ໄອເດຍໃໝ່ ຂະໜົມປັງຈິ້ງຫຼີດ
![phakhaolao.la](/sites/default/files/public/styles/news_feature_image/public/news/images/%E0%BA%9E%E0%BA%B2%E0%BA%9A%20%E0%BB%80%E0%BA%82%E0%BA%BB%E0%BB%89%E0%BA%B2%E0%BB%9C%E0%BA%BB%E0%BA%A1%E0%BA%9B%E0%BA%B1%E0%BA%87%4044.jpg?itok=h3QcppQu)
ວັດທະນະທຳການນຳເອົາແມງໄມ້ມາບໍລິໂພກໂດຍການນຳມາເຮັດອາຫານປະເພດຕ່າງໆ ໂດຍສະເພາະແມງຈິ້ງຫຼີດ, ບໍ່ມີພຽງໃນປະເທດລາວເທົ່ານັ້ນ ບັນດາປະເທດເພື່ອນບ້ານ, ບັນດາປະເທດໃນອາເມລິກາ, ເອີຣົບ, ອາຟິກກາ, ປະເທດຕາເວັນອອກກາງ ກໍມີວັດທະນາທຳການບໍລິໂພກແມງໄມ້ໂດຍການນຳມາປຸງແຕ່ງດ້ວຍວິທີທີ່ຕ່າງຈາກບ້ານເຮົາ.
ເຊິ່ງຫຼ້າສຸດ Roberts Bakery ໃນ Norwich ປະເທດອັງກິດ ໄດ້ຄິດໄອເດຍການນຳເອົາແມງຈິ້ງຫຼີດມາເປັນສ່ວນປະສົມເຂົ້າໜົມປັງ ໂດຍການນຳເອົາແປ້ງຈິ້ງຫຼີດຂອງ Eat Grub ເຊິ່ງເປັນແບນຊັ້ນນຳໃນເລື່ອງອາຫານຈາກແມງໄມ້ມາອົບເຂົ້າໜົ້ມປັງ ໂດຍວິທີການເຮັດເຂົ້າໜົມປັງຂອງ Robert Bakery ແມ່ນນຳເອົາຈິງຫຼີດຈຳນວນ 336 ໂຕ ແລະ ດ້ວຍການນຳເອົາຈິງຫຼີດແຫ້ງມາບົດກັບແປ້ງປະສົມກັບແປ້ງສາລີ ແລະ ທັນຍາພືດ ຫຼັງຈາກນັ້ນກໍນຳເຂົ້າເຕົາອົບ ຈຶ່ງອອກມາເປັນເຂົ້າໜົມປັງ ທີ່ໜ້າຮັບປະທານ, ນອກນີ້ເຂົ້າໜົມປັງທີ່ມີສ່ວນປະສົມຂອງແມງໄມ້ຈະມີໂປຣຕິນສູງກວ່າເຂົ້າໜົ້ມປັງສູດປົກກະຕິທົ່ວໄປ
ນັກວິທະຍາສາດຊາວອາເມລິກາໄດ້ກ່າວວ່າ: ຈິ້ງຫຼີດຄືໜຶ່ງໃນແມງໄມ້ທີ່ເປັນສຸດຍອດອາຫານ ( super foods) ຢ່າງແທ້ຈິງ ທີ່ເປັນແຫຼ່ງໂປຣຕິນ ແລະ ສານອາຫານສູງ ທັງຊ່ວຍເສີມສ້າງສຸຂະພາບໃຫ້ແຂງແຮງ ໂດຍຜົນການວິໄຈລ່າສຸດພົບວ່າ: ການກິນຈິງຫຼີດ ຊ່ວຍຫຼຸດການອັັກເສບໃນຮ່າງກາຍອີກດ້ວຍ
source