ການນຳໃຊ້ສະໝຸນໄພຢ່າງມີປະສິດທິພາບ

ການນຳໃຊ້ສະໝຸນໄພຢ່າງມີປະສິດທິພາບ

Sakhone INTHAVONG
ໃຊ້ສະໝຸນໄພແນວໃດ? ຈຶ່ງປອດໄພ ແລະ ມີປະສິດທິພາບ
ແນະນຳວິທີເຮັດ
phakhaolao.la
phakhaolao.la

“ສະໝຸນໄພ” ເປັນອີກໜຶ່ງທາງເລືອກໃນການຮັກສາ ແລະ ປ້ອງກັນພະຍາດຂອງຄົນເຮົາ ທີ່ໄດ້ຈາກພືດ, ສັດ ແລະ ແຮ່ທາດທີ່ມີສັບພະຄຸນໃນການຮັກສາທີ່ແຕກຕ່າງກັນ ຫາກນຳໃຊ້ໃນຮູບແບບຕ່າງໆຢ່າງຖືກຕ້ອງ ແລະ ເໝາະສົມ ການຮັກສາຈະມີປະສິດທິພາບຫຼາຍຂຶ້ນ ແຕ່ກົງກັນຂ້າມຫາກໃຊ້ບໍ່ຖືກຕ້ອງກໍ່ຈະສົ່ງຜົນຂ້າງຄຽງ ແລະ ອາການກໍ່ຈະຮ້າຍແຮງກວ່າເກົ່າ ສະນັ້ນເພື່ອໃຫ້ເກີດປະສິດທິພາບໃນການຮັກສາກ່ອນຈະນຳໃຊ້ ທ່ານຄວນສຶກສາຫາຂໍ້ມູນ ແລະ ວິທີນຳໃຊ້ຢ່າງລະອຽດຈາກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖືບໍ່ວ່າຈະເປັນໜັງສືພິມ, ວາລະສານ, ແຜ່ນພັບ, ວິທະຍຸ, ໂທລະພາບ ລວມເຖິງສື່ທາງອິນເຕີເນັດ ຫຼື ຈະໄປປຶກສານໍາບຸກຄົນທີ່ມີຄວາມຊ່ຽວຊານການນຳໃຊ້ສະໝຸນໄພເສຍກ່ອນ ນອກຈາກນັ້ນການນຳໃຊ້ສະໝຸນໄພເປັນຢາຄວນສຶກສາລາຍລະອຽດຂອງສາຍພັນ, ສະພາບແວດລ້ອມໃນການປູກ, ຊ່ວງເວລາໃນການເກັບ ເພາະສິ່ງເຫຼົ່ານັ້ນເປັນປັດໃຈສຳຄັນການອອກລິດຂອງສະໝຸນໄພ ເພື່ອໃຫ້ປອດໄພ ແລະ ມີປະສິດທິພາບໃນການນຳໃຊ້.

  1. ໃຊ້ໃຫ້ຖືກຕົ້ນ: ສະໝຸນໄພສ່ວນໃຫຍ່ມີຊື່ພ້ອງ ຫຼື ຊ້ຳກັນຫຼາຍ ເຊິ່ງແຕ່ລະທ້ອງຖິ່ນກໍໍ່ອາດເອີ້ນຊື່ແຕກຕ່າງກັນໃນພືດຊະນິດດຽວກັນ ຫຼື ເອີ້ນຊື່ຄືກັນແຕ່ເປັນພືດຕ່າງຊະນິດ ເພາະສະນັ້ນກ່ອນຈະໃຊ້ຕ້ອງສຶກສາຂໍ້ມູນສະໝຸນໄພຕ້ອງໃຫ້ຖືກຕ້ອງກັບຕົ້ນ.
  2. ໃຊ້ໃຫ້ຖືກສ່ວນ: ສ່ວນຕ່າງໆຂອງພືດສະໝຸນໄພແຕ່ລະຊະນິດບໍ່ວ່າຈະເປັນຮາກ, ຕົ້ນ, ໃບ ແລະ ດອກ, ເປືອກ, ໝາກ, ແກ່ນ ຈະມີສັບພະຄຸນທີ່ແຕກຕ່າງກັນ ດັ່ງນັ້ນກ່ອນນຳໃຊ້ຕ້ອງສຶກສາໃຫ້ລະອຽດກ່ອນ.
  3. ໃຊ້ໃຫ້ຖືກຂະໜາດ: ທຳມະຊາດຂອງສະໝຸນໄພຄື ຫາກໃຊ້ນ້ອຍການຮັກສາກໍ່ຈະບໍ່ໄດ້ຜົນ ແຕ່ຫາກໃຊ້ຫຼາຍກໍ່ຈະເປັນອັນຕະລາຍແກ່ຮ່າງກາຍເຊັ່ນດຽວກັນ ນີ້ຖືເປັນສິ່ງທີ່ຄວນຄຳນຶງທຸກຄັ້ງກ່ອນການນຳມາໃຊ້.
  4. ໃຊ້ໃຫ້ຖືກວິທີ: ສະໝຸນໄພທີ່ນຳມາໃຊ້ນັ້ນບາງຊະນິດກໍຈະໃຊ້ເປັນຕົ້ນສົດໃໝ່, ບາງຊະນິດຕ້ອງປະສົມກັບເຫຼົ້າ ແລະ ບາງຊະນິດອາດຈະນຳມາຕົ້ມ ຫຼື ແຊ່ນ້ຳເພື່ອດື່ມ ສະນັ້ນຫາກໃຊ້ບໍ່ຖືກຕ້ອງການຮັກສາກໍ່ຈະບໍ່ໄດ້ຮັບຜົນ.
  5. ໃຊ້ໃຫ້ຖືກພະຍາດ ເຊັ່ນຫາກເປັນຖອກທ້ອງ ກໍ່ຕ້ອງນຳໃຊ້ພືດສະໝຸນໄພທີ່ໃຊ້ເປັນຢາລະບາຍ ກົງກັນຂ້າມຫາກນຳໃຊ້ສະໝຸນໄພທີ່ມີລົດຊາດຝາດຈະເຮັດໃຫ້ອາການຮ້າຍແຮງກວ່າເກົ່າ.
  6. ຕ້ອງລະມັດລະວັງກ່ຽວກັບຄວາມສະອາດຂອງສະໝຸນໄພ ລວມເຖິງເຄື່ອງມືໃນການກະກຽມກ່ອນການນຳໃຊ້ເພາະອາດກໍ່ໃຫ້ເກີດພະຍາດແຊກຊ້ອນໄດ້.

ທັງໝົດທີ່ກ່າວມານັ້ນແມ່ນການແນະນຳການນຳໃຊ້ ສ່ວນການເລືອກສະໝຸນໄພຊະນິດທີ່ມີລິດຮັກສາແຕ່ລະອາການນັ້ນກໍ່ຕ້ອງໄດ້ສຶກສາໃຫ້ລະອຽດກ່ອນ ເພື່ອໃຫ້ເກີດປະສິດທິພາບໃນການຮັກສາອາການ ແລະ ພະຍາດຕ່າງໆ ເພາະຫາກນຳໃຊ້ບໍ່ຖືກຕ້ອງອາການເຫຼົ່ານັ້ນກໍບໍ່ສາມາດຮັກສາໄດ້ ຫຼື ອາດຈະຮ້າຍແຮງກວ່າເກົ່າ.

ທີ່ມາ: http://www.ttmed.psu.ac.th/blog.php?p=218

Contribute