ຄວາມປອດໄພຂອງອາຫານເລີ່ມຈາກໃສ?

bouavone thipphavanh
ເຮັດແນວໃດເຮົາຈຶ່ງຈະສາມາດຮູ້ ແລະ ເລືອກບໍລິໂພກພືດຜັກທີ່ປອດໄພໄດ້ ນີ້ເປັນຄໍາຖາມທີ່ຫຼາຍໆຄົນເກີດຂໍ້ສົງໄສ ແລະ ຍັງບໍ່ທັນມີໃຜທີ່ສາມາດໃຫ້ຄໍາຕອບໄດ້ວ່າຕ້ອງເຮັດແນວໃດເຖິງຈະໄດ້ອາຫານທີ່ມີຄວາມປອດໄພ.
ຊີວະນາໆພັນກະສິກຳ
ຄວາມປອດໄພຂອງອາຫານເລີ່ມຈາກໃສ?
www.phakhaolao.la

ຄວາມປອດໄພຂອງອາຫານ ຫຼື ທີ່ເອີ້ນກັນວ່າ Food safety,  ອາຫານ ໝາຍເຖິງທຸກສິ່ງ ທຸກຢ່າງທີ່ເຮົາກິນ ແລະ ດື່ມເຂົ້າສູ່ຮ່າງກາຍເພື່ອຄໍ້າຈູນຊີວິດ. ສ່ວນ ຄວາມປອດໄພ ໝາຍເຖິງ ບໍ່ມີສິ່ງອັນຕະລາຍຕໍ່ຜູ້ບໍລິໂພກທີ່ເກີດຈາກສ່ວນປະກອບຕາມທໍາມະຊາດຂອງອາຫານ ຫຼື ພິດໄພທີ່ເກີດຈາກການກະທໍາຂອງມະນຸດ ດັ່ງນັ້ນ, ຄວາມປອດໄພຂອງອາຫານ (Food safety) ຈຶ່ງໝາຍເຖິງທຸກສິ່ງຢ່າງທີ່ເຮົາຈະນໍາມາບໍລິໂພກນັ້ນຈະຕ້ອງສະອາດ, ປອດໄພ, ອາຫານທີ່ເຂົ້າສູ່ຮ່າງກາຍກໍຕ້ອງບໍ່ມີອັນຕະລາຍຕໍ່ຮ່າງກາຍຂອງຜູ້ບໍລິໂພກ ລວມໄປເຖິງຂັ້ນຕອນໃນການປຸງແຕ່ງ ແລະ ການເລືອກຫາວັດຖຸດິບທີ່ສະອາດ ແລະ ປອດໄພ.

ປັດຈຸບັນເນື່ອງຈາກເສດຖະກິດ ແລະ ສັງຄົມມີການຂະຫຍາຍຕົວອອກຢ່າງກວ້າງຂວາງ, ວ່ອງໄວ ແລະ ມີເຕັກໂນໂລຢີທີ່ທັນສະໄໜນໍາມາໝູນໃຊ້ເຂົ້າໃນການຜະລິດອາຫານໃຫ້ມີຄວາມຫຼາກຫຼາຍຂຶ້ນເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ ແລະ ສາມາດຮັກສາອາຫານໄວ້ໄດ້ດົນ ທັງນີ້ກໍເພື່ອຊ່ວຍຫຼຸດຜ່ອນການຂາດແຄນສະບຽງອາຫານ ຊຶ່ງນໍາໄປສູ່ຄວາມບໍ່ປອດໄພຂອງອາຫານໂດຍສະເພາະແມ່ນບັນຫາສຸຂະພາບທີ່ອາຫານເປັນພິດ ໄດ້ສົ່ງຜົນເຮັດໃຫ້ຫຼາຍປະເທດທົ່ວໂລກເກີດມີຄວາມສົນໃຈ ແລະ ຫາທາງແກ້ໄຂບັນຫາດັ່ງກ່າວ.

