ຊ້າງໂມງ / Potato Tree
APA 6th ed. ຊ້າງໂມງ / Potato Tree. (2021, August 16). Retrieved from https://www.phakhaolao.la/index.php/kb/0001299
MLA 8th ed. ຊ້າງໂມງ / Potato Tree. Pha Khao Lao, 16 August 2021, https://www.phakhaolao.la/index.php/kb/0001299.
Chicago 17th ed. Pha Khao Lao. 2021. "ຊ້າງໂມງ / Potato Tree." Published August 16, 2021. https://www.phakhaolao.la/index.php/kb/0001299.
ໄທ: ສ້າງແປ້ງ, ດັບຢາງ, ຂາກະອ້າຍ, ຂາຕ່າຍ, ຫູຄວາຍ, ສັບແປ້ງ, ຝ່າແປ້ງ, ສະແປ້ງ ແລະ ສາງໂມງ
ອັງກິດ: Potato Tree, Wild Tobacco, Canary Nightshade, Mullein Nightshade, Velvet Nightshade, Turkey Berry ແລະ Salvadora
ຈີນ: 假烟叶树
ຫວຽດນາມ: Ngoi, Cà hôi ແລະ Co sà lang
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງ 1-4 ຊມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ເປືອກຕົ້ນເປັນສີຂາວ, ທຸກສ່ວນຂອງລຳຕົ້ນມີຂົນສີຂາວກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ກວ້າງ 8-13 ຊມ, ຍາວ 10-25 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບອ່ອນນຸ້ມ ແລະ ມີຂົນປົກຄຸມຢ່າງໜາແໜ້ນ, ຜິວໃບດ້ານເທິງເປັນສີຂາວ, ຜິວໃບດ້ານລຸ່ມສີຂຽວປົນຂາວ. ກ້ານໃບຍາວປະມານ 3-6 ຊມ, ມີຂົນຂາວປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈາງ, ອອກບໍລິເວນປາຍກິ່ງ. ກ້ານຊໍ່ດອກຍາວ 5-10 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດ 2 ຊມ, ສີຂາວ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກເປັນ 5 ແສກ, ຮູບສາມຫຼ່ຽມ, ສີຂຽວອ່ອນ. ກີບດອກມີ 5 ກີບ, ຮູບຫອກ ຫຼື ຮູບໄຂ່. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ຖານດອກ, ສີເຫຼືອງ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມ, ຂະໜາດປະມານ 1.5 ຊມ, ຜິວມີຂົນຂຸຍສີຂາວກະຈາຍຢ່າງໜາແໜ້ນ. ແກ່ນຮູບກົມ, ຈຳນວນຫຼາຍ.
ສັບພະຄຸນ:
ຮາກ: ເປັນຢາຫຼຸດລະດັບນ້ຳຕານໃນເລືອດ, ແກ້ອາການຖອກທ້ອງ, ອາການທ້ອງບິດ, ໃຊ້ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ເປັນໜອງ, ມີນ້ຳຄາວປາ,
ຍອດອ່ອນ: ໃຊ້ແຊ່ກັບເຄືອຕົດໝາ ແລະ ຕົ້ນຄູນດື່ມເປັນຢາແກ້ທ້ອງອືດ.
ໃບ: ໃຊ້ເປັນຢາຮັກສາພະຍາດວັນນະໂລກທີ່ຕ່ອມນ້ຳເຫຼືອງຕາມບໍລິເວນຄໍ, ແກ້ອາການເຈັບຫົວ, ເຈັບແຂ້ວ, ນຳມາຕົ້ມອາບໃນແມ່ຍິງຫຼັງຄອດລູກຊ່ວຍໃຫ້ມົດລູກເຂົ້າອູ່ໄວຂຶ້ນ, ໃຊ້ເປັນຢາຮັກສາອາການຕົວບວມ, ໃບໃຊ້ຫ້າມເລືອດ, ໃຊ້ພອກຮັກສາແຜໄຟໄໝ້, ແຜເປື່ອຍ, ແຜເປື່ອຍໃນປາກ, ແຜໃນດັງ, ຜິວໜັງອັກເສບ, ຮັກສາກາກເກື້ອນ, ຝີ, ແກ້ຝົກຊ້ຳ ແລະ ຮັກສາພະຍາດເກົ່າ.
