ສົ່ງເສີມການນຳໃຊ້ຢາພື້ນເມືອງ

ຕົ້ນໄມ້ໃນປ່າເປັນຢາເກືອບທຸກຊະນິດ ແລະ ແຕ່ເຮົາຈະມີຄວາມສາມາດໃນການສຶກສາຄົ້ນຄວາເພື່ອຫາຄຳຕອບ ເພື່ອກ່າວເຂົ້າໄປສູ່ການນຳໃຊ້ແບບຖືກຕ້ອງຕາມຫຼັກການແພດພື້ນເມືອງ.
Onevilay
Onevilay

ພິທີເປີດເຝິກອົບຮົມວຽກງານສົ່ງເສີມການນຳໃຊ້ຢາພື້ນເມືອງປະສົມປະສານກັບການຮັກສາສຸຂະພາບ ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ເມືອພູຄູນ ແຂວງຫຼວງພະບາງ ໂດຍມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ແລະ ທ່ານ ບູນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສຳມະນາກອນ 22 ທ່ານ ເຂົ້າຮ່ວມ. ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບຟັງປະຫວັດກ່ຽວກັບການແພດພື້ນເມືອງ ແລະ ຮຽນຮູ້ກ່ຽວກັບບາງຜະລິດຕະພັນຢາພື້ນເມືອງ. ນອກນີ້ຍັງໄດ້ສຶກສາຕາມແບບຄູ່ມືຂັ້ນຕອນການປຸງແຕ່ງ.
ການນຳໃຊ້ຕົ້ນໄມ້ ແລະ ພືດບາງຊະນິດໃນທຳມະຊາດທີ່ເປັນຢາໃນການຮັກສາສຸຂະພາບຂັ້ນຕົ້ນ. ເພື່ອສົ່ງເສີມການອະນຸຮັກພູມປັນຍາທ້ອງຖີ່ນທີ່ເປັນຄວາມຮູ້ໃນການນຳໃຊ້ພືດ ຕົ້ນໄມ້ໃນທຳມະຊາດທີ່ມີໃນທ້ອງຖີ່ນທີ່ເປັນຢາສະໝຸນໄພ ນຳໃຊ້ໃນການຮັກສາສຸຂະພາບ ແລະ ປິ່ນປົວພະຍາດໃນເບື້ອງຕົ້ນ ຄຽງຄູ່ກັບການນຳໃຊ້ຢາຫຼວງ ທັງເປັນການເພີ່ມຄວາມສາມາດໃຫ້ສຳມະນາກອນ ໃນການນຳໃຊ້ພືດຊະນິດຕ່າງໆທີ່ເປັນຢາເຂົ້າໃນການປິ່ນປົວພະບາດ ແລະ ບັນເທົາອາການຕ່າງໆທີ່ມັກເກີດຂຶ້ນໃນຊີວິດປະຈຳວັນໃຫ້ຫາຍດີຢ່າງມີປະສິດທິພາບ ຕິດພັນກັບການສົ່ງເສີມເປັນພືດເສດຖະກິດ ສ້າງອາຊີບ ສ້າງລາຍຮັບໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ່າວ.

ຂໍ້ມູນຈາກໜັງສືພືມວຽງຈັນໃໝ່

ການປະກອບສ່ວນ