ຄັ້ງທຳອິດໃນການສຶກສາຂໍ້ມູນເຫັດໃນເຂດພາກເໜືອຂອງລາວ 

ຕົ້ນລະດູຝົນໃກ້ຈະມາເຖິງນີ້ ມີເຫັດຫຼາຍຊະນິດທີ່ກຳລັງຈະເກີດຕາມພື້ນປ່າທຳມະຊາດ, ໂດຍສະເພາະແມ່ນໃນປ່າໂຄກ, ປ່າແປກ ແລະ ປ່າໄມ້ກໍ່ ເຊິ່ງເປັນປ່າທີ່ມີຄວາມຫຼາກຫຼາຍຂອງຊະນິດເຫັດທີ່ເກີດໃນຊ່ວງລະດູຝົນ, ເຫັດຫຼາຍຊະນິດທີ່ວາງຂາຍຕາມແຄມແຄມທາງ ແລະ ຕະຫຼາດທ້ອງຖີ່ນ, ເຊິ່ງແມ່ນປະຊາຊົນ ໄດ້ເກັບມາຈາກປ່າເພື່ອນຳມາຂາຍ ເພື່ອສ້າງລາຍໄດ້ໃຫ້ກັບຄອບຄົວ ຊຶ່ງເປັນເຫັດທີ່ສາມາດບໍລິໂພກໄດ້, ບາງຊະນິດກໍ່ເປັນຢາ ແລະດີຕໍ່ສຸຂະພາບຫຼາຍ, ແຕ່ນອກນັ້ນຍັງມີອີກຫຼາຍຊະນິດທີ່ເປັນພິດ ແລະ ອັນຕະລາຍຕໍ່ຊີວິດຂອງມະນຸດ.
Ole Pedersen
Ole Pedersen

ປື້ມເຫຼັ້ມນີ້ແມ່ນມີຂໍ້ມູນສຳຄັນທາງດ້ານຊີວະວິທະຍາຂອງເຫັດໃນແຂວງຊຽງຂວາງ, ທີ່ໄດ້ຂຽນເປັນສອງພາສາຄືພາສາລາວ ແລະ ພາສາອັງກິດໃນປື້ມເຫຼັ້ມດຽວກັນມີຄວາມໜ້າສົນໃຈຫຼາຍ ຊຶ່ງໄດ້ໄຈ້ແນກຊະນິດຂອງເຫັດທີ່ກີນໄດ້, ເຫັດພິດ ແລະ ເຫັດເປັນຢາໃນ ແຂວງຊຽງຂວາງ ກໍ່ຄືກັບແຂວງອື່ນໆໃນພາກເໜືອຂອງລາວ.
ປື້ມ ນຳສະເໜີເຖິງ ເຫັດທີ່ກິນໄດ້, ເປັນພິດ ແລະ ເປັນໃນພາກເໜືອ ສປປລາວ ເຫັ້ມນີ້ ເປັນການສຶກສາຄັ້ງທໍາອິດໃນລາວ ເຊິ່ງປະກອບຂໍ້ມູນທົ່ວໄປທາງດ້ານຊີວະວິທະຍາ ແລະກຸ່ມຂອງເຫັດ, ຂໍ້ມູນຂອງເຫັດທີ່ສາມາດກິນໄດ້, ເຫັດທີ່ເປັນພິດ ແລະ ຊະນິດເຫັດທີ່ສາມາດໃຊ້ເປັນຢາປົວພະຍາດ ຫຼື ດີຕໍ່ສຸຂະພາບ ທີ່ທ່ານສາມາດພົບເຫັນຢຸ່ຕາມເດີ່ນບ້ານ ແລະ ຕາມປ່າ.
ປຶ້ມເຫຼັ້ມນີ້ ຂຽນຂຶ້ນໂດຍ Thomas Laessoe, Ole Sparre Pedersen and Phongeun Sysouphanthong ແລະ ໄດ້ນຳສະເໜີຂໍ້ມູນເຫັດຫຼາຍກວ່າ 160 ຊະນິດ ທີ່ມີຮູບຕົວຈິງໃຫ້ເບິ່ງຫຼາຍກວ່າ 330 ຮູບ. ພ້ອມກັບຄຳບັນຍາຍທີ່ເປັນ 2 ພາສາ (ລາວ-ອົງກິດ). ຊຶ່ງໜ້າຈະເປັນປະໂຫຍດສຳລັບນັກສຶກສາ ຫຼື ບຸກຄົນທົ່ວໄປທີ່ມີຄວາມສົນໃຈຢາກຮູ້ວ່າເຫັດຊະນິດໃດກິນໄດ້, ຊະນິດໃດເປັນພິດ, ແລະ ຊະນິດທີ່ເປັນຢາ ທີ່ເກີດຂຶ້ນໃນປະເທດລາວ.
ຖ້າທ່ານມີຄວາມສົນໃຈປຶ້ມດັ່ງກ່າວທັງເປັນເອກະສານພິມ ຫຼື ເປັນຟາຍ ສາມາດຕິດຕໍ່ ທ່ານ ໂອເລ ສປາເຣ ເພເດິຊັນ, ອີເມລ: olesped@gmail.com, ແລະ ມີວາງຂາຍທີ່ສວນພຶກສາຊາດຜາຕັດແກ້, ຫຼວງພະບາງ ອີເມລ: sith@pha-tad-ke.com

ການປະກອບສ່ວນ