5 ສະໝຸນໄພຊ່ວຍບັນເທົາເພາະລຳໄສ້ອັກເສບ

Sakhone INTHAVONG
ກະເພາະລຳໄສ້ອັກເສບສາມາດບົນເທົາໄດ້ດ້ວຍ 5 ສະມຸນໄພດັງນີ້
ຊີວະນາໆພັນກະສິກຳ
www.phakhaolao.la
phakhaolao.la

ອາການກ່ຽວກັບກະເພາະລຳໄສ້ເຊື່ອວ່າຫຼາຍຄົນອາດຈະພົບ ແລະ ຮັບຮູ້ບັນຫານີ້, ເຊິ່ງເກີດມາຈາກຫຼາຍສາເຫດ ເຊັ່ນ: ການກິນອາຫານທີ່ບໍ່ຖືກເວລາ, ກິນອາຫານທີ່ມີລົດຊາດຈັດເກີນໄປ, ລວມໄປເຖິງການດື່ມແອວກໍຮໍ ເປັນຕົ້ນ. ສະນັ້ນມື້ນີ້ພວກເຮົາຈຶ່ງນຳເອົາວິທີຮັກສາອາການເຈັບກະເພາະອັກເສບດວຍພືດສະໝຸນໄພພື້ນບ້ານມາຝາກກັນ.

 

ກ້ວຍນ້ຳ:

ເປັນໝາກໄມ້ທີ່ສາມາດຮັກສາພະຍາດພະຍາດກະເພາະໄດ້ ພຽງແຕ່ນຳເອົາກ້ວຍນໍ້າທີ່ຍັງດິບມາຝານ ແລ້ວນຳໄປຕາກແດດໃຫ້ແຫ້ງ, ຈາກນັ້ນນຳມາບົດໃຫ້ລະອຽດ ແລ້ວນຳມາປະສົມກັບນ້ຳ ແລະ ນ້ຳເຜິ້ງດື່ມ ຫຼື ຈະນຳກ້ວຍທີ່ບົດມາປະສົມກັບອາຫານກໍໄດ້, ໂດຍຮັບປະທານກ່ອນກິນເຂົ້າ ແລະ ກ່ອນນອນ, ຈະສາມາດປ້ອງກັນ ແລະ ຮັກສາບາດແຜທີ່ເກີດໃນກະເພາະອາຫານໄດ້ເປັນຢ່າງດີ. ເພາະກ້ວຍນ້ຳດິບຈະມີສານທີ່ສາມາດກະຕຸ້ນຈຸລັງໃນກະເພາະໃຫ້ປ່ອຍສານ ລິວຊິນ ອອກມາເພື່ອເຮັດໜ້າທີ່ເຄືອບກະເພາະອາຫານໄວ້ນັນເອງ.

https://www.creativeecon.asia/%E0%B8%81%E0%B8%A5%E0%B9%89%E0%B8%A7%E0%B8%A2-%E0%B8%A1%E0%B8%B0%E0%B8%9E%E0%B8%A3%E0%B9%89%E0%B8%B2%E0%B8%A7-%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%AD%E0%B8%A2%E0%B9%88%E0%B8%B2/%E0%B8%81%E0%B8%A5%E0%B9%89%E0%B8%A7%E0%B8%A2%E0%B8%99%E0%B9%89%E0%B8%B3%E0%B8%A7%E0%B9%89%E0%B8%B2/

 

ຫົວຂີ້ໝີ້ນ:

