ເທດສະການອາຫານລາວຕາມວິຖີຊີວິດແບບໃໝ່ ຈະໄດ້ຈັດຂຶ້ນໄວໆນີ້

Kuanjai Magazine

 

ງານເທດສະການອາຫານລາວ ຈະໄດ້ຈັດຂຶ້ນໃນວັນທີ 25-29 ມັງກອນນີ້ທີ່ເດີ່ນສວນເຈົ້າອະນຸວົງແຄມຂອງ ໂດຍພາຍໃຕ້ຄໍາຂວັນທີ່ວ່າ ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແບບໃໝ່ (Lao food festival New normal) ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຄະນະກໍາມະການຈັດງານເທດສະການອາຫານລາວ, ມີທ່ານ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ - ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຖຽນ ມວນວົງສາ ຜູ້ຈັດການກິດຈະກໍາ ແລະ ອຸປະຖໍາ, ບໍລິສັດເບຍລາວ, ຫົວໜ້າ, ຄະນະບໍລິຫານງານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ຈັນທະຈອນ ວົງໄຊ ໃຫ້ຮູ້ວ່າ: ໃນຊ່ວງທ່າມກາງບັນຍາກາດທີ່ສັງຄົມກໍາລັງຫັນປ່ຽນໄປສູ່ວິຖີຊີວິດ ປົກກະຕິແບບໃໝ່, ສທຍ ຈັດຕັ້ງງານພາຍໃຕ້ລະບຽບການຂອງການ ຄຸ້ມຄອງ, ປະຕິບັດມາດຕາການຕ່າງໆ ເພື່ອຫຼີກລຽງ ແລະ ປ້ອງກັນໃຫ້ຫ່າງໄກຈາກ ພະຍາດໂຄວິດ-19 ເຊິ່ງໃນດ້ານວັດທະນະທໍາ, ຮີດຄອງປະເພນີ ທາງດ້ານອາຫານການກິນຂອງເຮົາ ຍັງຕ້ອງໄດ້ຊື້ - ຂາຍຈ່າຍກິນ ເພື່ອການຄົງຢູ່ຂອງຊີວິດ. ໂດຍອີງໃສ່ສະພາບສັງຄົມໃນປັດຈຸບັນ ສທຍ ຈິ່ງໄດ້ເລືອກເຟັ້ນເອົາຮ້ານອາຫານລາວເປັນຕົ້ນຕໍ ເພື່ອມາວາງຂາຍໃນງານເທດສະການອາຫານ, ໃນນັ້ນມີພຽງແຕ່ 120 ຮ້ານເທົ່ານັ້ນ ທັງນີ້ທັງນັ້ນກໍເພື່ອຮັກສາໄລຍະຫ່າງ ແລະ ເພື່ອຄວາມປອດໄພທັງຜູ້ຂາຍ ແລະ ຜູ້ໄປຊື້ ໂດຍມີຮ້ານອາຫານລາວທັງໝົດຈາກຕົວແທນທົ່ວປະເທດ ແລະ ຜູ້ສະໜັບສະໜູນ 109 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 11 ຮ້ານ.

ໃນການຈັດງາມໃນຄັ້ງນີ້ກໍເພື່ອເປັນການສ້າງບັນຍາກາດ ແລະ ປູກຈິດສໍານຶກໃຫ້ຄົນໃນສັງຄົມຮັບຮູ້ ແລະ ສາມາດເຂົ້າຊົມ, ຈັບຈ່າຍຊື້ຂາຍອາຫານ, ຕາມແບບວິຖີຊີວິດປົກກະຕິແບບໃໝ່ຂອງສັງຄົມປັດຈຸບັນ, ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ, ຮ້ານອາຫານ, ຮ້ານຂາຍຍ່ອຍ ຈາກທ້ອງຖິ່ນ ແລະ ນະຄອນຫຼວງໄດ້ມາວາງສະແດງ ແລະ ຄ້າຂາຍຈ່າຍຊື້ໄດ້ໂດຍປົກກະຕິ ແລະ ຮັບປະກັນຄຸນນະພາບໃນທຸກດ້ານ ເພື່ອເອື້ອອໍານວຍຄວາມສະດວກໃຫ້ຜູ້ປະກອບການ ທີ່ເຮັດການຜະລິດເປັນສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ພາກພື້ນ ນອກຈາກນີ້ຍັງເປັນການກ້າວສູ່ຕະຫຼາດທາງອອນລາຍໃຫ້ຫລາຍຂຶ້ນ ແລະ ມີຄຸນນະພາບ ທັງເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວໃນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ ເຮົາໃນໄລຍະປີ 2022 ນີ້.

ພ້ອມດຽວກັນນັ້ນ ທ່ານຍັງໄດ້ກ່າວເຊີນຊວນມວນຊົນທຸກຖ້ວນໜ້າຈົ່ງເຊື່ອໝັ້ນ ແລະ ສາມາດເຂົ້າມາງານ ແລະ ເລືອກຊື້-ຊີມອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳລາວ ໃນງານເທດສະການອາຫານລາວຢ່າງປອດໄພ.

Source 

 

ການປະກອບສ່ວນ