ປະກາດຮັບອາສາສະໜັກຮ່ວມງານກັບທີມງານພາເຂົ້າລາວ

ໂອກາດດີ ສຳຫຼັບນ້ອງນັກສຶກສາທີ່ຕ້ອງການໃຊ້ເວລາວາງໃຫ້ເກີດປະໂຫຍດ, ຕ້ອງການຝຶກຝົນທັກສະ ແລະ ປະສົບການຂອງຕົວເອງ. ທີມງາມພາເຂົ້າລາວຕ້ອງຜູ້ຊ່ວຍຈຳນວນ 2 ຄົນ ເພື່ອຊ່ວຍຮຽບຮຽງ ແລະ ປ້ອນຂໍ້ມູນໃນລະບົບຖານຂໍ້ມູນພາເຂົ້າລາວ. ເງື່ອນໄຂ ແລະ ລາຍລະອຽດດ້ານລຸ່ມນີ້:
Photo resource from: www.monsterindia.com
Photo resource from: www.monsterindia.com

ກອບໜ້າວຽກສຳຫຼັບອາສາສະໜັກຝຶກງານ
ຜູ້ຊ່ວຍໃນການຄຸ້ມຄອງລະບົບຖານຂໍ້ມູນ “ພາເຂົ້າລາວ”

ເປົ້າໝາຍ: ເພື່ອຮັບປະກັນໃຫ້ລະບົບພາເຂົ້າລາວ ສາມາດຜະລິດລະບົບຂໍ້ມູນຍ່ອຍຂອງຊະນິດພັນພືດ ແລະ ສັດ ຢ່າງໜ້ອຍ 15 ຫົວຂໍ້ຍ່ອຍໃນຜະລິດຕະພັນໜື່ງ.
ຄວາມຮັບຜິດຊອບສະເພາະ: 
ພາຍໃຕ້ການຊີ້ນຳຂອງທີມງານ ພາເຂົ້າລາວ ແລະ ເຮັດວຽກພາຍໃຕ້ໜ່ວຍງານສື່ສານຂອງໂຄງການ ຕາບີ, ນັກສຶກສາຝຶກງານຈະມີສ່ວນໃນກິດຈະກຳຕ່າງໆໂດຍອີງຕາມການມອບໝາຍໃຫ້ຮັບຜິດຊອບແຕ່ລະໜ້າວຽກດັ່ງນີ້:
1.   ດໍາເນີນການຄົ້ນຫາຂໍ້ມູນຈາກຫຼາຍແຫຼ່ງ ເພື່ອເກັບກຳຂໍ້ມູນທີ່ກ່ຽວຂ້ອງກັບຊະນິດພືດຫຼືສັດຕາມທີ່ໄດ້ຖືກມອບໃຫ້ຄົ້ນຄວ້າໂດຍປະກອບມີຂໍ້ມູນດ້ານຕ່າງໆດັ່ງນີ້:
  •    ການຄຸ້ມຄອງການຜະລິດ
  •    ຄູ່ມືດ້ານວິຊາການ
  •    ຂໍ້ມູນຂອງບັນດາຊ່ຽວຊານໃນລາວໃນຂົງເຂດດັ່ງກ່າວ
  •    ຂໍ້ມູນການຕະຫຼາດລວມທັງຜູ້ຊື້ຫຼັກ, ລາຄາ ແລະ ແນວໂນ້ມຂອງຕະຫຼາດ
  •    ເອກະສານຄົ້ນຄວ້າ
  •    ສະມາຄົມທີ່ເຮັດວຽກກ່ຽວກັບຜະລິດຕະພັນສະເພາະ
  •    ໂອກາດທາງດ້ານການທ່ອງທ່ຽວ
  •    ຮ້ານອາຫານ, ຮ້ານຄ້າ ຫຼື ອົງການຈັດຕັ້ງທີ່ສົ່ງເສີມຜະລິດຕະພັນ
2.   ຊ່ວຍໃນການຈັດກອງປະຊຸມຂອງຜູ້ສະໜອງຂໍ້ມູນຫຼັກໃນການເສີມຂະຫຍາຍລະບົບຖານຂໍ້ມູນໃນຕໍ່ໜ້າ
3.   ຊ່ວຍໃນການປະກອບຂໍ້ມູນລົງໃນເວັບໄຊສ໌
4.   ສືບຕໍ່ຂະຫຍາຍການເຂົ້າເຖິງລະບົບພາເຂົ້າລາວຈາກນັ້ນສຶກສາ ແລະ ບັນດາຄູອາຈານ ໂດຍຜ່ານການໂຄສະນາໃນມະຫາວິທະຍາໄລຕ່າງໆ
5.   ຊ່ວຍທີມງານໂຄງການ ຕາບີ ໃນການຈັດງານກິດຈະກຳຕ່າງໆເພື່ອໂຄສະນາໂຄງການໃຫ້ສັງຄົມຮັບຮູ້
6.   ຄົ້ນຫາຂ່າວປະຈໍາວັນ ແລະ ກິດຈະກໍາກ່ຽວກັບການຮ່ວມມືດ້ານຊີວະນາໆພັນເພື່ອເອົາລົງໃນລະບົບ ແລະ ສື່ສັງຄົມອອນລາວຂອງພາເຂົ້າລາວ 
ເງື່ອນໄຂຂອງຜູ້ສະໝັກ:
  •    ເປັນນັກສຶກສາທີ່ສຶກສາຂອງຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດທຳມະຊາດ, ຄະນະກະເສດສາດ, ຄະນະວິທະຍາສາດວິທະຍາສາດສີ່ງແວດລ້ອມ ແລະ ຕ້ອງສຶກສາປີ 2 ຂຶ້ນໄປ.
  •    ສາມາດນຳໃຊ້ Microsoft Office
  •    ມີທັກສະທາງດ້ານການສື່ສານໂດຍສະເພາະແມ່ນສາມາດນຳໃຊ້ລະບົບສື່ສັງຄົມອອນລາຍ (facebook, twitter, youtube, website)
  •    ມີຄວາມສາມາດສື່ສານເປັນພາສາອັງກິດ ຫຼື ພາສາສາອື່ນໆ
ຄ່າຕອບແທນ: 
ທາງໂຄງການມີນະໂຍບາຍສຳລັບການຝຶກງານໂດຍທົ່ວໄປ, ຈະມີຄ່ານ້ຳມັນລົດ ແລະ ອາຫານທ່ຽງໃຫ້ ໂດຍທຽບເທົ່າ150 ໂດລາ ຕໍ່ເດືອນ (ຄິດໄລ່ຕາມວັນເຮັດວຽກຕົວຈິງ) ແລະ ຍິນດີຮັບນັກສຶກສາທີ່ມີເວລາເຮັດວຽກນຳພວກເຮົາເຄິ່ງວັນ ຫຼື ເຕັມວັນກໍໄດ້.

ຫມາຍເຫດ: ພາເຂົ້າລາວ ສະຫນັບສະຫນູນຄວາມຫຼາກຫຼາຍຂອງບົດບາດຍິງຊາຍ ແລະ ຊົນເຜົ່າເພື່ອເຂົ້າມາເຮັດວຽກຮ່ວມກັນ.

ຕໍ່ຕິດພົວພັນ: ແກ້ວອຸດອນ ສຸວັນນະກູມມານ (ດອນ) (ຜູ້ຈັດການຖານຂໍ້ມູນພາເຂົ້າລາວ)
ໂທ: 020 99199726
ອິເມລ: phakhaolao18@gmail.com or keooudone1988@gmail.com  

ດາວໂຫລດ
ການປະກອບສ່ວນ