ວັນປູກຕົ້ນໄມ້ແຫ່ງຊາດໄດ້ຊ່ວຍສົ່ງເສີມການປູກຕົ້ນໄມ້ໃຫ້ລັດຖະບານ

ທຸກໆວັນທີ 1 ມີຖຸນາ ເປັນວັນປູກຕົ້ນໄມ້ ແລະ ວັນເດັກ ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ວັນນັ້ນ, ພາເຂົ້າລາວແມ່ນໜຶ່ງໃນໂອກາດທີ່ຈະຮຽນຮູ້ກ່ຽວກັບຊີວະນາໆພັນ
ແລະ ການພັດທະນາແບບຍືນຍົງ
Vientiane Time
Vientiane Time

ຜູ້ນໍາພັກແລະລັດ ແລະ ປະຊາຊົນໄດ້ພາກັນປູກເບ້ຍໄມ້ຫຼາຍພັນຕົ້ນໃນວັນປູກຕົ້ນໄມ້ແຫ່ງຊາດ ວັນເສົາທີ່ຜ່ານມາ ເຊິ່ງຊ່ວຍສົ່ງເສີມຢ່າງຫຼວງຫຼາຍຕໍ່ຄວາມພະຍາຍາມຂອງລັດຖະບານທີ່ຈະເພີ່ມພື້ນທີປ່າເປັນ 70% ໃນປີ 2020. ຮອງນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ, ເຈົ້າໜ້າທີຂັ້ນສູງ, ພະນັກງານລັດທະບານ, ແລະ ພະນັກງານລັດຖະກອນໄດ້ເຂົ້າຮ່ວມໃນພິທີການປູກຕົ້ນໄມ້ຢ່າງເປັນທາງການຢູ່ທີ່ສວນພຶກສາສາດ ຫ້ວຍຍາງ - ດົງໝາກຄາຍ ໃນເມືອງໄຊທານີ, ແຂວງນະຄອນຫຼວງວຽງຈັນ, ຊຶ່ງປູກຕົ້ນໄມ້ໃນພື້ນທີ 5 ເຮັກຕາ.

ໃນງານ, ລັດຖະມົນຕີວ່າການກະຊວງກະສິກໍາແລະປ່າໄມ້ທ່ານ ລຽນ ທິແກ້ວ ກ່າວວ່າ, ກະຊວງວາງແຜນປູກຕົ້ນໄມ້ 50 ເຮັກຕາໃນສວນພຶກສາສາດ. ນອກຈາກນັ້ນ, ເຈົ້າຫນ້າທີ່ພັກ ແລະ ລັດ ແລະ ຜູ້ຄົນຈໍານວນຫຼາຍໄດ້ຫັນໄປປູກຕົ້ນໄມ້ຫລາຍພັນຕົ້ນໃນທົ່ວປະເທດ. ເພື່ອລ້ຳລຶກເຖິງຕົ້ນກຳເນີດຂອງວັນປູກຕົ້ນໄມ້ແຫ່ງຊາດ, ດຣ. ລຽນ ກ່າວວ່າຄະນະລັດຖະມົນຕີ (ປັດຈຸບັນເອີ້ນວ່າຄະນະລັດຖະບານ) ໃນປີ 1980 ໄດ້ຕັດສິນວ່າວັນທີ 1 ມິຖຸນາເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍແຫ່ງຊາດ.

ວັນດັ່ງກ່າວໄດ້ຖືກມອບໝາຍໃຫ້ສອນເດັກນ້ອຍກ່ຽວກັບບົດບາດທີ່ສໍາຄັນຂອງປ່າໄມ້ໃນສະພາບແວດລ້ອມ ແລະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ເດັກນ້ອຍປູກຕົ້ນໄມ້ໃນໂອກາດນີ້.

