ພືດສະໝຸນໄພແກ້ເຈັບຂໍ້ ແລະ ກະດູກ

Andy Souvanphakdy
ພືດສະໝຸນໄພ ໜຶ່ງໃນທາງເລືອກສຳລັບການຮັກສາອາການເຈັບຂໍ້ ແລະ ກະດູກ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ເມື່ອອາຍຸເພີ່ມຂຶ້ນ ສຸຂະພາບຮ່າງກາຍກໍເລີ່ມເສື່ອມໂຊມລົງໄປຕາມການເວລາ ເນື່ອງຈາກຕະຫຼອດຊ່ວງໄລຍະເວລາຂອງຊີວິດໄດ້ຜ່ານກິດຈະກຳການອອກແຮງງານຢ່າງໜັກບໍວ່າຈະເປັນຍິງ ຫຼຶ ຊາຍ. ບັນຫາທີ່ຕາມມາຈາກການເຮັດກິດຈະກຳຕ່າງໆ ທີ່ມັກຈະພົບເຫັນກໍຄື ອາການປວດເມື່ອຍກ້າມເນື້ອຕາມສ່ວນຕ່າງໆ.

ສະເພາະໃນປະຈຸບັນ ບັນຫາການປວດເມື່ອຍກ້າມເນື້ອ, ເຈັບກະດູກສັນຫຼັງ ຖືໄດ້ວ່າເປັນບັນຫາຍອດນິຍົມເລີຍກໍ່ວ່າໄດ້ ໂດຍສະເພາະກຸ່ມຄົນເຮັດວຽກ ແລະ ກຸ່ມຜູ້ສູງອາຍຸ. ໂດຍທົ່ວໄປແລ້ວ ຜູ້ຄົນມັກຈະແກ້ໄຂບັນຫາ ແລະ ອາການເບື້ອງຕົ້ນດວ້ຍການກິນຢາ ແຕ່ການຮັບປະທານຢາເປັນປະຈຳອາດສົ່ງຜົນເສຍຕໍ່ຮ່າງກາຍເຮົາ ຈົນເຮັດໃຫ້ເກີດເປັນບ່ອນສະສົມຂອງສານເຄມີໄດ້. ດັ່ງນັ້ນເຮົາຄວນປ້ອງກັນຕົວເອງເລີ່ມຈາກການເບີ່ງແຍງສຸຂະພາບ, ຫຼີກລ່ຽງພາວະຄຽດ ແລະ ເລືອກຮັບປະທານອາຫານທີ່ມີປະໂຫຍດແກ່ຮ່າງກາຍ. ນອກນັ້ນ ຍັງສາມາດເລືອກວິທີຮັກສາອາການດັ່ງກ່າວ ແລະ ຫຼຸດຜ່ອນການສະສົມຂອງສານເຄມີໄດ້ດ້ວຍພືດສະໝຸນໄພໄດ້ດັ່ງນີ້:

ຫວ້ານຊົນ

ໃບນຳມາຂາງໄຟໃຊ້ພັນແກ້ອາການບວມ, ໄຄ່ ແລະ ຟົກຊ້ຳຍ້ອນລົ້ມ ຫຼື ຖືກກະທົບ, ໃຊ້ປົວປະດົງ, ໃຊ້ຈອດກະດູກຫັກ, ກະດູກຫຼຸດໂບກ.

phakhaolao.la
Hymenocallis littoralis Salisb. / Amaryllidaceae
www.phakhalao.la

 

