ກະຊວງສາທາເຫັນດີຈະເອົາຜະລິດຕະພັນຢາພື້ນເມືອງ 3 ຊະນິດເຂົ້າບັນຊີຢາພື້ນຖານແຫ່ງຊາດ

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ສະຖາບັນການແພດ ແລະ ການຢາພຶ້ນເມືອງ ໄດ້ຈັດກອງປະຊຸມ ວິທະຍາສາດສະຫຼຸບ ການສຶກສາຄົ້ນຄ້ວາ ແລະ ນຳໃຊ້ພືດທີ່ເປັນຢາຂອງ ສປປ ລາວທັງ 3 ຊະນິດທີ່ໄດ້ນໍາເຂົ້າໃຊ້ໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ 3 ແຂວງພາກໃຕ້ ຄື: ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ໃນໄລຍະທີ່ຜ່ານມາ ພ້ອມທັງຈົດເຂົ້າໃນບັນຊີຢາພື້ນຖານແຫ່ງຊາດ.

ເຊິ່ງກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າຫ້ອງການກະຊວງສາທາລະນະສຸກ, ກົມອາຫານ ແລະ ຢາ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມແຜນການ ແລະ ການຮ່ວມມື, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ຄະນະເພສັຊສາດ, ຄະນະພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງວຽງຈັນ, ໂຮງງານຜະລິດຢາເລກ 3 ແລະ ໂຮງງານຜະລິດຢາເລກ 2, ຕາງໜ້າ ຄະນະກະກຽມສ້າງຕັ້ງສະມາຄົມອະນຸລັກການແພດ ແລະ ການຢາພື້ນເມືອງລາວ, ປະທານສວນພຶດສາດ່ານຊີ ຕາງໜ້າຫ້ອງປຸງແຕ່ງຢາພື້ນເມືອງພາກສັງຄົມທີ່ໃຫ້ສະໜັບສະໜູນດ້ານຢາພື້ນເມືອງ, ບັນດາຫົວໜ້າສູນ/ພະແນກ ພ້ອມວິຊາການອ້ອມຂ້າງຂອງສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາມຜົນທີ່ໄດ້ຮັບຈາກການຄົ້ນຄວ້າດັ່ງກ່າວ ແມ່ນເຫັນດີທີ່ຈະເຊື່ອມສານເອົາຜະລິດຕະພັນຢາພື້ນເມືອງທັງ 3 ຊະນິດຄື: ລາຊາບີ, ກະຊາຍຂາວ ແລະ ຄາວທອງ ເຂົ້າໃນຄູ່ມືການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຊຶ່ງຢາດັ່ງກ່າວແມ່ນໃຊ້ສຳລັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ມີອາການ ຫຼື ມີອາການເບົາບາງ ຫາ ປານກາງ ແລະ ຈະນໍາເອົາຜະລິດຕະພັນຢາພື້ນເມືອງທັງ 3 ຊະນິດນີ້ເຂົ້າໃນບັນຊີຢາພື້ນຖານແຫ່ງຊາດ ພ້ອມທັງຈະສືບຕໍ່ພັດທະນາວຽກງານຢາພື້ນເມືອງລາວ ແລະ ຜະລິດຕະພັນເສີມສຸຂະພາບ ໂດຍຜ່ານການຄົ້ນຄ້ວາຢັ້ງຢືນຈາກທາງດ້ານວິທະຍາສາດຂອງສະຖາບັນ ເພື່ອສາມາດນຳໃຊ້ເຂົ້າເປັນຢາປິ່ນປົວຢູ່ໃນໂຮງໝໍໄດ້.

 

ການປະກອບສ່ວນ