ຕ້ອງຂອບໃຈການລົນນະລົງໃນການປູກຈິດສໍານຶກ, ພື້ນທີ່ການເພາະປູກໃຫມ່ເພີ່ມຂຶ້ນ 3 ເທົ່າຈາກພຽງແຕ່ 452 ເຮັກຕາໃນປີ 1978 ຫາ 1,384 ເຮັກຕາໃນປີ 1985. ດ້ວຍນະໂຍບາຍສະຫນັບສະຫນູນຕ່າງໆ, ການປູກຕົ້ນໄມ້ໃຫມ່ໄດ້ເພີ່ມຂຶ້ນເຖິງ 486,600 ເຮັກຕາໃນທ້າຍປີ 2018. ໃນຂົງເຂດນີ້, 66,5% ແມ່ນຖືກປູກໂດຍທາງທຸລະກິດ, 33% ໂດຍປະຊາຊົນທົ່ວໄປ ແລະ ສ່ວນທີ່ເຫລືອແມ່ນຂອງລັດໃນປີນີ້, ກະຊວງກຳລັງກະຕຸ້ນໃຫ້ພາກລັດ ແລະ ພາກເອກະຊົນປູກຕົ້ນໄມ້ໃນ 20,000 ເຮັກຕາໃນທົ່ວປະເທດ, ເຮັດໃຫ້ເລີ່ມເຂົ້າໃກ້ເປົ້າຫມາຍຂອງລັດຖະບານເພື່ອເພີ່ມປະລິມານປ່າໃຫ້ເຖິງ 70% ໃນປີ 2020 ເຖິງວ່າມັນອາດຈະບໍ່ເຖິງໄປຕາມເປົ້າໝາຍກໍບໍ່ເປັນຫຍັງ. ລາຍງານຂອງກະຊວງຊີ້ໃຫ້ເຫັນວ່າພື້ນທີຂອງປ່າຄາດວ່າຈະເພີ້ມຂຶ້ນເຖິງ 68% ຫຼື 16,28 ລ້ານເຮັກຕາຂອງເນື້ອທີ່ດິນຂອງປະເທດໃນທ້າຍປີຕໍ່ໄປ.

ອີງຕາມລາຍງານ, ເພື່ອບັນລຸ 70% ຂອງເປົ້າຫມາຍ, ເຈົ້າຫນ້າທີ່ຕ້ອງປູກຕົ້ນໄມ້ໃນພື້ນທີສ່ວນທີເຫຼືອ 2% ຂອງທີ່ດິນ, ເຊິ່ງຄິດເປັນ 473,600 ເຮັກຕາ. ມີການດຳເນີນການຕາມຂັ້ນຕອນ ເພື່ອໃຫ້ບັນລຸເປົ້າຫມາຍ ໂດຍການປົກປ້ອງປ່າທີ່ເຊື່ອມໂຊມເພື່ອໃຫ້ພວກມັນເຕີບໂຕຂຶ້ນມາໃໝ່ ແລະ ຟື້ນຟູຕາມທໍາມະຊາດ, ລວມເຖິງປ້ອງກັນການຂຸດຄົ້ນໃນວິທີທີ່ບໍ່ຍືນຍົງ ແລະ ປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ.

ເຈົ້າຫນ້າທີ່ຂັ້ນສູງຈາກກົມປ່າໄມ້ກ່າວວ່າກ່ອນໜ້ານີ້ໄດ້ອະນຸຍາດໃຫ້ການຕັດໄມ້ໃນການຜະລິດໄດ້ ກໍຕໍ່ເມື່ອມີການປະຕິບັດຕາມແບບຄວາມຍືນຍົງ. ສາມາດຕັດໄມ້ໄດ້ພຽງແຕ່ 4-7 ແມັດກ້ອນໃນໜຶ່ງເຮັກຕາຂອງປ່າໄມ້. ການຂຸດຄົ້ນໄມ້ໃນພື້ນທີ່ດຽວກັນອາດຈະສືບຕໍ່ຫຼັງຈາກ 15 ປີຕໍ່ມາ ເພື່ອໃຫ້ຕົ້ນໄມ້ມີເວລາໃນການຟື້ນຟູ. ເຈົ້າຫນ້າທີ່ກ່າວວ່າພື້ນທີ 480,000 ເຮັກຕາຖືກກໍານົດໄວ້ສໍາລັບສວນອຸດສາຫະກໍາຊຶ່ງຄິດເປັນ 3% ຂອງພື້ນທີປ່າ 70%. ແຕ່ບໍ່ແມ່ນຕົ້ນໄມ້ທັງຫມົດໃນສວນອຸດສາຫະກໍາຈະເຕີບໂຕໃນເວລາດຽວກັນ, ດັ່ງນັ້ນການຕັດໄມ້ຈະເກີດຂື້ນເລື້ອຍໆ ເຮັດໃຫ້ມີການຫຼຸດລົງຂອງການປົກຫຸ້ມໂດຍຕົ້ນໄມ້.

 

ຂໍ້ມູນຂ່າວຈາກ Vientiane on June 03, 2019

ໂດຍ ສຸກສາຄອນ ແວ່ນແກ້ວ

ການປະກອບສ່ວນ