ສູດສະໝຸນໄພປ້ອງກັນໄກ່ເປັນຫວັດ

Andy Souvanhphukdee
ສູດສະໝຸນໄພນີ້ ຊ່ວຍປ້ອງກັນເພື່ຶອບໍ່ໃຫ້ໄກ່ເປັນຫວັດ ແລະ ສາມາດຊ່ວຍບັນເທົາອາການໄດ້
ແນະນຳວິທີເຮັດ
phakhaolao.la
phakhaolao.la

ສ່ວນປະກອບ

  • ຂີງແກ່ 1,5 ກິໂລ
  • ຫອມບົ່ວແຫ້ງ1,5 ກິໂລ
  • ນ້ຳຕານ 1 ກິໂລ

ການຜະລິດ

  • ຊອຍຂີງ ແລະ ຫອມບົ່ວເປັນຕ່ອນນ້ອຍແລ້ວເອົາມາປະສົມກັບນ້ຳຕານບົ່ມໄວ້ 20 ມື້ກໍສາມາດນຳມາໃຊ້ໄດ້

ການນຳໃຊ້

  • ຖ້າໃຊ້ປ້ອງກັນແມ່ນ 1 ບ່ວງກາເຟຕໍ່ນ້ຳ 1 ລິດ ຫຼື ປະສົມກັບອາຫານໃຫ້ໄກ່ກິນທຸກໆມື້
  • ຖ້າໃຊ້ປົວແມ່ນ 1 ຢອດຕໍ່ໂຕແລ້ວໃຫ້ໄກ່ກິນນ້ຳອີກ

ຂໍ້ມູນ: ປຶ້ມຄູ່ມືລ້ຽງໄກ່ລາດແບບພື້ນບ້ານໂດຍນຳໃຊ້ສະໝຸນໄພ ໂດຍ ສກສຍ

Contribute