ຕາດເຍືອງຄ້ວາລາງວັນຊະນະເລີດສະຖານທີ່ໜ້າທ່ຽວທີ່ສຸດຂອງອາຊຽນ ປະຈໍາປີ2022

www.phakhaolao.la

ຕາດເຍືອງຖືວ່າເປັນນໍ້າຕົກຕາດຂະໜາດໃຫຍ່ອີກແຫ່ງໜຶ່ງຂອງ ສປປ ລາວ ທັງຍັງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຖືໄດ້ວ່າເປັນອີກໜຶ່ງສະຖານທີ່ຂຶ້ນຊື່ຂອງແຂວງຈຳປາສັກ ຊຶ່ງໃນປີນີ້ ຕາດເຍືອງໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວທີ່ສຸດຂອງອາຊຽນປະຈໍາປີ 2022.

ກິດຈະກໍາດັ່ງກ່າວແມ່ນໄດ້ເລີ່ມໂຫວດມາຕັ້ງແຕ່ ວັນທີ 1 ມັງກອນເປັນຕົ້ນມາໃນຂອບເຂດອາຊຽນ ຈົນມາຮອດໃນວັນທີ 18 ທີ່ຜ່ານມານີ້ ຕາດເຍືອງກໍໄດ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວທີ່ສຸດ ແລະ ໄດ້ຮັບລາງວັນຊະນະເລີດການທ່ອງທ່ຽວແຫ່ງອາຊຽນສາຂາການທ່ອງທ່ຽວແບບຍືນຍົງ ປະຈໍາປີ 2022 ຊຶ່ງໃນລະຫວ່າງວັນທີ 16-20 ມັງກອນນີ້ ທາງຄະນະເຈົ້າໜ້າທີ່ຂອງແຂວງຈໍາປາສັກກໍຈະໄດ້ໄປຮ່ວມງານຮັບລາງວັນທີ່ປະເທດກໍາປູເຈຍ.

ຕາດເຍືອງນອກຈາກຈະໂດດເດັ່ນເລື່ອງຄວາມງາມ ແລະ ຄວາມອຸດົມສົມບູນທາງທໍາມະຊາດແລ້ວ ທັງນີ້ ນັກທ່ອງທ່ຽວຍັງໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງຊົນເຜົ່າຕ່າງໆທີ່ເປັນຊົນເຜົ່າດັ້ງເດີມທີ່ຢູ່ອ້ອມຮອບບໍລິເວນນັ້ນອີກດ້ວຍ ສຳລັບຕາດເຍືອງແມ່ນສູງປະມານ 50 ແມັດ, ໂດຍມີຕົ້ນກຳເນີດຈາກສາຍຫ້ວຍບັ້ງລຽງ ຕັ້ງຢູ່ໃນເຂດຄວາມຮັບຜິດຊອບ ຂອງອົງການປົກຄອງບ້ານ ຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເຖິງແມ່ນວ່າໃນປັດຈຸບັນຈະມີຫຼາຍສິ່ງປ່ຽນແປງໄປ ແລະ ສູນຫາຍໄປຕາມການເວລາກໍຕາມ ແຕ່ຕາດເຍືອງຍັງຄົງອະນຸລັກວິຖີຊີວິດ, ວັດທະນະທໍາຮີດຄອງປະເພນີ ພ້ອມທັງຍຶດຖືເອົາການພັດທະນາໃຫ້ສອດຄ່ອງກັບການອະນຸລັກສິ່ງແວດລ້ອມ, ອະນຸລັກວັດທະນະທໍາ.

ການປະກອບສ່ວນ