ສຳເລັດການສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງ

ການສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງ
ຂ່າວເສດຖະກິດ-ການຄ້າ

ກົມພັດທະນາຊົມນະບົດ ແລະ ສະຫະກອນ ຮ່ວມກັບກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳພ້ອມດ້ວຍພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງໄດ້ສຳເລັດການສ້າງຕັ້ງສະຫະກອນກະສິກຳທົ່ງມັ່ງ ເຊິ່ງໄດ້ຈັດພິທີປະກາດຂຶ້ນທີ່ບ້ານທົ່ງມັ່ງ ເມືອງໄຊທານີ ນວ ໃນວັນທີ 21 ຕຸລາທີ່ຜ່ານມາ.

ທ່ານ ນາງ ຄຳວອນ ຫຼວງລາດ ປະທານສະຫະກອນກະສິກຳອິນຊີທົ່ງມັ່ງໃຫ້ຮູ້ວ່າ: ໃນການສ້າງຕັ້ງພວກເຮົາມີທຶນຂອງສະຫະກອນທັງໝົດ 400 ລ້ານກວ່າກີບ, ມີເນື້ອທີ່ທຳການຜະລິດທັງໝົດ 227,5 ໄລ່ , ເຊິ່ງປະກອບດ້ວຍ 5 ຈຸການຜະລິດ ຄື ຈຸຜະລິດບ້ານທົ່ງມັ່ງ ມີສະມາຊິກ 34 ຄົນ ສ່ວນເນື້ອທີ່ທຳການຜະລິດມີ 97,5 ໄລ່, ຈຸຜະລິດບ້ານ

ດວງບຸດດີ ມີສະມາຊິກ 1 ຄົນ ເນື້ອທີ່່ທຳການຜະລິດ 44 ໄລ່, ຈຸຜະລິດບ້ານນາຄັນທຸງ ມີສະມາຊິກ 3 ຄົນ ເນື້ອທີ່ການຜະລິດ 67 ໄລ່, ຈຸຜະລິດບ້ານກຸດສາມບາດ ມີສະມາຊິກ 5 ຄົນ ເນື້ອທີ່ການຜະລິດ 7 ໄລ່ ແລະ ຈຸຜະລິດບ້ານາກຸງມີສະມາຊິກ 1 ຄົນເນື້ອທີ່ທຳການຜະລິດ 12 ໄລ່.  

 

 

ຂ່າວເສດຖະກິດ-ການຄ້າຂ່າວເສດຖະກິດ-ການຄ້າ

 

 

ຂ່າວເສດຖະກິດ-ການຄ້າ

 

 

ການປະກອບສ່ວນ