ຄາດວ່າການສົ່ງອອກກາເຟໃນປີນີ້ ຈະຫຼຸດເຫຼືອພຽງແຕ່ 20 ພັນໂຕນ

www.phakhaolao.la

ກາເຟຖືໄດ້ວ່າເປັນສິນຄ້າສົ່ງອອກຂອງລາວທີ່ມີທ່າແຮງຫຼາຍໃນປີໆທີ່ຜ່ານມາ ແລະ ມີຕະຫຼາດຮອງຮັບຢູ່ຫຼາຍປະເທດ ແຕ່ປີນີ້ຄາດວ່າການສົ່ງກາເຟອອກຈະຫຼຸດລົງ ເນື່ອງຈາກວ່າຊາວສວນຈຳນວນໜຶ່ງຫັນໄປປູກພືດແນວອື່ນແລ້ວ ດັ່ງນັ້ນຈຶ່ງຄາດວ່າຍອດການສົ່ງອອກກາເຟໃນປີນີ້ຈະຫຼຸດລົງ.

ໃນໂອກາດດັ່ງກ່າວທ່ານ ສີສະໜຸກ ສີສົມບັດ ປະທານທີ່ປຶກສາສະມາຄົມກາເຟລາວ ໄດ້ໃຫ້ຮູ້ວ່າ: ການສົ່ງອອກກາເຟລາວໃນປີ 2021 ທີ່ຜ່ານມານີ້ແມ່ນ 30 ພັນໂຕນ ແຕ່ໃນປີ 2022 ນີ້ ປະລິມານການສົ່ງອອກກາເຟລາວ ຈະຫຼຸດລົງເຫຼືອ 20 ພັນໂຕນ ເນື່ອງຈາກວ່າ ຕະຫຼາດກາເຟໃນໂລກ ມີການປ່ຽນແປງຫຼາຍຢ່າງ ດັ່ງນັ້ນຈຶ່ງສົ່ງຜົນເຮັດໃຫ້ຜົນຜະລິດກາເຟລາວນັ້ນກໍຫຼຸດລົງໄປຕາມໆກັນ ທັງນີ້ເນື້ອທີ່ປູກກາເຟກໍໜ້ອຍລົງ ພ້ອມດຽວກັນນັ້ນຜູ້ປູກກາເຟຈຳນວນໜຶ່ງກໍໄດ້ຫັນໄປປູກພືດຊະນິດອື່ນແທນເປັນຕົ້ນແມ່ນປູກມັນຕົ້ນ ແລະ ຢາງພາລາ ສະນັ້ນຈຶ່ງເຮັດໃຫ້ການຜະລິດການເຟໃນ ສປປ ລາວ ຫຼຸດລົງ.

ພ້ອມດຽວກັນນັ້ນທ່ານຍັງກ່າວຕື່ມອີກວ່າ: ການປູກກາເຟລາວໃນປັດຈຸບັນ ແມ່ນຫຼຸດລົງ ແຕ່ຄວາມຕ້ອງການກາເຟໃນສັງຄົມເຮົາຍັງເພີ່ມຂຶ້ນ ຕໍ່ກັບບັນຫາດັ່ງກ່າວ ທາງສະມາຄົມກາເຟລາວຈຶ່ງໄດ້ຈັດບຸນມະໂຫລານກາເຟຂຶ້ນ ຢູ່ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງຖືໄດ້ວ່າເປັນເຂດຜະລິດກາເຟຂອງປະເທດເຮົາ ເພື່ອເປັນການໂຄສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງຄຸນນະພາບຂອງກາເຟລາວ ແລະ ທັງເປັນການສົ່ງເສີມຜູ້ປູກກາເຟໃຫ້ຫຼາຍຂຶ້ນ ເຊິ່ງງານດັ່ງກ່າວ ຄັ້ງທີ 2 ແມ່ນຈັດຢູ່ນະຄອນຫຼວງວຽງຈັນຊຶ່ງເປັນເຂດຊົມໃຊ້ກາເຟ ແລະ ຄັ້ງທີ 3 ກໍໄດ້ຈັດຢູ່ນະຄອນປາກເຊ ແຕ່ເນື່ອງຈາກພົບກັບສະພາບຄວາມຫຍຸ້ງຍາກໃນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ເຊິ່ງໃນໄລຍະ 10 ປີທີ່ຜ່ານມາ ລາຄາກາເຟແມ່ນຫຼຸດລົງຫຼາຍ ຈຶ່ງເຮັດໃຫ້ຊາວສວນຜູ້ປູກກາເຟ ຫັນໄປປູກພືດຊະນິດອື່ນ ທີ່ໃຊ້ເວລາສັ້ນໃນການເກັບຜົນຜະລິດ.

ໃນນີ້ ການຜະລິດກາເຟໃຫ້ກາຍເປັນສິນຄ້າ ຍັງສາມາດສ້າງອາຊີບໃຫ້ສັງຄົມໄດ້ເຖິງ 4 ອາຊີບ ເປັນຕົ້ນແມ່ນ ຊາວສວນຜູ້ປູກກາເຟ, ຜູ້ຮັບຊື້ກາເຟຈາກຊາວສວນເຂົ້າໂຮງງານ ໂດຍມີການປັບຄຸນນະພາບ ເພື່ອສົ່ງອອກເປັນສິນຄ້າ ຫຼື ຂາຍພາຍໃນປະເທດ, ຜູ້ຜະລິດປຸງແຕ່ງກາເຟ ໂດຍຜ່ານການຂົ້ວກາເຟ ເພື່ອໃຫ້ກາຍເປັນອຸດສາຫະກໍາ ແລະ ຜູ້ຂາຍກາເຟໃນຮ້ານຕ່າງໆ.

 

ການປະກອບສ່ວນ