ການລ້ຽງໄຮແດງອາຫານສຳລັບລູກປາ

Sakhone INTHAVONG
ການລ້ຽງໄຮແດງດ້ວຍເຕັກນິກງ່າຍໆ
ຊີວະນາໆພັນກະສິກຳ
www.phakhaolao.la
https://sites.google.com/site/kvsdahwykeing/home/leiyng-ri-daeng-xea-wi-leiyng-lukpla-pla-hang-nk-yung-thi-pheing-keid-him

ໄຮແດງເປັນອາຫານລ້ຽງປາເສດຖະກິດຫຼາຍຊະນິດ, ເພາະໄຮແດງເປັນອາຫານທີ່ອຸດົມໄປດ້ວຍໂປຕິນ, ໄຂມັນ, ຄາໂບໄຮເດດ ແລະ ສານອາຫານຢ່າງຫຼວງຫຼາຍ ຈຶ່ງເໝາະແກ່ການນຳມາເປັນອາຫານປາ ເຊັ່ນ: ປາກະພົງ, ປາໝຶກ ແລະ ກຸ້ງກ້າມ

ການລ້ຽງໄຮແດງສາມາດເຮັດໄດ້ 2 ວິທີຄື:

  • ການລ້ຽງໄຮແດງແບບຊົ່ວຄາວ: ໂດຍການລ້ຽງໄວ້ໃນອ່າງ ເຊິ່ງເປັນວິທີທີ່ບໍ່ຕ້ອງໄດ້ລະວັງສັດຕູຂອງໄຮແດງ ເພາະສາມາເກັບໄດ້ ແລະ ນຳອອກມາເປັນອາຫານໄດ້ເລີຍ ແລະ ທັງໃຫ້ຈຳນວນໄຮແດງໃນປະລິມານທີ່ແນ່ນອນອີກດ້ວຍ.
  • ການລ້ຽງໄຮແດງແບບປົກກະຕິ: ເປັນວິທີທີ່ເຮົາສາມາດເກັບກູ້ໄດ້ຫຼາຍຄັ້ງ, ເຊິ່ງເປັນການລ້ຽງໃສ່ອ່າງປູນຊີເມນເຊັ່ນດຽວກັນ ແຕ່ຕ້ອງໄດ້ລະວັງສັດຕູພືດ ເພື່ອບໍ່ໃຫ້ເສຍປະລິມານຂອງໄຮແດງຫຼຸດລົງ.

ວິທີລ້ຽງ: ກ່ອນອື່ນແມ່ນໃຫ້ກຽມອ່າງປູນຊີເມນ, ຫາກຊື້ມາໃໝ່ແມ່ນໃຫ້ແຊ່ນ້ຳໄວ້ປະມານ 1-3 ອາທິດ ເພື່ອປັບລະດັບຄວາມເປັນກາງ ຫຼື ອີກວິທີໜຶ່ງແມ່ນການແຊ່ນ້ຳສົ້ມທຽມໂດຍການນຳໄປປະສົມກັບນ້ຳໃນອ່າງປະມານ 3-5 ວັນ ຫຼັງຈາກນັ້ນໃຫ້ປ່ອຍນ້ຳອອກແລ້ວຈຶ່ງເທນ້ຳໃສ່ອີກຄັ້ງແລ້ວແຊ່ໄວ້ປະມານ 24 ຊົ່ວໂມງ, ຫາກກໍລະນີເປັນອ່າງເກົ່າແລ້ວກໍພຽງແຕ່ລ້າງ ແລະ ຕາກແດດເພື່ອກຳຈັດສັດຕູຂອງໄຮແດງ, ສຳລັບການເທນ້ຳລົງໃນອ່າງແມ່ນຕ້ອງໄດ້ໃຊ້ຜ້າຕອງນ້ຳ ເພື່ອເປັນການກຳຈັດສັດຕູ ແລະ ສິ່ງເສດເຫຼືອຕ່າງໆທີ່ຈະສົ່ງຜົນເຖິງຄວາມເປັນດ່າງຂອງນ້ຳໄດ້, ສຳລັບນ້ຳແມ່ນໃຫ້ໃສ່ລົງອ່າງປະມານ 20-30 ຊັງຕີແມັດ, ຈາກນັ້ນໃຫ້ໃຊ້ປູນຂາວລະລາຍໃນນ້ຳເພື່ອຊ່ວຍຫຼຸດຄວາມເປັນກົດໃນນ້ຳ ແລ້ວຈຶ່ງໃຊ້ເຄື່ອງເປົ່າລົມເພື່ອເພີ່ມອອກຊີເຈນ ຫຼັງຈາກນັ້ນແມ່ນໃຫ້ນຳເຊື້ອໄຮແດງທີ່ກຽມໄວ້ລົງໃນປະລິມານ 30-40 ກຣາມ/ອ່າງ, ຈະສາມາດເກັບກ່ຽວໄດ້ເຖິງ 12 ກິໂລ/ຄັ້ງ, ທັງນີ້ໃນທຸກໆມື້ກໍພຽງໃຫ້ອາຫານແກ່ໄຮແດງ (ອາຫານປະສົມ, ຈຸລິນຊີ ) ພ້ອມທັງປ່ຽນນ້ຳໃໝ່ທຸກໆ 2-3 ມື້.

ທີ່ມາ: kaset

ການປະກອບສ່ວນ