ຂີງກະທຶ້ / Shampoo Ginger

Use
Food
Income
Medicine
Ornamental
Scientific Name / Family
Zingiber zerumbet (L.) Roscoe ex Sm. / Zingiberaceae
Synonyms
Amomum silvestre Poir.
Amomum spurium (J.Koenig) J.F.Gmel.
Amomum sylvestre Lam.
Amomum zerumbet L.
Cardamomum spurium (J.Koenig) Kuntze
Dieterichia lampujang Giseke
Dieterichia lampuyang Giseke
Dieterichia major Raeusch.
Dieterichia minor Raeusch.
Dieterichia spuria (J.Koenig) Giseke
Zerumbet zingiber T.Lestib.
Zingiber amaricans Blume
Zingiber aromaticum Valeton
Zingiber blancoi Hassk.
Zingiber darceyi H.J.Veitch
Zingiber littorale (Valeton) Valeton
Zingiber ovoideum Blume
Zingiber spurium J.Koenig
Zingiber sylvestre Garsault
Zingiber truncatum Stokes
Zingiber zerumbet var. littoralis Valeton
Zingiber zerumbet var. magnum Elmer
Zingiber zerumbet subsp. zerumbet
Other Names
Chinese: 红球姜[ hong qiu jiang]
Eng: bitter ginger,[4] shampoo ginger
Conservation Status
Least Concern
Botanical Description

ເປັນພືດລົ້ມລຸກທີ່ມີຫົວໃຕ້ດິນ,  ຫົວມີກີ່ນເຟືອນຂີ້ວ, ຄ້າຍກີ່ນຂີ້ມີ່ນ, ສີເຫຼືອງອ່ອນໆ, ລຳຕ້ົນສູງປະມານ 1,5-2 ແມັດ, ມີ 10-20 ໃບ. ໃບຈັບເປັນລະນາບດຽວ, ແຜ່ນໃບຮູບໃບຫອກແກມຮູບຂອບຂະໜານ ຫຼື ຮູບໄຂ່ກັບ ກວ້າງ 9-11 ຊມ, ຍາວ 30-42 ຊມ, ປາຍຮຽວແຫຼມ, ໂຄນມົນ ຫຼື ຮຽວແຫຼມ, ຂອບລຽບ. ກ້ານໃບຍາວປະມານ 3 ມມ, ລີ້ນໃບບາງຍາວ 2,3-3 ຊມ. ຊໍ່ດອກແບບຕັ້ງຊື່, ທີ່ເກີດຈາກເຫງົ້າໃຕ້ດິນ, ຮູບກະສວຍ ຫຼື ຮູບຊົງກະບອກ ຍາວ 7-15 ຊມ, ກ້ານຊໍ່ດອກຍາວ 15-22 ຊມ. ໃບປະດັບຮູບໄຂ່ກັບກວ້າງ 2-3,5 ຊມ, ຍາວ 3,5-3,8 ຊມ, ປາຍມົນແນບຕິດເຂົ້າດ້ານໃນເລັກນ້ອຍ, ສີຂຽວ ປ່ຽນເປັນສີແດງເມື່ອມີໝາກ, ໃບປະດັບຍ່ອຍຮູບຮີ ຍາວປະມານ 4 ຊມ. ດອກເປັນສີເຫຼືອງນວນອົມຂາວ, ກາບດອກໂຄນເຊື່ອມຕິດກັນເປັນຫຼອດຍາວປະມານ 7 ມມ, ປາຍແຍກອອກເປັນແສກເລິກດ້ານດຽວ, ຍາວປະມານ 1 ຊມ, ກິບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວ 2,6-3,5 ຊມ, ປາຍແຍກເປັນສາມແສກ, ຮູບຂອບຂະໜານແກມຮູບໄຂ່ຍາວ 1,6-2 ຊມ. ກິບປາກສີເຫຼືອງ, ຮູບໄຂ່ກວ້າງ ແລະ ຍາວ 1-2 ຊມ, ກິບຄູ່ຂ້າງ ທີ່ເກີດຈາກເກສອນເພດຜູ້ເປັນໜັນຮູບຂອງຂະໜານຍາວ 7-9 ມມ. ເກສອນເພດຜູ້ມີຈະງອຍສີເຫຼືອງຍາວ 8 ມມ. ເຕົ້າໄຂຍາວປະມານ 3,5 ມມ. ໝາກເປັນຮູບໄຂ່ຍາວ 1-2 ຊມ, ປາຍສ້ວຍເຂົ້າ, ເມື່ອແກ່ແລ້ວແຕກ. ເມັດດ້ານໃນມີເຍື້ອສີຂຽວຫຸ້ມໄວ້, ເມື່ອແກ່ຈະເປັນສີດຳອົມນຳ້ຕານ. 

Description of Use

ໂດຍທົ່ວໄປແລ້ວຊໍ່ດອກທີ່ເກີດໃໝ່ ຫຼື ຊໍ່ດອກອ່ອນທີ່ຈະຖືກເກັບກູ້ມາເພື່ອນຳໃຊ້ເປັນອາຫານ ເຊັ່ນເອົາມາລວກກັບແຈ່ວ, ເອົາມາລວກັບລາບ ຫຼື ແຈ່ວປາ, ອາດຈະເວົ້າໄດ້ວ່າເອົາມານຳໃຊ້ເຮັດເປັນຄືຜັກກັບ. ດັ່ງນັ້ນດອກອ່ອນຂອງມັນຈື່ງມີການເກັບກູ້ເພື່ອເປັນອາຫານຄ້າຍຜັກອິກຢ່າງໜື່ງແຕ່ຢູ່ໃນຮູບແບບຂອງຊໍ່ດອກ ແຕ່ໜໍ່ອ່ອນຂອງມັນກໍ່ສາມາດໃຊ້ໄດ້ເຊັ່ນດຽວກັນເອົາເປັນຜັກຊຸບປົນກັບຜັກຊະນິດອື່ນ. ເຫງົ້າຂອງມັນຍັງເປັນຢາສະໝູນໄພຮັກສາພະຍາດແກ້ເຈັບທ້ອງໄດ້ ໂດຍການນຳເອົາຫົວມັນມາຊອຍເປັນປ່ຽງ ແລ້ວເອົາມາຕົ້ມນ້ຳດື່ມເພື່ອແກ້ເຈັບທ້ອງບິດທ້ອງເຟີ, ເຫງົ້າຂອງມັນມີສານອາຫານນ້ອຍແຕ່ມີສັບພະຄູນທາງຢາເຊັ່ນ: ເມື່ອຕ້ົມນ້ຳດື່ມຈະຊ່ວຍໃນການຂັບປັດສະວະ, ແກ້ປັດສະວະທີ່ເປັນເລືອດ, ບຳລູງໃຫ້ແມ່ມີນ້ຳນົມ. ໃບຂອງຂີງກະທື້ນີ້ຍັງສາມາດຕົ້ມໃສ່ໄກ່ເພື່ອກຳລັງເມື່ອມີການອິດເມື່ອຍຈາກວຽກງານຕ່າງໆ. ກີ່ນຂອງຂີງກະທື້ຈະມີກີ່ນຂີ້ວຂື່ນເລັກນ້ອຍແຕ່ເປັນຢາດີວິເສດ. 

Contribute