WWF-Laos ມອບປຶ້ມບັນຊີ ສັດນໍ້າ ແລະ ສັດປ່າ 300 ເຫຼັ້ມ

www.phakhaolao.la

ອົງການ WWF-Laos ມອບປຶ້ມບັນຊີ ສັດນໍ້າ ແລະ ສັດປ່າ 300 ເຫຼັ້ມ ໃຫ້ພະແນກຄຸ້ມຄອງສັດນໍ້າ ແລະ ສັດປ່າ.

ເມື່ອວັນທີ 23 ມີນາທີ່ຜ່ານມານີ້, ທາງທີມງານໂຄງການ ຈາກອົງການ WWF-Laos ໄດ້ມອບປຶ້ມບັນຊີ ສັດນໍ້າ ແລະ ສັດປ່າ ຈໍານວນ 300 ເຫຼັ້ມ ໃຫ້ກັບພະແນກຄຸ້ມຄອງສັດນໍ້າ ແລະ ສັດປ່າ, ກົມປ່າໄມ້ ເພື່ອນໍາໄປໃຊ້ເຂົ້າໃນວຽກງານ ທີ່ກ່ຽວຂ້ອງຕ່າງໆ.

ທັງນີ້,​ WWF-Laos ສະໜັບສະໜູນຈັດພິມ ປຶ້ມບັນຊີສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຂອງ ສປປ ລາວ ຈໍານວນ 1.500 ເຫຼັ້ມ ເຊິ່ງການຈັດພິມໃໝ່ຂອງບັນຊີ ສັດນໍ້າ ແລະ ສັດປ່າ ໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນເຂົ້າໃນວຽກງານ ເຜີຍແຜ່ລະບຽບກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ໃນ ສປປ ລາວ ນອກນີ້ຍັງເພື່ອເປັນຄູ່ມືນໍາໃຊ້ ໂດຍສະເພາະຕໍ່ວຽກງານປູກຈິດສໍານຶກຂອງໂຄງການຕ່າງໆທີ່ຢູ່ພາຍໃຕ້ການຈັດຕັ້ງຂອງອົງການ WWF-Laos ຮ່ວມກັບການຈັດຕັ້ງປະຕິບັດກັບພາກລັດ ເປັນຕົ້ນແມ່ນ ກົມປ່າໄມ້, ກົມກວດກາປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນແຂວງທີ່ອົງການ WWF-Laos ໄດ້ຮ່ວມຈັດຕັ້ງໂຄງການນໍາ.

ແຫຼ່ງຂໍ້ມູນ: WWF-Laos

 

ການປະກອບສ່ວນ