ການປູກຖົ່ວເຫຼືອງຫຼັງການປູກປໍເທືອງ

Sakhone INTHAVONG
ເຕັກນິກການປູກທີ່ຊ່ວຍເພີ່ມສະມັດຕະພາບຂອງຖົ່ວເຫຼືອງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ເຕັກນິກໃນການປູກຖົ່ວເຫຼືອໂດຍເປັນການນຳໃຊ້ປໍເທື່ອງ ເຂົ້າໃນການຈັດການລະບົບປູກພືດແບບຫຼຸດຜ່ອນການກຳຈັດວັດສະພືດດ້ວຍສານເຄມີ ແລະ ເປັນການເພີ່ມຄວາມສົມດຸນຂອງດິນໃຫ້ດີຂຶ້ນ ເພື່ອເຮັດໃຫ້ລະບົບການປູກພືດມີຄວາມຍືນຍົງ.

ປໍເທືອງຈັດຢູ່ໃນພືດຕະກຸນຖົ່ວ ທີ່ມີລະບົບຮາກແກ້ວ ແລະ ຮາກຝອຍຈຳນວນຫຼາຍ, ຮາກປໍເທືອງມີເປົ້າຈຸລິນຊີ (Biopump) ທີ່ສາມາດດຶງດູດໄນໂຕເຈນ (N) ໃນອາກາດມາສະສົມໃນຮາກຂອງພືດ, ຫຼັງຈາກໄຖກົບພືດ ແລະ ຜ່ານຂະບວນການຍ່ອຍສະລາຍຂອງຈຸລິນຊີ, ທາດໄນໂຕ. ສຳລັບອາຍຸຂອງປໍເທືອງ 45-55 ວັນ ຊ່ວງອອກດອກເຕັມທີ່ ແລະ ເປັນຊ່ວງທີ່ສະສົມທາດອາຫານສູງສຸດ.

ການກະກຽມພື້ນທີ່:

ເມື່ອໄຖດິນແລ້ວໃຫ້ປະໄວ້ປະມານ 10-15 ວັນ ເພື່ອເປັນການທຳລາຍວັດສະພືດ, ຈາກນັ້ນກໍ່ຄາດເພື່ອເຮັດໃຫ້ດິນຜຸຜຸ່ຍ ແລະ ມີຫວ່າງອາກາດເພາະມີຄວາມສຳຄັນຕໍ່ການແຕກງອກ ແລະ ການຈະເລີນເຕີບໂຕຂອງຕົ້ນອ່ອນ.

ການປູກປໍເທື່ອງ (ຫວ່ານ):

ການປູກແມ່ນນຳໃຊ້ເຕັກນິກການຫວ່ານ ໂດຍການນຳໃຊ້ເຄື່ອງຫວ່ານເມັດແບບໃສ່ລົດໄຖຍ່າງຕາມ ແລະ ແບບເຄື່ອງໃຊ້ແຮງງານຄົນຫວ່ານ ໂດຍປະລິມານແນວພັນ 50 ກິໂລ/ ເຮັກຕາ.

ການທັບຕົ້ນປໍເທືອງ:

ເມື່ອຖົ່ວ Crotalaria  (ປໍເທື່ອງ) ເມື່ອປູກໄດ້ 45-55 ວັນ ຫຼື ບໍ່ໃຫ້ເກີນ 70 ວັນ ແມ່ນໄລຍະເວລາທີ່ປໍເທື່ອງອອກດອກເຕັມທີ່ ແລະ ເປັນຊ່ວງທີ່ມີການສະສົມທາດອາຫານສູງສຸດວິທີນີ້ເປັນການຫຼຸດຜ່ອນການນຳໃຊ້ສານເຄມີ ແລະ ຕົ້ນທຶນເພາະບໍ່ຕ້ອງຄາດໄຖອີກຄັ້ງ  ການທັບແມ່ນໃຊ້ລົດໄຖເດີນຕາມຫຼື ລົດໄຖໃຫຍ່ ທີ່ຕິດລູກກິ້ງທັບຖົ່ວປໍເທື່ອງ ສາມາດປູກຖົ່ວເຫຼືອງໄດ້ເລີຍ.

