ກ້ວຍໜີບ
ກ້ວຍໜີບ ຮັບປະທານກັບນ້ຳເຊື່ອມໝາກພ້າວອ່ອນ ຫອມຫວານ, ຈະເຮັດເປັນອາຫານວ່າງ ຫຼື ສິນຄ້າສຳລັບລາຍເສີມກໍ່ໄດ້ເຊັ່ນດຽວກັນ
ເຮືອນຄົວລາວ
![https://www.wongnai.com/recipes/grilled-banana-with-coconut-source](/sites/default/files/public/styles/news_feature_image/public/stories/feature_images/k%20n.jpg?itok=UPLLfMca)
wongnai.com
ສ່ວນປະກອບ
- ໝາກກ້ວຍ 3 ຫວີ
- ເກືອ 2 ບ່ວງແກງ
- ນ້ຳສະອາດ ສຳລັບລ້າງ
ວິທີເຮັດກ້ວຍໜີບ
- ເອົາກ້ວຍສຸກປອກເປືອກ ແຊ່ລົງນ້ຳເກືອໃສ່ຊາມໃຫ່ຍປະໄວ້ 30 ນາທີ
- ເອົາກ້ວຍອອກໃສ່ກະດົ້ງ ແລ້ວເອົາໄປໃສ່ແຕະຕາກ, ເອົາຜ້າແພດຳປົກ ເພື່ອກັນແມງວັນ ຫຼື ໃສ່ຕູ້ຕາກ ປະມານ 1 ມື້
- ເອົາກ້ວຍທີ່ຕາກແດດແລ້ວມາແກະເອົາໄຍ ທີ່ຕິດໜ່ວຍກ້ວຍອອກ
- ຕອນເຊົ້ານຳເອົາກ້ວຍມາຜ່າທາງຍາວໜາປະມານ 1/3 ເຊັນ ຫຼື ເອົາໄມ້ໜີບໃຫ້ແປເປັນແຜ່ນ (ຕ້ອງຮອງດ້ວຍຜ້າຢາງໃສ) ຫຼັງຈາກນັ້ນນຳເອົາມາວາງໃສ່ແຕະຕາກ (ຕາກແດດອີກ) ປະມານ 1 ວັນ
- ນຳເອົາແຕະຕາກກ້ວຍເຂົ້າຕູ້ອົບໃຊ້ໄຟຟ້າແຮງປານກາງ ປະມານ 6 ຊົ່ວໂມງ ຫຼື ຕາກແດດທຳມະຊາດຈົນກວ່າຈະແຫ້ງດີ
- ເອົາກ້ວຍອອກມາຈາກຕູ້ອົບເພື່ອມາພັບໃຫ້ເປັນຫໍ່ ແລ້ວເອົາໃສ່ພາຫະນະທີ່ສະອາດ ຫຼື ຖົງໄວ້ ຖ້າແມ່ນຕາກແດດທຳມະຊາດຕ້ອງໄດ້ພັນເປັນຫໍ່ ແລ້ວເອົາໄປຕາກແດດອີກຢ່າງໜ້ອຍ 1 ມື້
![https://www.google.com/url?sa=i&source=images&cd=&cad=rja&uact=8&ved=2ahUKEwiW1fae0ankAhUY7HMBHSq7BTgQjB16BAgBEAM&url=https%3A%2F%2Fwww.stockfreeimages.com%2F32277766%2FGrill-Banana.html&psig=AOvVaw33VJ53juYWPpeizSClPOOU&ust=1567221031528451](/sites/default/files/public/inline-images/%E0%BA%81.jpg)
ຄຳແນະນຳ
- ສາມາດຮັບປະທານໄດ້ເລີຍເປັນອາຫານຫວ່າງ ຫຼື ຈະຮັບປະທານກັບນ້ຳເຊື່ອມກະທິ
- ຮັບປະທານເປັນອາຫານວ່າງ ຫຼື ເຮັດເປັນສິນຄ້າສ້າງລາຍຮັບເສີມ
ຂໍ້ມູນເພີ່ມເຕີມຈາກ ປຶ້ມການແປຮູບອາຫານ
ສ່ວນປະສົມສຳລັບ ນ້ຳເຊື່ອມກະທີ
- ນໍ້າຕານປີບ 2 ຈອກກາເຟ
- ນ້ຳຕານຊາຍຂາວ ½ ຈອກກາເຟ
- ນ້ຳຕານຊາຍແດງ ½ ຈອກກາເຟ
- ຫົວກະທິ 2 ແກງ
- ໝາກພ້າວອ່ອນ ຂູດມຸ່ນ 1 ຈອກາເຟ
- ໃບເຕີຍ 1 ໃບ
- ເກືອ ½ ບ່ວງຊາ
ວິທີເຮັດນ້ຳເຊື່ອມກະທິ
- ຄ້າງໝໍ້ ໃສ່ນ້ຳຕານທັງ 3 ຊະນິດລົງໄປພ້ອມດ້ວຍເກືອ ແລະ ຫົວກະທິ (1 ບ່ວງແກງ) ກຽວດ້ວຍໄຟອ່ອນໆ ປະມານ 15-20 ນາທີ
- ໃສ່ກະທິເພີ່ມອີກ 1 ບ່ວງແກງພ້ອມໝາກພ້າວອ່ອນ ແລະ ໃບເຕີຍ ກຽວຕໍ່ໄປ ອີກ 10 ນາທີ ແລ້ວປະໄວ້ໃຫ້ເຢັນເພື່ອນຳມາໃສ່ກ້ວຍໜີບ