ສິ່ງໜຶ່ງທີ່ຈະຊ່ວຍໃຫ້ເຮົາບໍລິໂພກອາຫານທີ່ປອດໄພນັ້ນ ມັນຕ້ອງເລີ່ມຈາກຕົວເຮົາເອງ ຊຶ່ງນີ້ກໍເປັນອີກທາງເລືອກໜຶ່ງທີ່ຊ່ວຍໃຫ້ເຮົາຮັບສານພິດໜ້ອຍລົງ:

  • ການເລືອກວັດຖຸດິບ

ຫາກກ່າວເຖິງການມີສຸຂະພາບທີ່ດີ ແລະ ແຂງແຮງ ເຊື່ອວ່າເປັນສິ່ງທີ່ຫຼາຍຄົນປາຖະໜາ ແຕ່ເຮົາຈະເຮັດແນວໃດໃຫ້ໄດ້ມາໃນສິ່ງທີ່ຕົນເອງປາຖະໜານັ້ນແມ່ນຂຶ້ນຢູ່ກັບຕົນເອງ ວ່າຄວນເຮັດສິ່ງໃດ ຫຼື ບໍ່ຄວນເຮັດສິ່ງໃດ ເພາະການທີ່ຈະໄດ້ສິ່ງທີ່ດີມາໃຫ້ຕົນເອງນັ້ນມັນຂຶ້ນຢູ່ກັບວິໄນ,​ຄວາມພະຍາຍາມ ລວມເຖິງພຶດຕິກຳການເລືອກຮັບປະທານອາຫານ, ຖ້າເຮົາເລືອກກິນສິ່ງທີ່ດີ ສິ່ງທີ່ມີປະໂຫຍດແນ່ນອນວ່າສຸຂະພາບທີ່ດີກໍຈະຕາມມາ ສະນັ້ນ, ຄວນເລືອກຜັກທີ່ສົດ, ໃໝ່ ແລະ ເລືອກຜັກທີ່ບໍ່ມີສິ່ງອື່ນປົນເປື້ອນຢູ່ນໍາ ບາງຄັ້ງຄວນເລືອກຜັກທີ່ມີການກັດເຈາະຂອງແມງໄມ້ເພື່ອໃຫ້ໄດ້ພືດຜັກທີ່ມີສານພິດໜ້ອຍ.

  • ການປຸງແຕ່ງ

ການປຸງແຕ່ງອາຫານເພື່ອໃຫ້ອາຫານສຸກ ແລະ ໄດ້ລົດຊາດຢ່າງທີ່ຕ້ອງການນັ້ນ ຕ້ອງໄດ້ເອົາໃຈໃສ່ໃນຂັ້ນຕອນການປຸງແຕ່ງເຊັ່ນກັນ ເພື່ອໃຫ້ໄດ້ອາຫານທີ່ປອດໄພ ຂັ້ນຕອນນີ້ຜູ້ປຸງແຕ່ງຕ້ອງມີຄວາມພິຖີພິຖັນສູງ ແລະ ເຮັດໃຫ້ຖືກຫຼັກສຸຂະອະນາໄມເພື່ອບໍ່ມີສານເປື້ອນຕົກຄ້າງຢູ່ໃນອາຫານ.

  • ການເລືອກບໍລິໂພກພືດຜັກ

ພືດຜັກແຕ່ລະຊະນິດຈະມີຊ່ວງເວລາການຈະເລີນເຕີບໂຕທີ່ແຕກຕ່າງກັນ ບາງຊະນິດສາມາດປູກໄດ້ຕະຫຼອດປີ ແລະ ມີຜັກຫຼາຍຊະນິດທີ່ເຕີບໂຕໃນບາງສະພາບອາກາດເທົ່ານັ້ນ. ຫາກຊາວກະສິກອນປູກຜັກຕາມລະດູການທີ່ເໝາະສົມພືດຜັກຊະນິດນັ້ນໆ ການຈະເລີນເຕີບໂຕຂອງຜັກກໍຈະສວຍງາມ ໂດຍທີ່ບໍ່ຈຳເປັນຕ້ອງນຳໃຊ້ປຸ໋ຍ, ຢາຂ້າແມງໄມ້ທີ່ມີສານເຄມີຕ່າງໆ ສະນັ້ນການເລືອກກິນຜັກ ແລະ ໝາກໄມ້ຕາມລະດູການ ເປັນອີກໜຶ່ງທາງທີ່ຈະຊ່ວຍຫຼຸດຜ່ອນການໄດ້ຮັບສານເຄມີ ແລະ ເຮັດໃຫ້ອາຫານປອດໄພຂຶ້ນ ສະນັ້ນພວກເຮົາຈຶ່ງນຳເອົາຜັກ ແລະ ໝາກໄມ້ແຕ່ລະຊະນິດທີ່ຄວນກິນໃນແຕ່ລະໄລຍະຮອບວຽນຂອງປີ: 

