ການນຳໃຊ້ນ້ຳສົ້ມຄວັນໄມ້

Sakhone INTHAVONG
ປະໂຫຍດຈາກນ້ຳສົ້ມຄວັນໄຟ
ແນະນຳວິທີເຮັດ
www.phakhaolao.la
https://www.yangna.org

ນ້ຳສົ້ມຄວັນໄມ້ແມ່ນຂອງແຫຼວສີນ້ຳຕານ ທີ່ໄດ້ຈາກການເຜົາໄມ້ເພື່ອຜະລິດຖ່ານຫຸງຕົ້ມ ແລ້ວນຳໄປຜ່ານຂະບວນການເພື່ອຜະລິດເປັນນ້ຳສົ້ມຄວັນໄມ້ທີ່ມີຄຸນປະໂຫຍດຫຼາຍຢ່າງ ໂດຍໃຊ້ເວລາປະມານ 90 ວັນຂຶ້ນໄປ, ນ້ຳສົ້ມຄວັນໄມ້ແມ່ນແຫຼ່ງລວມຂອງສານອິນຊີ ແລະ ກົດອິນຊີນັບຮ້ອຍຊະນິດ, ແຕ່ປະລິມານຂອງສານປະກອບ ແລະ ຄຸນສົມບັດຂອງນ້ຳສົ້ມທີ່ໄດ້ມາອາດມີຄວາມແຕກຕ່າງຕາມແຕ່ລະພັນໄມ້ ໂດຍຖືກນຳໃຊ້ປະໂຫຍດໃນຫຼາຍດ້ານດ້ວຍການນຳໄປເຈືອປົນກັບຕົວລະລາຍອື່ນຕາມຄວາມເໝາະສົມ ເຊັ່ນ: ໃນປະເທດຢີ່ປຸ່ນໄດ້ນຳໄປປະສົມກັບນ້ຳ ເພື່ອອາບຈະເຮັດໃຫ້ຜິວໜັງນຽນນຸ້ມ ທັງນຳໃຊ້ເພື່ອກຳຈັດກິ່ນໂຕ ແລະ ທີ່ສຳຄັນຍັງມີການນຳໃຊ້ເພື່ອເປັນສານອິນຊີທົດແທນສານເຄມີຕ່າງໆ. ໃນຄົວເຮືອນກໍສາມາດນຳໄປໃຊ້ເພື່ອກຳຈັດແມງໄມ້ ແລະ ປວກດ້ວຍການນຳໄປປະສົມກັບນ້ຳໃນອັດຕາສ່ວນຢ່າງໜ້ອຍ 1/20 ຫາກເຂັ້ມຂຸ້ນກວ່ານີ້ອາດຈະເກີດອັນຕະລາຍແກ່ຜູ້ໃຊ້ໄດ້.

ນອກຈາກກ່າວມາຂ້າງເທິງແລ້ວນ້ຳສົ້ມຄວັນໄມ້ທີ່ມີຄວາມເປັນກົດສູງ ສາມາດນຳໃຊ້ເປັນຢາກຳຈັດສັດຕູພືດຕ່າງໆໃນພື້ນທີ່ປູກຝັງຂອງຊາວກະສິກອນ, ເພື່ອຫຼຸດຜ່ອນການນຳໃຊ້ສານເຄມີ ແລະ ຕົ້ນທຶນອີກດ້ວຍ, ທັງນີ້ການນໍານ້ຳສົ້ມຄວັນໄຟ 10 ຊີຊີ ປະສົມກັບນ້ຳ 20 ລິດ ເພື່ອຫົດຕົ້ນໄມ້ຈະຊ່ວຍໃຫ້ປະລິມານການອອກດອກຂອງພືດມີຫຼາຍຂຶ້ນ ແລະ ໝາກໄມ້ມີຄວາມອຸດົມສົມບູນຫຼາຍຂຶ້ນ, ໂດຍຫົດເດືອນລະ 3 ຄັ້ງ. ໃນນີ້ພວກເຮົາຍັງນຳວິທີການນຳໃຊ້ເພື່ອບຳລຸງພືດມາຝາກດັ່ງນີ້:

  •    ພືດອາຍຸສັ້ນ: ແມ່ນໃຫ້ປະສົມນ້ຳສົ້ມຄັນໄມ້ 1 ບ່ວງແກງ/ນ້ຳ 20 ລິດ ໂດຍສີດທຸກໆ 7 ວັນ ຫຼັງການແຕກຍອດ.
  •    ພືດປະເພດໃຫ້ຫົວ: ໃຫ້ປະສົມນ້ຳສົ້ມຄວັນໄຟ 2 ບ່ວງແກງ/ນ້ຳ 20 ລິດ ໂດຍສີດທຸກໆ 7 ວັນ ຫຼັງການແຍກໜໍ່.
  •    ຫອມບົ່ວ ແລະ ກະທຽມ: ໃຫ້ປະສົມນ້ຳສົ້ມຄວັນໄຟ 3 ບ່ວງແກງ/ນ້ຳ 20 ລິດ ໂດຍສີດທຸກໆ 10 ວັນ ໃນຊ່ວງຍັງອ່ອນ.
  •    ໝາກເຜັດ: ໃຫ້ປະສົມນ້ຳສົ້ມຄວັນໄຟ 10 ບ່ວງແກງ/ນ້ຳ 20 ລິດ ໂດຍສີດທຸກ 30 ວັນ ຫຼັງຈາກການແຍກເບ້ຍ.
  •    ສຳລັບເຂົ້າ: ໃຫ້ປະສົມນ້ຳສົ້ມຄວັນໄຟ 10 ບ່ວງແກງ/ນ້ຳ 20 ລິດ ໂດຍສີດພົ່ນທຸກ 10 ວັນ ໃນຊ່ວງເລີ່ມມານ.
  •    ພືດໃຫ້ໝາກ: ໃຫ້ປະສົມນ້ຳສົ້ມຄວັນໄມ້ 10 ບ່ວງແກງ/ນ້ຳ 20 ລິດ ໂດຍການສີດທຸກ 10 ວັນ ຕາມບໍລິເວນຮາກຢ່າງຕໍ່ເນື່ອງ.
  •    ພືດໃຫ້ດອກ: ໃຫ້ປະສົມນ້ຳສົ້ມຄວັນໄຟ 5 ບ່ວງແກງ/ນ້ຳ 20 ລິດ ໂດຍສີດທຸກ 30 ວັນ ໃນຊ່ວງໃບກຳລັງປົ່ງ.
  •    ຕົ້ນຖົ່ວ: ໃຫ້ປະສົມນ້ຳສົ້ມຄວັນໄຟ 5 ບ່ວງແກງ/ນ້ຳ 20 ລິດ ໂດຍການສີດທຸກ 15 ວັນ ໃນໄລຍະກ່ອນອອກດອກ.

ທີ່ມາ:http://blog.arda.or.th

ການປະກອບສ່ວນ