ໃນສະໝຸນໄພຂີ້ໝີ້ນຈະມີສານ ເຄີຄິວມີນອຍ ທີ່ເປັນຕົວປ້ອງກັນການເກີດບາດແຜໃນກະເພາະອາຫານ ແລະ ຊ່ວຍຫຼຸດຜ່ອນການອັກເສບ, ທັງເປັນຕົວຊ່ວຍກະຕຸ້ຍການຂັບຖ່າຍນ້ຳໄດ້ດີ ແລະ ເຮັດໃຫ້ລະບົບການຍ່ອຍອາຫານດີຂຶ້ນ, ນອກຈາກນີ້ສານດັ່ງກ່າວຍັງຊ່ວຍກະຕຸນໃຫ້ຮ່າງກາຍປ່ອຍສານເຄືອບກະເພາະອາຫານຈຶ່ງສາມາດຮັກສາບາດແຜໄດ້ດີໃນກະເພາະອາຫານ. ວິທີນຳໃຊ້ແມ່ນພຽງນຳເອົາຫົວຂີ້ໝີ້ນມາລ້າງໃຫ້ສະອາດໂດຍບໍຕ້ອງເອົາເປືອກອອກ ແລ້ວນຳມາຊອຍເປັນຕ່ອນບາງໆ, ຫຼັງຈາກນັ້ນນຳໄປຕາກແດດ 1-2 ວັນ ແລ້ວນຳມາບົດໃຫ້ລະອຽດ ແລະ ນຳມາປະສົມກັບນ້ຳເຜິ້ງໃຫ້ເປັນກ້ອນແລ້ວຮັບປະທານຫຼັງທານອາຫານ ແລະ ກ່ອນນອນ.

https://www.sentangsedtee.com/health-beauty/article_136375

 

ຫວ້ານຫາງແຂ້:

ເປັນສະໝຸນໄພອີກຊະນິດໜຶ່ງທີ່ມີສັບພະຄຸນໃນການຮັກສາພະຍາດກະເພາະອາຫານ, ຊ່ວຍໃນການຮັກສາບາດແຜ ແລະ ລ້າງພິດໃນກະເພາະອາຫານ. ວິທີນຳໃຊ້ແມ່ນພຽງແຕ່ນຳໃບທີ່ຍັງສົດໃໝ່ແລ້ວລ້າງນ້ຳໃຫ້ສະອາດ, ຫຼັງຈາກນັ້ນປອກເປືອກອອກແລ້ວນຳມາລ້າງດ້ວຍນ້ຳສະອາດອີກຄັ້ງ ຈາກນັ້ນຊອຍເປັນຕ່ອນນປະມານ 3 ນິ້ວ ນຳມາກິນກ່ອນອາຫານເຊົ້າ ແລະ ອາຫານແລງ.

 

http://www.siamdara.com/variety/health/1059066

 

ໝາກກະຈຽບ:

ມີສັບພະຄຸນໃນການຮັກສາພະຍາດໂລກກະເພາະອາຫານເຊັ່ນກັນ ເນື່ອງຈາກໃນໝາກກະຈຽບມີສານ ແພັດຕິນ ທີ່ມີຄຸນສົມບັດໃນການຊ່ວຍເຄືອບບາດແຜໃນລຳໄສ້ ແລະ ກະເພາະອາຫານ. ວິທີນຳໃຊ້ແມ່ນພຽງນຳໝາກກະຈຽບມາລວກເພື່ອຮັບປະທານເປັນປະຈຳຕໍ່ເນື່ອງກັນຢ່າງໜ້ອຍ 15 ວັນ ບາດແຜໃນກະເພາະຈະຄ່ອຍດີຂຶ້ນ.

https://www.xn--12cg3cq6bmlr1hc3fujdh.com/901

 

ໝາກປີ:

ເປັນສະໝຸນໄພຊະນິດໜຶ່ງທີ່ເຕັມໄປດ້ວຍສັບພະຄຸນ ເປັນຕົ້ນແມ່ລູກອ່ອນຮັບປະທານຈະຊ່ວຍກະຕຸ້ນນ້ຳນົມໄດ້ດີ, ນອກນັ້ນຍັງມີຄຸນສົມບັດໃນການຮັກສາພະຍາດໂລກກະເພາະອາຫານ ໂດຍສະເພາະສາເຫດເກີດຈາກການດື່ມແອວກໍຮໍ. ວິທີໃຊ້ແມ່ນນຳຫົວປີມາເຜົາແລ້ວບີບເອົານ້ຳເພື່ອນຳມາມາດື່ມເຄິ່ງຈອກ/ມື້ ຢ່າງຕໍ່ເນື່ອງ 3 ວັນອາການກໍຈະດີຂຶ້ນ.

https://dcg.wu.ac.th/2018/08/28/7-ประโยชน์ของหัวปลี-เทรน/

 

 

Contribute