ປະໂຫຍດຂອງ 3 ສະໝຸນໄພທີ່ເປັນທັງອາຫານ ແລະ ຢາ

ສະໝຸນໄພໃກ້ຕົວນຳໃຊ້ເປັນອາຫານ ແລະ ຢາໄປພ້ອມໆກັນ.
Google

ພະຍາດຫົວໃຈນັ້ນເປັນພະຍາດໜຶ່ງທີ່ສາມາດຂ້າຄົນໄປໄດ້ຫຼາຍ. ສະນັ້ນ, ຄົນອາດບໍ່ຮູ້ມາກ່ອນວ່າສາເຫດຂອງພະຍາດກໍ່ໜີບໍ່ພົ້ນການກິນທີ່ບໍ່ຖືກຕ້ອງນັ້ນເອງມື້ນີ້ເຮົາຂໍແນະນໍາ 3 ສະໝຸນໄພທີ່ຈະສົ່ງຜົນໃຫ້ຫົວໃຈຂອງເຮົາໄດ້ຮັບແຕ່ສິ່ງດີໆ, ສົ່ງຜົນໃຫ້ແຂງແຮງຂຶ້ນ ແລະ ຊ່ວຍປ້ອງກັນພະຍາດຫົວໃຈກັນແຕ່ເນີ້ນໆ.
  1.  ໝາກເຜັດ: ກິນເຜັດທຸກມື້ຊ່ວຍໃຫ້ຫົວໃຈແຂງແຮງເພາະຊ່ວຍໃຫ້ການໄຫຼວຽນຂອງເລືອດສົມດຸນຊ່ວຍບັນເທົາອາການໃຈສັ່ນແຕ່ຢ່າປຸງຈົນລົດຈັດເກີນໄປ.
  2.  ກະທຽມ: ຊ່ວຍລົດການອຸດຕັນຂອງໄຂມັນໃນຫຼອດເລືຶອດຫາກໃສ່ກະທຽມລົງໄປໃນອາຫານທີ່ມີນໍ້າມັນເຊັ່ນ: ຂົ້ວຕ່າງໆ ຈະຊ່ວຍລົດການອຸດຕັນຂອງໄຂມັນຫຼອດເລືອດລົງໄດ້ເຖີງ 100/50.
  3.  ຂິງ: ຊ່ວຍກະຕຸ້ນການໄຫຼວຽນເລືອດໃຫ້ດີຂຶ້ນ ແລະ ຂິງຍັງຊ່ວຍໂອກາດການກໍ່ໂຕຂອງເສັ້ນໃຍໂປຣຕີນຊະນິດໜຶ່ງທີ່ເຮັດໃຫ້ເລືອດແຂງໂຕ ຫຼື ຈັບໂຕເປັນລີມເລືອດ ຊຶ່ງຈະໄປອຸດຕັນຫຼອດເລືອດ.

ຂໍ້ມູນຈາກ ໜັງສືພີມເສດຖະກິດ-ສັງຄົມ.

Contribute