ວິທີຄ້ຽວໝາກ ຫຼື ຄ້ຽວຫາດ
ຄ້ຽວໝາກ ຫຼື ຄ້ຽວຫາດ ຕາມຄວາມເຊື່ອຊອງຄົນໃນເມື່ອກ່ອນກໍຄືປັດຈຸບັນທີ່ຍັງມີຄົນຈຳນວນໜຶ່ງທີ່ເຊື່ອວ່າການຄ້ຽວໝາກນອກຈາກຈະເຮັດໃຫ້ປາກແດງແລ້ວ ຍັງຊ່ວຍເຮັດໃຫ້ແຂ້ວແຂງແຮງ, ເຮັດໃຫ້ແຂ້ວໝັ້ນຄົງ ແລະ ແຂ້ວບໍ່ເປັນແຂ້ວແມງ.
ພູມປັນຍາທ້ອງຖິ່ນ
![ວິທີຄ້ຽວໝາກ ຫຼື ຄ້ຽວຫາດ](/sites/default/files/public/styles/news_feature_image/public/stories/feature_images/New%20pkl%20post%20%282%29_1.jpg?itok=sES3Vy4e)
www.phakhaolao.la
ສ່ວນປະສົມ:
- ໝາກ
- ແກນຄູນ
- ປູນຂາວ
- ຢາສູບ
- ໃບພູ
ວິທີຄ້ຽວ: ນຳເອົາແກນຄູນໄປຕັດໃຫ້ເປັນຕ່ອນນ້ອຍໆທີ່ສາມາດນຳເອົາມາຄ້ຽວໄດ້ ຫຼັງຈາກນັ້ນກໍເອົາໃບພູທີ່ກຽມໄວ້ນັ້ນມາຈີກຂະໜາດຕາມຕ້ອງການ ແລ້ວນຳມາຫໍ່ເອົາແກນຄູນ, ຢາສູບ, ປູນຂາວ, ໝາກ ແລ້ວກໍສາມາດຄ້ຽວໄດ້ເລີຍ
ແຫຼ່ງຂໍ້ມູນ: ເພັດ ອາຍຸ 39 ປີ ຊົນເຜົ່າມະກອງ ປະຊາຊົນຢູ່ບ້ານທັບລາວ (ຈະລຸ) ເມືອງບົວລະພາ ແຂວງຄຳມ່ວນ.