ຕົ້ມສົ້ມຂຽດໃສ່ໃບຂາມ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ:
- ຂຽດ
- ໃບຂາມ
- ຂ່າ
- ຫົວສີໄຄ
- ໝາກເຜັດດິບ
- ຫອມບົວແດງ
- ໃບຂີ້ຫູດ
- ໝາກຂາມປຽກ
ວິທີປຸງແຕ່ງ
- ຕົ້ມນໍ້າໃຫ້ຟົດດີ
- ນໍຳ ຂ່າ,ຫົວສີໄຄ,ໃບຂີ້ຫູດ,ໝາກເຜັດ,ຫອມບົວແດງ,ໝາກຂາມປຽກ ໄປຕົ້ມກ່ອນເພື່ອໃຫ້ນໍ້າສະໝຸນໄພອອກເພື່ອຊ່ວຍດັບກິ່ນຄາວຂອງຂຽດ
- ຫລັງຈາກນັ້ນກໍຕາມດ້ວຍໃບຂາມ ປຸງລົດຊາດຕາມໃຈມັກ
- ແລ້ວກໍ່ຕາມດ້ວຍຂຽດ ຕົ້ມໄປເລື້ອຍໆຈົນກວ່າຂຽດສຸກດີ.
ສູດ ເກດສະລິນ