ການປູກຖົ່ວເຫຼືອງ:

ຫຼັງທັບຕົ້ນຖົ່ວ Crotalaria (ປໍເທື່ອງ) ແລ້ວຈະຫວ່ານແກ່ນຖົ່ວເຫຼືອງທັນທີ ໂດຍນຳໃຊ້ແນວພັນໃນອັດຕາ 80-90 ກິໂລ/ເຮັກຕາ. ການຫວ່ານແມ່ນຊ່ວງເດືອນ 9 ໂດຍການນຳໃຊ້ເຄື່ອງຫວ່ານເມັດທີ່ໃຊ້ລົດໄຖຍ່າງຕາມ ຫຼື ເຄື່ອງໃຊ້ແຮງງານຄົນ. ສຳລັບການປູກແນວພັນທີ່ດີແມ່ນຕ້ອງໄດ້ໃຊ້ແນວພັນທ້ອງຖິ່ນ ( ອາຍຸສັ້ນຫາປານກາງປະມານ 75 – 90 ວັນ ) ນີ້ເປັນການຊອກວິທີຫຼຸດຜ່ອນຄວາມສ່ຽງໃນການສູນເສຍຜົນຜະລິດຖົ່ວເຫຼືອງ ຫາກປູກໃນຊ່ວງເດືອນ 6-7 ໄລຍະການເກັບກ່ຽວຈະແມ່ນເດືອນ 8-9 ເຊິ່ງເປັນຊ່ວງລະດູຝົນສະນັ້ນຈຶ່ງເຮັດໃຫ້ຜົນຜະລິດຕ່ຳກວ່າ ແລະ ມີບັນຫາກ່ຽວກັບກະກຽມດິນແບບດັ້ງເດີມ ເພາະຈະມີບັນຫານ້ຳຂັງ.

ການດູແລຮັກສາ:

ຫຼັງຈາກການປູກໄດ້ 3 ຄືນ ແກ່ນຈະງອກ ສະນັ້ນຕ້ອງມີການກຳຈັດວັດສະພືດ ແລະ ແມງໄມ້ສັດຕູພືດ ສະນັ້ນເມື່ອສັງເກດເຫັນສັດຕູພືດມາທຳລາຍຈະນຳໃຊ້ສູດຂັບໄລ່ແມງໄມ້ດ້ວຍການເຮັດເອງເຊິ່ງສ່ວນປະສົມປະກອບມີ ນ້ຳຢາລ້າງຖ້ວຍ (ຊັນໄລກາໝາກນາວ)ປະລິມານ 1 ລິດ ປະສົມກັບນ້ຳສົ້ມສາຍຊູ 1 ລິດ, ນ້ຳມັນພືດ 1 ລິດ ແລະ ນ້ຳ 7 ລິດ ເທົ່າກັບອັດຕາສ່ວນ 10 ລິດ. ເມື່ອປະສົມແລ້ວແມ່ນໃຫ້ນຳໄປສີດໃຫ້ທົ່ວ.

ການເກັບກ່ຽວ:

ເມື່ອສັງເກດວ່າໝາກຖົ່ວເຫຼືອງແກ່ເໝາະສົມໃນການເກັບກ່ຽວແມ່ນໃຫ້ລົງມືເລີຍ ຫາກແກ່ເກີນໄປຈະເຮັດໃຫ້ໝາກແຕກໄດ້ ສຳລັບວິທີເກັບກ່ຽວແມ່ນຈະໃຊ້ການຕັດ ຫຼື ຖ້າປູກຫຼາຍກໍສາມາດໃຊ້ເຄື່ອງຈັກຕັດຫຍ້າກໍໄດ້  ຫຼັງຈາກຕັດແລ້ວແມ່ນໃຫ້ປະໄວ້ປະມານ 2-3 ແດດ ຫຼັງຈາກນັ້ນແມ່ນນຳມາຕີໂດຍໃຊ້ເຄື່ອງຟາດເຂົ້າຂະໜາດນ້ອຍປັ່ນເອົາກໍໄດ້.

ການເກັບກ່ຽວໝາກຖົ່ວເຫຼືອງມີ 2 ວິທີຄື:

  • ໃຊ້ຈັກຕັດຫຍ້າ (ປ່ຽນຕານ່າງຮອງ) ວິທີນີ້ຈະຊ່ວຍຫຼຸດຜ່ອນແຮງງານໄດ້.
  • ໃຊ້ເຄື່ອງປັ່ນເຂົ້າ ຫຼື ທັບດ້ວຍມືກໍໄດ້.

ທີ່ມາ: FFICES  project

ການປະກອບສ່ວນ