ກອງປະຊຸມໃຫ່ຍຂອງເຄືອຂ່າຍຊາວກະສິກອນລາວ 2020

ກອງປະຊຸມຖອດຖອນບົດຮຽນ ແລະ ກອງປະຊຸມໃຫ່ຍຂອງເຄືອຂ່າຍຊາວກະສິກອນລາວ ວັນທີ 11-12 ພະຈິກ 2020 ທີ່ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
phakhaolao.la
phakhaolao.la

ວັນທີ 11-12 ​ພະຈິກ 2020 ເຄືອຂ່າຍກະສິກອນລາວ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ກອງປະຊຸມໃຫຍ່ເຄືອຂ່າຍຊາວກະສິກອນລາວ 2020 ຂຶ້ນ ທີ່ຫ້ອງປະຊຸມສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ-ລາວເກົາຫຼີ ທີ່ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ເຊິ່ງຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອເອື້ອອຳນວຍການຮຽນຮູ້ໃຫ້ແກ່ຜຸ້ເຂົ້າຮ່ວມ, ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນຂອງຊາວກະສິກອນຂະໜາດນ້ອຍທີ່ກຳລັງພົບພໍ້, ເພື່ອສະເຫຼີມສະຫຼອງເຄືອຂ່າຍຄົບຮອບ 6 ປີ ແຫ່ງການຮຽນຮູ້ ແລະ ຕົກລົງຮັບເອົາແຜນຍຸດທະສາດໃໝ່ຂອງເຄືອຂ່າຍປີ 2021-2025

ຄາດໝາຍຢ່າງໜ້ອຍ 30 ​ບົດຮຽນດີເດັ່ນມີການແບ່ງປັນແລກປ່ຽນໃນກອງປະຊຸມຖອດຖອນບົດຮຽນ, ເຄືອຂ່າຍຊາວກະສິກອນມີເຄືອຂ່າຍທີ່ເຂັ້ມແຂງກັບພາກສ່ວນທີ່ກ່ຽວຂ້ອງ, ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽງກັບນະໂຍບາຍຂອງພາກລັດໃນການສະໜັບສະໜຸນຊາວກະສິກອນຂະໜາດນ້ອຍ ແລະ ຄອບຄົວຊາວກະສິກອນ, ລາຍງານກິດຈະກຳຂອງເຄືອຂ່າຍແຕ່ປີ 2017-2020,​ ລາຍງານຍຸດທະສາດໃໝ່ຂອງເຄືອຂ່າຍຊາວກະສິກອນ 2021-2025

ພາຍໃນກອງປະຊຸມມີສະມາຊິກເຄືອຂ່າຍຊາວກະສິກອນມາຈາກຫຼາຍແຂວງ, ຫົວໜ່ວຍທຸລະກິດ, ອົງການ ແລະ ໂຄງການພັດທະນາ, ພາກສ່ວນອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຫຼາຍກວ່າ 100 ທ່ານເຊັ່ນ KOICA, SDC, VFI, NAFRI, DOA ແລະ ອື່ນໆ 

ມີການດຳເນີນງານດ້ວຍກິດຈະກຳແລກປ່ຽນຄວາມຮູ້ຫຼາກຫຼາຍເຊັ່ນ: ການຈັດສະແດງຂອງຄະນະໄວໜຸ່ມເຄືອຂ່າຍຊາວກະສິກອນລາວ, ນຳສະເໜີນະໂຍບາຍລັດຖະບານໃນການສະໜັບສະໜຸນຊາວກະສິກອນຂະໜາດນ້ອຍ, ແຜນກິດຈະກຳການຫຼຸດຜ່ອນຜົນກະທົບຈາກໂຄວິດ 19 ໃນຂະແໜງກະສິກຳ, ພ້ອມນັ້ນຍັງມີການສາຍວີດີໂອຜົນປະໂຫຍດຂອງເຄືອຂ່າຍຊາວກະສິກອນລາວ, ກິດຈະກຳສົ່ງເສີມທຸລະກິດກະສິກຳສີຂຽວ ແລະ ສ້າງວຽກເຮັດງານທຳ ພ້ອມນັ້ນຍັງມີການແລກປ່ຽນນຳສະເໜີ ໂພສເຕີ້ບົດຮຽນກໍລະນີສຶກສາຫຼາຍກວ່າ 27 ຫົວຂໍ້ນຳອີກ ເຊັ່ນ: ນາເມຍງາມ, ກະຕ່າຜັກຊາວສວນແມ່ຍິງ, ເຕັກນິກການລ້ຽງງົວລະດູແລ້ງ, ການລ້ຽງແມງແຄງພິຄາດ, ແລະ ຍັງມີພາເຂົ້າລາວ ເວທີແລກປ່ຽນຂໍ້ມູນຂ່າວສານຊີວະນາງພັນກະສິກຳລາວ ກໍໄດ້ນຳສະເໜີເປັນໜຶ່ງໃນຫົວຂໍ້ເຫຼົ່ານີ້

 

phakhaolao.la

 

 

 

ການປະກອບສ່ວນ