ການປູກພືດປະສົມປະສານ ແລະ ພືດໝູນວຽນ

Sakhone INTHAVONG
ການປູກພືດປະສົມປະສານ ແລະ ພືດໜູນວຽນແມ່ນຫຍັງ?
ແນະນຳວິທີເຮັດ
ການປູກພືດປະສົມປະສານ ແລະ ພືດໝູນວຽນ
phakhaolao.la

ການປູກພືດປະສົມປະສານ

ແມ່ນການນຳພືດທີ່ຕ່າງຊະນິດມາປູກໃກ້ກັນ ເພື່ອເປັນການນໍາໃຊ້ພື້ນທີ່ດິນໃຫ້ເກີດປະໂຫຍດສູງສຸດ ແລະ ເປັນການປ້ອງກັນໂຄງສ້າງຂອງດິນ ແລະ ຕົ້ນພືດ, ການນໍາເອົາພືດທີ່ມີຄວາມຕ້ອງການອາຫານທີ່ແຕກຕ່າງກັນມາປູກລວມກັນ ຈະຊ່ວຍຫຼຸດຜ່ອນການຍາດແຍ່ງອາຫານກັນລະຫວ່າງພືດ. ດ້ານລຸ່ມນີ້ຄືບາງຂໍ້ແນະນໍາ ຫຼື ແນວຄິດໃນການນຳພືດທີ່ມີຄວາມຕ້ອງການແຕກຕ່າງກັນມາປູກໃກ້ຄຽງກັນ.

 

  1. ການປູກພືດຕົ້ນສູງໃກ້ກັບພືດຕົ້ນເຕ້ຍເຊັ່ນ: ປູກສາລີປົນກັບກະລໍາປີ, ປູກຜັກກາດນາ ຫລື ບ໊ອກຄ໌ລີ ປົນກັບຜັກຫົມ, ຜັກສະຫຼັດ ແລະ ປູກຕົ້ນໄມ້ກິນຫມາກໃກ້ກັບພືດຜັກ.
  2. ປູກພືດປະເພດຮາກຍາວໃກ້ກັບພືດປະເພດຮາກສັ້ນເຊັ່ນ: ຕົ້ນຜັກອີ່ຮຸມ ຫຼື ຕົ້ນແຄກັບຜັກກະເພົາ, ຜັກອີ່ຕູ່.
  3. ປູກພືດປະເພດເຄືອໃກ້ກັບພືດຊະນິດຢັ່ງຜົນລົງດິນເຊັ່ນ: ປູກຖົ່ວຍາວ ຫຼື ສາລີໃກ້ກັບຜັກສະຫຼັດ, ຜັກບົວ.
  4. ປູກພືດໃບກ້ວາງໃກ້ກັບພືດໃບແຄບເຊັ່ນ: ປູກກະຫຼໍ່າປີໃກ້ກັບກະລົດ (ແຄຣອດ).
  5. ການປູກພືດປະສົມປະສານມີຄວາມສຳຄັນໃນການນຳໃຊ້ພື້ນທີ່ຫວ່າງຢ່າງເຕັມທີ່ ພ້ອມທັງຊ່ວຍປົກປ້ອງໂຄງສ້າງຫນ້າດິນ ແລະ ພືດຜັກ.

ການປູກພືດຫມູນວຽນ

ໝາຍເຖິງການນຳພືດຕ່າງຊະນິດ ຫຼື ຕະກຸນມາປູກເປັນໄລຍະເວລາຕໍ່ເນື່ອງໃນພື້ນທີ່ດຽວກັນ ທີ່ມີຄວາມສໍາຄັນຕໍ່ຂົງເຂດການຜະລິດ ແລະ ງ່າຍໃນການປະຕິບັດ, ທີ່ສຳຄັນພືດແຕ່ລະຊະນິດຈະດູດຊຶມເອົາທາດອາຫານທີ່ແຕກຕ່າງກັນ, ທັງດຶງດູດເອົາສັດຕູພືດ ແລະ ພະຍາດທີ່ແຕກຕ່າງກັນ  ໂດຍການຫມູນວຽນພືດຊະນິດອື່ນມາປູກໃສ່ພື້ນທີ່ການຜະລິດໃນແຕ່ລະດູການ ຈຶ່ງສາມາດປ້ອງກັນການຕິດເຊື້ອຊໍ້າຄືນຈາກສັດຕູພືດ, ພະຍາດແບບເກົ່າ ແລະ ສາມາດເຮັດໃຫ້ພືດແຂງແຮງ.

ພະຍາຍາມຫຼີກເວັ້ນການປູກພືດຕະກຸນດຽວກັນໃສ່ບ່ອນເກົ່າອີກຄັ້ງ ແລະ ບໍ່ຄວນປະໃຫ້ພື້ນທີ່ຫວ່າງເປົ່າ ເພາະວ່າສະພາບ ຂອງດິນຈະເຊື່ອມລົງຖ້າມັນຖືກແສງແດດ ແລະ ຕາກຝົນຫຼາຍເກີນໄປ. ດັ່ງນັ້ນ, ຄວນປູກພືດປະສົມກັນຊົ່ວຄາວໃນໄລຍະນີ້ ເຊັ່ນ: ຖົ່ວ, ມັນດ້າງ ຫຼື ພືດສະຫມຸນໄພຕ່າງໆ. ການປູກພືດເຫຼົ່ານີ້ຈະບໍ່ມີບັນຫາໃນເວລາມີຫຍ້າໃນສວນ ໃນໄລຍະທຳອິດຂອງການລິເລີ່ມລະດູການປູກໃຫມ່, ກໍ່ສາມາດນໍາໃຊ້ເສດພືດສີຂຽວເຫຼົ່ານີ້ໄປເຮັດຝຸ່ນບົ່ມ ແລະ ນໍ້າຊີວະພາບ. ຫຼັງຈາກທີ່ອະນາໄມພື້ນທີ່ ແລະ ຕື່ມຝຸ່ນບົ່ມທີ່ເຫຼືອຈາກລະດູການປູກທີ່ຜ່ານມາໃສ່ພື້ນທີ່ແລ້ວ, ຄວນໄຖພວນດິນເລິກປະມານ 20-30 ຊັງຕີແມັດ ເພື່ອໃຫ້ຝຸ່ນບົ່ມທີ່ເຕີມໃສ່ໃຫມ່ໄດ້ປົນເຂົ້າກັບດິນ.

ຂໍ້ມູນຈາກ: ສວນພຶກສາຊາດຜາຕັດແກ້(ຫຼວງພະບາງ)

ການປະກອບສ່ວນ