ຄຸນປະໂຫຍດຂອງພືດຜັກສີມ່ວງ

ຄຸນປະໂຫຍດຂອງພືດຜັກສີມ່ວງ

Sakhone INTHAVONG
ກິນພືດຜັກສີມ່ວງຊ່ວຍຫຼຸດນ້ຳໜັກໄດ້ດີ
ສວຍງາມແບບລຽບງ່າຍ
phakhaolao.la
phakhaolao.la

ພືດຜັກແມ່ນໜຶ່ງໃນອາຫານຫຼັກ 5 ໝູ່ທີ່ເຮົາຄວນກິນທຸກມື້ ຜັກແຕ່ລະຊະນິດມີຫຼາກຫຼາຍສີສັນ ແລະ ຄຸນປະໂຫຍດທີ່ແຕກຕ່າງກັນ ຫາກກ່າວເຖິງສີກະມີຫຼາຍເຊັ່ນກັນ ເຊັ່ນ: ຜັກສີຂາວ, ສີຂຽວ, ມ່ວງ, ເຫຼືອງ, ສົ້ມ, ແດງ... ໃນນີ້ຜັກສີມ່ວງກໍ່ເປັນໜຶ່ງໃນອາຫານເພື່ອສຸຂະພາບເປັນຕົ້ນແມ່ນຜັກກະລ່ຳ, ໝາກເຂືອ, ຜັກສະຫຼັດມ່ວງ, ອາງຸ່ນ... ທີ່ມີປະໂຫຍດພິເສດສຳລັບຄົນທີ່ກຳລັງຄວບຄຸມນ້ຳໜັກ ສະນັ້ນເຮົາມາເບິ່ງນຳກັນວ່າຜັກສີມ່ວງມີປະໂຫຍດຫຍັງແດ່?