  • ເດືອນມີນາ - ພຶດສະພາ: ໝາກອຶ, ໝາກເຂືອ, ເຫັດເຟືອງ, ໝາກແຕງກວາ, ຜັກອີ່ຕູ່, ຫອມບົ່ວຫົວໃຫຍ່, ໝາກຜັກໃສ, ແຕງໂມອ່ອນ, ກະຈຽບຂຽວ, ຜັກຫວານປ່າ, ຜັກກາດນາ, ຜັກກະເພົາ, ໝາກຖົ່ວພູ, ໝາກເລັ່ນ, ໝາກນາວ, ຖົ່ວຝັກຍາວ, ໝາກແຄ້ງ...
  • ເດືອນມິຖຸນາ - ຕຸລາ: ໝາກແຄ້ງ, ກະຈຽບຂຽວ, ຜັກບົ້ງ, ຜັກຫົມ, ດອກປໍເທືອງ, ໝາກນ້ຳ, ຜັກຫວານບ້ານ, ຜັກຕຳນິນ, ຜັກໜອກ, ຜັກເນົ່າ, ໝາກໂຕ່ນ, ຜັກກະເພົາ, ຜັກກູດ, ຫົວປີ, ຫອມລາບ, ຖົ່ວຝັກຍາວ, ໜໍ່ໄມ້, ໝາກເລັ່ນນ້ອຍ, ຜັກບົ້ງນາ, ໝາກນາວ, ສາຍບົວ, ກຸ່ຍຊ່າຍດອກ ແລະ ໃບ, ຜັກປັງ...
  • ເດືອນ ພະຈິກ - ກຸມພາ: ສະລິງປິງ, ຜັກສະຫຼັດ, ຜັກກາດ, ດອກແຄ, ຜັກກວາງຕຸ້ງ, ຜັກອີ່ຮຸມ, ຜັກປັງ, ຜັກຊີ, ຜັກກາດນາ, ຜັກກະເພົາ, ຜັກກະຫຼ່ຳດອກ, ກະຫຼ່ຳປີ, ຖົ່ວລັນເຕົາ, ແຄລັອດ, ຜັກກາດຂາວ...

ຂໍ້ດີຂອງການກິນພືດຜັກຕາມລະດູການມີຫຍັງແດ່?

  1. ປະຢັດຄ່າໃຊ້ຈ່າຍ ເນື່ອງຈາກຜັກຕາມລະດູການຈະມີປະລິມານຫຼາຍ ແລະ ຄຸນນະພາບທີ່ດີກວ່າ ເຮົາຈຶ່ງສາມາດຊື້ຜັກໃນລາຄາຖືກກວ່າ ທີ່ສຳຄັນກໍຫາຊື້ໄດ້ງ່າຍ.
  2. ປອດໄພຕໍ່ສຸຂະພາບ ເພາະຜັກຕາມລະດູການແມ່ນ ຈະເລີນເຕີບໂຕ ແລະ ເກັບກ່ຽວຕາມທຳມະຊາດ ບໍ່ມີການໃຊ້ສານເຄມີໃນປະລິມານທີ່ຫຼາຍເກີນໄປ ຫຼື ອາດຈະບໍ່ໃຊ້ ເພາະປັດໄຈມີຄວາມເໝາະສົມແກ່ການຈະເລີນເຕີບໂຕ ຕ່າງຈາກຜັກທີ່ປູກນອກລະດູການທີ່ມີໂອກາດນຳໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງໄມ້ຫຼາຍກວ່າ.
  3. ບໍ່ຝືນທຳມະຊາດ ແລະ ລະບົບນິເວດ ເຊັ່ນໃນລະດູໜາວຜັກໃບຕ່າງໆຈະເຕີບໂຕໄດ້ດີເພາະມີແມງໄມ້ລົບກວນນ້ອຍ ຫາກນຳມາປູກລະດູຮ້ອນຜັກຈະບໍ່ທົນທານຕໍ່ໂລກລະບາດໄດ້ດີ.

ເປັນການສົ່ງເສີມຊາວກະສິກອນໃຫ້ມີທາງເລືອກໃນການປູກຜັກຫຼາຍຂຶ້ນ ເພື່ອເປັນການສົ່ງເສີມອາຊີບທີ່ໝັ້ນຄົງ ໄດ້ອາຫານທີ່ປອດໄພທັງຜູ້ບໍລິໂພກ ແລະ ຜູ້ຜະລິດ.

 

ການປະກອບສ່ວນ