ເທສະການ "ສວນໝາກແຕງຊ້າງ-ຖົ່ວຫຼາ"

ສື່ມວນຊົນລະຄອນເພັງ

ພິທີເປີດງານເທສະການຊົມສວນໝາກແຕງຊ້າງ-ຖົ່ວຫຼາ ຕິດພັບກັບກິດຈະກໍາຕຶກເບັດວັງສະຫງວນກຸດລໍາພອງ ບ້ານກຸດລໍາພອງ ເມືອງລະຄອນເພັງ ໄດ້ຈັດຂຶ້ນເມື່ອວັນທີ 22 ມັງກອນທີ່ຜ່ານມານີ້ ຊຶ່ງເປັນກຽດເຂົ້າຮ່ວມໂດຍທ່ານ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມແຂວງ, ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ, ມີບັນດາທ່ານຄະນະນໍາຂອງເມືອງ, ຄະນະນໍາພະແນກການອ້ອມຂ້າງແຂວງ, ເຈົ້າເມືອງທ່າປາງທອງ, ເຈົ້າເມືອງວາປີ, ເຈົ້າເມືອງຄົງເຊໂດນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການຈັດພິທີດັ່ງກ່າວນີ້ກໍເພື່ອເປັນໜໍ່ແໜງສົ່ງເສີມການທ່ອງທ່ຽວເຊີງທາງກະເສດ ແລະ ວິຖີຊີວິດຂອງຊຸມ ຊຸກຍູ້ສົ່ງເສີມຂະບວນການຜະລິດຕິດພັນກັບການໂຄສະນາ ແລະ ຊອກຕະຫຼາດ ເພື່ອເຮັດໃຫ້ໝາກແຕງຊ້າງ-ຖົ່ວຫຼາ ຂອງບ້ານກຸດລໍາພອງ ເປັນທີ່ຮູ້ຈັກ ແລະຕ້ອງການຂອງຕະຫຼາດເປັນວົງກ້ວາງ ພ້ອມທັງເປັນການປະກອບ ສ່ວນແກ້ໄຂຊີວິດການເປັນຢູ່ ແລະພັດທະນາບ້ານຕາມທິດ ສາມສ້າງ.

ພ້ອມດຽວກັນນັ້ນທ່ານ ວົງລາວັນ ໂສມສະຫວັດ ເລຂາໜ່ວຍພັກ-ນາຍບ້ານ ກຸດລໍາພອງ ຍັງໄດ້ໃຫ້ຮູ້ວ່າ: ບ້ານກຸດລໍາພອງຕັ້ງຫ່າງຈາກເທສະບ້ານເມືອງປະມານ 40 ກມ, ມີ 119 ຄອບຄົວ, ພົນລະເມືອງ 518 ຄົນ, ຍິງ 266 ຄົນ, ມີອາຊີບເຮັດນາເປັນຕົ້ນຕໍ, ລ້ຽງສັດເປັນອາຊີບສໍາຮອງ, ນອກນີ້, ຍັງມີມູນເຊື້ອໃນການເຮັດສວນປູກໝາກແຕງຊ້າງ-ຖົ່ວຫຼາຕາມລໍານໍ້າຫ້ວຍເຊືອກ ເຊິ່ງເປັນເອກະລັກສະເພາະຂອງບ້ານ ແລະສະເພາະໃນປີນີ້ ມີປະຊາຊົນເຮັດສວນໝາກແຕງຊ້າງໝາກຖົ່ວຫຼາທັງໝົດ 100 ກ່ວາຄອບຄົວ.

ແຫຼ່ງຂໍ້ມູນ: ສື່ມວນຊົນລະຄອນເພັງ

ການປະກອບສ່ວນ