  1. ສາລີເຂົ້າໜຽວສີມ່ວງ: ທ່ານຮູ້ບໍ່ວ່າສີມ່ວງເຂັ້ມໃນເມັດສາລີມີສານແອນໂທໄຊຍານິນ ເຊິ່ງມີສັບພະຄຸນໃນການຕໍ່ຕ້ານອະນຸມູນອິດສະລະ, ຊ່ວຍຫຼຸດໂອກາດໃນການເປັນໂລກມະເຮັງ ແລະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ທັງຊ່ວຍເພີ່ມການເຮັດວຽກຂອງເມັດເລືອດແດງ, ຊ່ວຍຫຼຸດຜ່ອນໄຂມັນອຸດຕັນໃນເສັ້ນເລືອດ ແລະ ຊ່ວຍຄວບຄຸມນ້ຳຕານໃນຮ່າງກາຍໄດ້.
  2. ໝາກອາງຸ່ນ: ເປັນໝາກໄມ້ຍອດນິຍົມອີກຊະນິດໜຶ່ງ ທີ່ມາພ້ອມກັບສັບພະຄຸນຊ່ວຍບຳລຸງເສັ້ນເອັນ ແລະ ກະດູກ, ຊ່ວຍຫຼຸດຄວາມດັນໂລຫິດສູງ ແລະ ໄຂມັນໃນເລືອດ, ຊ່ວຍຫຼຸດຜ່ອນການເກີດໂລກມະເຮັງ ເນື່ອງຈາກມີສານຕ້ານອະນຸມູນອິດສະຫຼະຫຼາຍໃນພືດຜັກສີມ່ວງ.
  3. ຫົວກະຣົດ: ໜຶ່ງໃນຜັກທີ່ມີສານຕ້ານອະນຸມູນອິດສະຫຼະສູງ ເຊິ່ງມີສ່ວນຊ່ວຍຕ້ານການອັກເສບ ໃນນີ້ຫົວກະຣົດຍັງມີຫຼາຍສີສັນແຕກຕ່າງກັນ ແຕ່ຫົວກະຣົດສີມ່ວງຈະມີເບຕ້າແຄໂລທິນຫຼາຍກວ່າຫົວກະຣົດທົ່ວໄປ ລວມເຖິງມີສານແອນໂທໄຊຍານິນ ທີ່ເປັນສານຕ້ານອະນຸມູນອິດສະຫຼະ ໃນການຊ່ວຍປ້ອງກັນບໍ່ໃຫ້ເກີດໂລກມະເຮັງ, ມີວິຕາມິນເອຊ່ວຍບຳລຸງສາຍຕາ ແລະ ຮັກສານ້ຳຕານໃນເລືອດ.
  4. ຫົວຫອມບົ່ວມ່ວງໃຫຍ່: ສັບພະຄຸນຂອງຫອມບົ່ວໃຫຍ່ສີມ່ວງຄືກັບຫອມບົ່ວໃຫຍ່ທົ່ວໄປ ແຕ່ຈະມີສານຕ້ານອະນຸມູນອິດສະຫຼະໃນສີມ່ວງ ເປັນຕົ້ນແມ່ນຊ່ວຍຂັບສານພິດ ແລະ ຫຼຸດຄວາມດັນໃນເລືອດ, ອາການໄຂ້ຫວັດ ແລະ ຊ່ວຍຫຼຸດນ້ຳຕານໃນເລືອດ ນອກຈາກນີ້ຍັງອຸດົມໄປດ້ວຍທາດແມັກນີຊຽມ ເຊິ່ງເປັນແຮ່ທາດທີ່ພົບໄດ້ໜ້ອຍໃນອາຫານປະຈຳວັນ ທີ່ມີສ່ວນຊ່ວຍໃນການທຳລາຍເຊວມະເຮັງ.
  5. ກະລ່ຳປີສີມ່ວງ ຫຼື ເອີ້ນອີກຊື່ໜຶ່ງເອີ້ນວ່າກະລ່ຳຫົວແດງ ເຊິ່ງອຸດົມໄປດ້ວຍສານອິນໄທບິນທີ່ໃຫ້ລົດຊາດຂົມ ໂດຍສານຕົວນີ້ຈະຊ່ວຍເຜົາຜານສານອາຫານໃນຮ່າງກາຍ ແລະ ກະຕຸ້ນໃຫ້ເລືອດໄຫຼວຽນດີ ນອກຈາກນີ້ກະລ່ຳປີສີມ່ວງຍັງອຸດົມໄປດ້ວຍທາດເຫຼັກ  ໃນການຊ່ວຍເສີມສ້າງຮີໂມໂກບິນໃຫ້ແກ່ຮ່າງກາຍ ຫຼາຍໄປກວ່ານັ້ນຍັງມີລິດໃນການຕ້ານມະເຮັງ ແລະ ອະນຸມູນອິດສະຫຼະ, ຊ່ວຍຫຼຸດໄຂມັນ, ນ້ຳຕານໃນເລືອດ ທັງມີສານອາຫານປະລິມານສູງຊ່ວຍລະບົບຂັບຖ່າຍໄດ້ດີ.
  6. ໝາກເຂືອສີມ່ວງ: ມີສັບພະຄຸນເຊັ່ນດຽວກັບພືດຜັກສີມ່ວງ ເພາະອຸດົມໄປດ້ວຍສານແອນໂທໄຊຍານິນ ເຊິ່ງເປັນສ່ວນຊ່ວຍຕ້ານອະນຸມູນອິດສະຫຼະໄດ້ດີສູງກວ່າວິຕາມິນຊີຫຼາຍເທົ່າ ຈຶ່ງຊ່ວຍຫຼຸດຄວາມສ່ຽງເກີດໂລກມະເຮັງ ແລະ ໂລກຫົວໃຈ, ອຳມະພາດ, ທັງຊ່ວຍຫຼຸດລະດັບໄຂມັນ ແລະ ນ້ຳຕານໃນເສັ້ນເລືອດ.

ນອກຈາກພືດຜັກທີ່ກ່າວມາຂ້າງເທີງນັ້ນ ຍັງມີພືດຜັກສີມ່ວງຊະນິດອື່ນໆທີອຸດົມໄປດ້ວຍຄຸນປະໂຫຍດຕໍ່ຮ່າງກາຍເຊັ່ນດຽວກັນ ເໝາະສຳລັບຄົນທີ່ກຳລັງຄວບຄຸມນ້ຳໜັກ ຄວນຮັບປະທານຢ່າງສະໝ່ຳສະເໝີ.

ທີ່ມາ: https://jelly.in.th/articles/กินแล้วเพรียว-7-พืชผักสี

Contribute