ກິນຂີງມີຜົນດີແນວໃດຕໍ່ຮ່າງກາຍ?

bouavone
ຂີງເປັນສະໝຸນໄພທີ່ຄົນນິຍົມນໍາມາໃຊ້ເພີ່ມລົດຊາດໃຫ້ອາຫານຕະຫຼອດຮອດນໍາມາເປັນເຄື່ອງດື່ມເພື່ອສຸຂະພາບ
ເຮືອນຄົວລາວ
ກິນຂີງມີຜົນດີແນວໃດຕໍ່ຮ່າງກາຍ?
www.phakhaolao.la

     ການຮັບປະທານຂີງໃນປະລິມານຂະໜາດ 1,5 ຊັງຕີເເມັດໃນທຸກໆມື້ເປັນເວລາ 1 ເດືອນ ດ້ວຍວິທີການຕ່າງໆເຊັ່ນ: ການນໍາໄປປຸງອາຫານ, ນໍາໄປເຮັດເປັນເຄື່ອງດື່ມ ແລະ ອື່ນໆ ສົ່ງຜົນດີຕໍ່ຮ່າງກາຍຫຼາຍຢ່າງເຊັ່ນ:

  1. ຊ່ວຍຫຼຸດຜ່ອນຜົນຂ້າງຄຽງຈາກສານເຄມີທີ່ໃຊ້ໃນການຮັກສາພະຍາດມະເຮັງ.
  2. ດອກໃຊ້ເປັນຢາຍ່ອຍອາຫານ ແລະ ປົວທ້ອງບິດ. ຮາກ ແລະ ເຫງົ້າມີສ່ວນຊ່ວຍໃຫ້ຈະເລີນອາຫານດ້ວຍການໃຊ້ເຫງົ້າສົດນຳມາຕົ້ມກັບນ້ຳດື່ມກໍ່ຈະໄດ້ເປັນຢາຂົມຈະເລີນອາຫານ, ໃຊ້ແກ້ໄຂ້ດ້ວຍການນຳຂີງສົດມາຄັ້ນນ້ຳໃຫ້ໄດ້ປະມານເຄິ່ງຖ້ວຍແລ້ວປະສົມນ້ຳເຜີ້ງ 1 ບ່ວງກາເຟ ນຳມາຕົ້ມກັບນ້ຳ  2 ຖ້ວຍ ແລ້ວນຳມາດື່ມວັນລະ 3 ຄັ້ງ ຈະຊ່ວຍບັນເທົາອາການໄດ້.
  3. ຊ່ວຍແກ້ປັນຫາຜົມຫຼົ່ນ, ຫົວລ້ານດ້ວຍການນຳເຫງົ້າສົດໄປຂາງໄຟຈົນອຸ່ນແລ້ວນຳມາຕຳໃຫ້ແຫຼັກນຳມາປົກບໍລິເວນທີ່ມີຜົມຫຼົ່ນ ວັນລະ 2 ຄັ້ງຈົນອາການດີຂຶ້ນ ຫຼື ອີກວິທີກໍ່ຄືຄັ້ນເອົາສະເພາະນໍ້າຂີງມາປະສົມກັບນ້ຳມັນໝາກກອກແລ້ວນຳມາໝັກຜົມ, ນວດໃຫ້ທົ່ວຫົວປະມານ 30 ນາທີ ກໍ່ຊ່ວຍຫຼຸດປັນຫາຜົມຫຼົ່ນໄດ້ຄືກັນ ແຖມຍັງຊ່ວຍໃຫ້ຜົມງາມ, ແຂງແຮງ, ນຸ້ມ ແລະ ບໍ່ຂາດງ່າຍອີກດ້ວຍ.
  4. ແກ້ອາການຈຸກແໜ້ນ, ທ້ອງອືດ, ຂັບລົມໃນລຳໄສ້ດ້ວຍການນຳຂີງແກ່ມາທຸບພໍແຫຼກຖອກນ້ຳຮ້ອນລົງໄປເຄິ່ງຈອກແລ້ວປິດຝາຕັ້ງປະໄວ້ປະມານ 5 ນາທີ ແລ້ວນຳມາດື່ມລະຫວ່າງມື້ອາຫານ.

ອ້າງອີງ www.phakhaolao.la

ການປະກອບສ່ວນ