ປິ່ນປົວເບົາຫວານ ແກ້ອາການເຈັບຫົວດ້ວຍສູດຜັກໜອກ

ຊັບພະຄຸນຜັກໜອກຊ່ວຍແກ້ອາການເຈັບຫົວ ແລະ ປິ່ນປົວພະຍາດເບົາຫວານ
phakhaolao.la
phakhaolao.la

ຜັກໜອກເປັນພືດຫຍ້າມັກເກີດຕາມດິນຊຸ່ມ ຕາມສວນ, ທົ່ງນາ ແລະ ເກີດທົ່ວໄປໃນພື້ນທີ່ທົ່ວປະເທດ, ປະຊາຊົນລາວສ່ວນຫຼາຍເກັບມາກິນກັບອາຫານ ແລະ ປຸງແຕ່ງອາຫານໂດຍສະເພາະແມ່ນປະຊາຊົນຊາວພາກເໜືອ ໃຊ້ປະກອບເຂົ້າໃນຊຸບຜັກຊຶ່ງແມ່ນອາຫານພື້ນເມືອງຢ່າງໜຶ່ງທີ່ປະຊາຊົນລາວໃນແຕ່ລະເຂດມັກກິນ. ອີກດ້ານຫນຶ່ງເວລາເວົ້າເຖິງຜັກໜອກ ປະຊາຊົນຈະເຂົ້າໃຈ ແລະ ຮູ້ຈັກກັນດີເພາະປະຊາຊົນ ແລະ ຊາວຄ້າຂາຍທັງຫຼາຍໄດ້ເກັບມາຂາຍໃນທ້ອງຕະຫຼາດ ແລະ ໃຊ້ປຸງແຕ່ງເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ທີ່ຂາຍຕາມຮ້ານອາຫານທົ່ວໄປ. ຜັກໜອກຈັດເຂົ້າໃນກຸ່ມພືດຫຍ້າ ເຄືອນ້ອຍເລືອຕາມໜ້າດິນໃບມົນບົ່ງຕັ້ງສາກກັບເຄືອ ມີກັ່ນຍາວ 8-12 ຊັງຕີແມັດ, ດອກອອກຕາມຊອກໃບ ສີຂຽວອ່ອນຄ້າຍຄືຄັນຮົ່ມ. ຜັກໜອກນອກຈາກໃຊ້ເປັນອາຫານແລ້ວ ຍັງມີປະໂຫຍດທາງດ້ານການປິ່ນປົວພະຍາດເຊັ່ນ: ແກ້ອາການອອກຕຸ່ມ, ເບົາຫວານ, ໄຂ້ຮ້ອນ, ເຈັບຫົວ ແລະ ແກ້ເບື່ອອາຫານ

ປົວພະຍາດເບົາຫວານ

ປະສົມດັ່ງນີ້:
1. ຜັກໜອກ 1 ກຳແຫ້ງ
2. ຜັກໄຊ່ 1 ກຳແຫ້ງ
3. ລາຊາບີ 1 ກຳແຫ້ງ
4. ຫຍ້າໜວດແມວ 1 ກຳແຫ້ງ
5. ສະເອັມດິນ 1 ກຳແຫ້ງ
6. ໃບໝາກມ່ວງຫິມະພານ 1/4 ກຳແຫ້ງ
7. ໃບກາວບົກ 1/4 ກຳແຫ້ງ

ວິທີໃຊ້: ເອົາແຕ່ລະຢ່າງປະສົມກັນຕົ້ມກັບນຳ້ 1,5 ລີດ ຕົ້ມຂ້ຽວໃຫ້ຍັງ 1 ລີດ ແບ່ງດື່ມສາມເວລາ ເຊົ້າ, ສວຍ,ແລງ ທຸກໆວັນຈົນກວ່າອາການຈະດີຂື້ນ.
 

https://www.google.com/url?sa=i&url=https%3A%2F%2Fwww.smileconsumer.com%2F2013%2F12%2F%25E0%25B9%2583%25E0%25B8%259A%25E0%25B8%259A%25E0%25B8%25B1%25E0%25B8%25A7%25E0%25B8%259A%25E0%25B8%2581-centella-asiatica%2F&psig=AOvVaw0ptXV2q8EnDJb-HOxtHOkc&ust=1608014247964000&source=images&cd=vfe&ved=0CAMQjB1qFwoTCOj3tITuzO0CFQAAAAAdAAAAABAT

 

ນອກຈາກຜັກໜອກຈະສາມາກປິ່ນປົວພະຍາດເບົາຫວານໄດ້ແລ້ວຍັງມີຊັບພະຄຸນແກ້ໄຂ້ຮ້ອນ, ເຈັບຫົວ, ເຈັບຄໍ ແລະ ແກ້ເບື່ອ ອາຫານນຳອີກສາມາດປິ່ນປົວໄດ້ດ້ວຍການເກັບຜັກໜອກສົດມາລ້າງໃຫ້ ສະອາດປະມານ 1 ກຳໃຫຍ່ ແລ້ວນຳໄປບົດ ໃສນຳ້ 1 ຈອກເຄິ່ງ ຕອງເອົານຳດື່ມ. ແກ້ອາການອອກຕຸ່ມ ແມ່ນເກັບຜັກໜອກສົດ ປະມານ 1 ກຳມືມາລ້າງໃຫ້ສະອາດ ນຳໄປຕຳ ໃຫ້ແຫຼກ ແລ້ວເອົາໄປໂພະໃສ່ຕາມຕຸ່ມ.

 

ພືດເປັນຢາຢູ່ອ້ອມຕົວເຮົາ Pha Tad Ke Botanical Garden

ການປະກອບສ່ວນ