ສົ້ມຜັກກາດ
ຜັກກາດສາມາດນຳມາເຮັດສົ້ມຜັກ ເພື່ອໄວ້ກິນໃນເຮືອນ ຫຼື ເຮັດຫຼາຍ ເພື່ອວາງຂາຍໃນຕະຫຼາດເປັນສິນຄ້າ
ເຮືອນຄົວລາວ
![https://www.youtube.com/watch?v=_sNEl-xfEa4](/sites/default/files/public/styles/news_feature_image/public/stories/feature_images/%E0%BA%AA%E0%BA%BB%E0%BB%89%E0%BA%A1%E0%BA%9C%E0%BA%B1%E0%BA%81%E0%BA%81%E0%BA%B2%E0%BA%94%204.jpg?itok=4htPDyjK)
Darly J
ສ່ວນປະສົມ
• ຜັກກາດ 1 kg
• ເກືອ 1 ບ່ວງແກງ
• ຫົວຜັກທຽມ 4- 5 ກີບ
![www.thai-thaifood.com](/sites/default/files/public/inline-images/%E0%B8%95%E0%B9%89%E0%B8%99%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B9%80%E0%B8%82%E0%B8%B5%E0%B8%A2%E0%B8%A7%E0%B8%9B%E0%B8%A5%E0%B8%B5.jpg)
ຂັ້ນຕອນການປຸງແຕ່ງ
1. ເລືອກເອົາຕົ້ນຜັກກາດປູກ ທີ່ແກ່ ໃບກ້ວາງ
2. ນຳເອົາຜັກກາດທີ່ລ້າງສະອາດແລ້ວ ໄປຕາກແດດໃຫ້ແຫ້ງ ປະມານ 48 ຊົ່ວໂມງ
3. ນຳເອົາຜັກກາດແຫ້ງມາໃສ່ໄຫ ທີ່ກຽມໄວ້
4. ໃສ່ເກືອ 1 ບ່ວງແກງ ແລະ ຫົວຜັກທຽມ ປະມານ 4-5 ກີບ ປະສົມກັນຄົນໃຫ້ທົ່ວ, ວາງເຂົ້າໜຶ້ງ ຢອງໃສ່ທາງເທິງ ປະມານ 1 ກ້ອນນ້ອຍ
5. ປົກຝາໄຫດ້ວຍແຜ່ນຢາງ ມັດໃຫ້ແໜ້ນ. ປະຕາກແດດໄວ້ປະມານ 24 ຊົ່ວໂມງ
ຂໍ້ມູນຈາກ ປຶ້ມ ອາຫານບ້ານເຮົາ
ວີດີໂອຈາກ May Laos.kitchen