ຫຍ້າເອັນຢືດ

ຫຍ້າເອັນຢືດ ເປັນຢາສະໝຸນໄພທີ່ຮັກສາອາການອັກເສບຂອງເສັ້ນເອັນ ແລະ ກ້າມເນື້ອ, ຊ່ວຍແກ້ອາການປວດບໍລິເວນຄໍ, ຫຼັງ, ແອວ, ແຂນ ແລະ ຂາ ຟົກຊ້ຳບວມຈາກການລົ້ມກະທົບກະແທກ. ດັ່ງນັ້ນຫາກມີອາການດັ່ງກ່າວກໍ່ໃຫ້ນຳຫຍ້າເອັນຢືດມາທຸບໃຫ້ນ້ຳອອກແລ້ວນຳໄປປົກບໍລິເວນທີ່ເປັນ ເຊື່ອວ່າຈະຊ່ວຍເຮັດໃຫ້ເສັ້ນເອັນຄາຍຕົວ, ຊ່ວຍບັນເທົາຄວາມເຈັບປວດລົງໄດ້. ນອກຈາກນີ້ຍັງໃຊ້ເປັນຢາຮັກສາກະດູກຫັກ, ກະດູກແຕກ ໂດຍໃຊ້ລວມກັບສະໝຸນໄພອຶ່ນໆ ເຊັ່ນ: ຫົວສີໄຄ, ເຄືອເຂົາຮໍ ເປັນຕົ້ນ. ຫາກກະດູກຫັກ ຫຼື ແຕກຈາກອຸບັດຕິເຫດ, ເສັ້ນເອັນຕຶງກໍ່ໃຫ້ເອົາຫຍ້າເອັນຢືດປະມານ 4–5 ຕົ້ນ ນຳມາທຸບໃຫ້ພໍແຫລກ ແລ້ວເອົາມາຍ່ຳກັບນ້ຳມັນໝາກພ້າວແລ້ວເອົາມາທາບໍລິເວນທີ່ເສັ້ນເອັນຕືງຈະຊ່ວຍເຮັດໃຫ້ເອັນຢືດ ແລະ ສະໝານກະດູກທີ່ແຕກ ແລະ ຫັກໄດ້ເປັນຢ່າງດີ.

phakhaolao.la
Plantago major L. / Plantaginaceae
www.phakhaolao.la

 

ແຝກຫອມ

ນໍ້າມັນແຝກຫອມໃຊ້ເຂົ້າໃນການນວດເພື່ອຜ່ອນຄາຍ ແກ້ອາການປວດຂໍ້ກະດູກ, ປວດກ້າມເນື້ອ ແລະ ຜ່ອນຄາຍອາການເຄັ່ງຕຶງຂອງລະບົບປະສາດ. 

phakhaolao.la
Vetiveria zizanioides (L.) Nash. / Poaceae
www.phakhaolao.la

 

ຫຍ້າຂິວຂົນ

ຮັກສາແຜຊໍາເຮື້ອ, ບວມອັກເສບ (ໃບສົດປະສົມກັບເກືອ ແລະ ເຂົ້າ ມັກຕຳໃຫ້ເຂົ້າກັນພອກບໍລິເວນທີ່ເປັນແຜ), ເປັນຢາແກ້ອາການເຈັບບວມ, ຊ່ວຍບັນເທົາອາການເຈັບຂໍ້ ແລະ ເຈັບກະດູກໂດຍການນຳໃບມາຕຳພອກ.

phakhaolao.la
Ageratum conyzoides (L.) L./ASTERACEAE
www.phakhaolao.la

 

ໝາກກະເບົາ

ແກ່ນກະເບົາ ມີຄຸນສົມບັດເປັນຢາ ຊຶ່ງຖືກນຳໃຊ້ທາພາຍນອກ ປົວໂຣກປວດຂໍ່ກະດູກ ແລະ ພະຍາດຜີວໜັງຊໍາເຮື້ອອື່ນໆ.

phakhaolao.la
Hydnocarpus kurzii (King) Warb
www.phakhaolao.la

ຕົ້ນກະຖິ່ນ

ໃຊ້ຮັບປະທານຕອນທ້ອງຫວ່າງໃນຕອນເຊົ້າປະມານ 3–5 ວັນ. ຮາກ ແລະ ເມັດໃຊ້ເປັນຢາອາຍຸວັດທະນະ, ຍອດອ່ອນ, ຝັກອ່ອນ ແລະ ເມັດ ຊ່ວຍເສີມສ້າງ ແລະ ບຳລຸງກະດູກເພາະມີຟົດສະຟໍຣັດສູງ, ຍອດອ່ອນ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຮັກສາຄວາມດັນເລືອດສູງ.

https://www.phakhaolao.la/kb/0000350

phakhaolao.la
Leucaena leucocephala (Lam.) de Wit / Fabaceae
www.phakhaolao.la

 

Contribute