍາບໍ່ວ່າຈະເປັນຮີດຄອງປະເພນີ ຕະຫຼອດຮອດງານກິດຈະກໍາຕ່າງໆທາງສາສະໜາ ເປັນຕົ້ນກໍຄືສາສະໜາພຸດ ເວົ້າສະເພາະແມ່ນຊາວລາວເຮົານິຍົມໃຊ້ຊົມຊອບໃນການຜະລິດໝາກເບັງໃສ່ໃນງານຕ່າງໆ.

ມາຮອດນີ້ຫຼາຍຄົນອາດຈະສົງໄສວ່າເປັນຫຍັງຈຶ່ງເຫັນເພິ່ນນິຍົມເອົາດອກດາວເຮືອງ, ດອກມະລິ ນັ້ນກໍຍ້ອນວ່າ:

  • ດອກດາວເຮືອງ: ເນື່ອງຈາກວ່າເປັນດອກໄມ້ມຸງຄຸນອີກຊະນິດໜຶ່ງ ຕາມຄວາມເຊື່ອກ່ຽວກັບການປູກດອກດາວເຮືອງກໍຄື ຈະຊ່ວຍນໍາເງິນທອງ ເຂົ້າມາໃນເຮືອນ ເພາະສີເຫຼືອງທອງຂອງດອກດາວເຮືອງ ປຽບສະເໝືອນເງິນທອງ ເຕັມບ້ານເຕັມເຮືອນ ປຸກບໍລິເວນໜ້າບ້ານຫຼືບໍລິເວນເຮືອນໃຫ້ອອກດອກຫຼາຍໆ ຄ້າຍຄືກັບທົ່ງທອງທົ່ງຄຳ ຈະຊ່ວຍເຮັດໃຫ້ກິດຈະການ ຫຼື  ທຸລະກິດອັນໃດກໍຈະກ້າວໜ້າຂຶ້ນໄປເລື້ອຍໆ.
phakhaolao.la

 

  • ດອກມະລິ: ເປັນອີກຕົ້ນໄມ້ໜຶ່ງທີ່ຄົນນິຍົມພາກັນປູກ ເພື່ອຄວາມເປັນສິຣິມຸງຄຸນຢູ່ພາຍໃນເຮືອນ ນອກຈາກນີ້ດອກມະລິຍັງເປັນດອກໄມ້ທີ່ມີຄວາມຫອມ ແລະ ມີສີຂາວບໍລິສຸດ ຕາມຄວາມເຊື່ອອີກຢ່າງໜຶ່ງນັ້ນກໍຄືຊ່ວຍເຮັດໃຫ້ຈິດໃຈໃສບໍລິສຸດນັ້ນເອງ.
phakhaolao.la

 

ການປະກອບສ່ວນ