ຮາກ ແລະ ໃບ: ນຳມາທັບແຊ່ກັບໝາກແຄ້ງຂົມດື່ມແກ້ອາການປ່ວນທ້ອງ, ປວດຮາກ ແລະ ອາຫານເປັນພິດ.
ເປືອກ: ໃຊ້ເປັນຢາຮັກສາພະຍາດຜິວໜັງ
ທັງຕົ້ນ: ໃຊ້ເປັນຢາຮັກສາອາການອັກເສບຈາກແຜໄຟໄໝ້
ຂໍ້ມູນທາງວິທະຍາສາດ:
ລຳຕົ້ນ: ສານເຄມີທີ່ພົບໄດ້ແກ່ diosgenin, solamargine, solasodine, solasodine monoglucoside, solasonine ແລະ solaverbascine, solaverine.
ໃບ: ພົບສານ tomatidenol.
ກິ່ງ, ໃບ ແລະ ໝາກ: ພົບສານ diosgenin ແລະ solasodine.
ກິ່ງ ແລະ ໃບ: ພົບສານ solasonine.
ໃບ ແລະ ຮາກ: ພົບສານ solamergine, solasodine monoglucoside ແລະ solasonine.
ສານ: solasoine, solasodine, solamergine ແລະ tomatideno ສາມາດຢັບຢັ້ງເຊື້ອບາງຊະນິດ ເຊັນ Claviceps. Rhizoctonia, Piricularia, Polypordus ແລະ Sclerotinia, ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຕ້ານເຊື້ອແບັກທິເຣຍ.
ສານສະກັດຈາກໃບ ແລະ ກິ່ງ: ໂດຍວີທີການຕົ້ມບໍ່ມີຜົນກະທົບຕໍ່ລຳໄສ້ໃຫຍ່, ແຕ່ມີຜົນເຮັດໃຫ້ລຳໄສ້ນ້ອຍເຄັ່ງຕົວ, ນອກນີ້ຍັງສາມາດກະຕຸ້ນກ້າມຊີ້ນລາຍບໍລິເວນໜ້າທ້ອງ ແລະ ຕ່ອມມົດລູກອ່ອນໆ, ເຮັດໃຫ້ຫົວໃຈບີບຕົວໄວ ແລະ ມີຜົນກະທົບຕໍ່ລະບົບປະສາດສ່ວນກາງ.
ໝາກ: ມີສານໃນກຸ່ມສະເຕີຣອຍທີ່ມີຊື່ວ່າ Solasodine ໃນປະລິມານສູງ ສາມາດນຳໄປສັງເຄາະເປັນຢາຄຸມກຳເນີດໄດ້.
ປີ 1991 ປະເທດແມັກຊີໂກໄດ້ທົດສອບສານສະກັດຈາກຕົ້ນຊ້າງໂມ້ງພົບວ່າສາມາດຫຼຸດລະດັບນ້ຳຕານໃນເລືອດໄດ້ຮອດ 21.1% ຫຼາຍກ່ວາ tolbutamide ທີ່ໄດ້ພຽງ 14.3%.
ສິ່ງທີ່ຄວນລະວັງ.
ໃບ: ຖ້າໃຊ້ໃນປະລິມານຫຼາຍສາມາດເຮັດໃຫ້ແທ້ງລູກໄດ້.
ຄຸນປະໂຫຍດ:
ໃບ: ນຳມາໃສ່ໃນເລົ້າໄກ່ຊ່ວຍໄລ່ໄຮ, ນຳມາທັບແລ້ວໃຊ້ລ້າງຈານ, ໃຊ້ຮອງແຜ່ນຖົ່ວເນົ່າເພື່ອບໍ່ໃຫ້ຖົ່ວເນົ່າຕິດກັບແຜ່ງຕາກ.
ລຳຕົ້ນ: ນຳມາເຮັດຖ່ານເປັນໜື້ ແລະ ເປັນຟືນ.
ໝາກ: ນຳມາຕຳແລ້ວຄັ້ນເອົານ້ຳໃຫ້ງົວ ຫຼື ຄວາຍກິນເປັນຢາຮັກສາພະຍາດຂີ້ຂາວ.