ຕົ້ນໝາກພ້າວ / Coconut tree

Use
Food
Income
Medicine
Oil Extract
Scientific Name / Family
Cocos nucifera L. / Arecaceae
Synonyms
alappa nucifera (L.) Kuntze
Cocos indica Royle
Cocos nana Griff.
Cocos nucifera var. synphyllica Becc.
Palma cocos Mill.
Other Names
Thai: ມະພຣ້າວ
Eng: Coconut palm tree
Botanical Description

ຕົ້ນໝາກພ້າວ ເປັນສາຍຍາດທີ່ໃກກັນທີ່ສຸດກັບຕົ້ນໝາກ ແລະ ນອນໃນກຸ່ມຕົ້ນປາມ, ສູງເຖິງ 30 ມ, ໜ້າຕ້າງ 30 ຫາ 40 ຊມ, ລໍາຕົ້ນເປັນທໍ່ກົມບໍ່ແຕກງ່າ, ມີເສັ້ນໃຍຫຍາບໆຈັດລຽນແໜ້ນຕາມລວງຍາວຂອງຕົ້ນ, ລໍາຕົ້ນເປັນກ່ານໆຍ້ອນຮອຍຂອງກ້ານໃບເຄີຍຈັບຢູ່ ແລ້ວຕົກລົ່ນອອກໄປຕາມກາລະເວລາ. ໃບແມ່ນໃບປະສົມຂະໜາດໃຫຍ່, ຍາວ 3-5 ມ, ກວ້າງ 1.50-2 ມ. ດອກອອກຕະຫຼອດປີ, ເປັນສອງເພແຍກກັນ, ດອກຜູ້ອອກຢູ່ປາຍຊໍ່, ດອກແມ່ມີຮູບກົມມົນ ຈັບຢູ່ກົກຊໍ່ ທັງໝົດມີກາບແຂງໂອບໄວ້. ເມື່ອເປັນໝາກໆມີຂະໜາດໃຫຍ່ກວ່າດອກຫຼາຍເທົ່າ, ໝາກມີ 6-25 ໜ່ວຍຕໍ່ແຊງໜື່ງ. ໃນໜ່ວຍໝາກພ້າວມີເສັ້ນໃຍຈັດລຽນແໜ້ນໜາ ຫຸ້ມເອົາຊັ້ນນວນໝາກພ້າວຊື່ງເປັນສີຂາວ, ຢູ່ລະຫວ່າງກາງມີເປືອກຊັ້ນໃນແຂງ ຊື່ງພວກເຮົາເອີ້ນວ່າ ກະໂປ໊ໝາກພ້າວ.

Description of Use

ຕົ້ນໝາກພ້າວໃນເຂດຮ້ອນເປັນສິນຄ້າຢ່າງແຜ່ຫຼາຍ. ສ່ວນຫຼາຍເພິ່ນນໍາໃຊ້ນວນໝາກພ້າວ ແລະ ນໍ້າໝາກພ້າວ ເພື່ອປຸງແຕ່ງອາຫານ, ເຄື່ອງດືມ, ເປັນສ່ວນປະສົມຂອງເຄື່ອງສໍາອາງ ແລະ ສ່ວນປະສົມໃນຕໍາລາຢາອີກດ້ວຍ. ນອກນີ້ເພິ່ນຍັງນໍາໃຊ້ກ້ານພ້າວຊື່ງແມ່ນກ່າງຂອງໃບຍ່ອຍນັ້ນເອງເພື່ອເຮັດຟອຍ, ເຮັດໄມ້ສຽບດອກໄມ້, ນໍາໃຊ້ກະໂປ໊ເຮັດເຄື່ອງຫັດຖະກໍາຄົວເຮືອນໄດ້ຫຼາຍຢ່າງ, ນໍາໃຊ້ໃບເພື່ອເຮັດໝວກ, ເຮັດເຄື່ອງຫຼິ້ນເດັກ ແລະ ອື່ນໆ. ໝາກພ້າວມີປະໂຫຍດຫຼາຍຢ່າງເຊັ່ນ: ຊ່ວຍບໍາລຸງຜິວພັນ, ປ້ອງກັນພະຍາດຫົວໃຈ, ຮັກສາອາການຜົດຜື່ນ.

Contribute