ສູດສະໝຸນໄພເຄືຶອເຂົາຮໍ ສ້າງພູມຄຸ້ມກັນໃຫ້ໄກ່

Andy Souvanhphukdee
ຄຸນປະໂຫຍດ ແລະ ວິທີການໃນການໃຊ້ສະໝຸນໄພປ້ອງກັນພະຍາດແຕ່ລະຊະນິດ
ແນະນຳວິທີເຮັດ
phakhaolao.la
Tik

ສູດສະໝຸນໄພເຄືອເຂົາຮໍ ຊ່ວຍເຮັດໃຫ້ໄກ່ເປັດກິນອາຫານໄດ້ດີ ແລະ ຊ່ວຍເຮັດໃຫ້ສັດແຂງແຮງ, ໃຫ່ຍໄວ, ມີພູມຕ້ານທານຕໍ່ພະຍາດຕ່າງໆ

ສ່ວນປະກອບ:

  • ເຄືອເຂົາຮໍ 1 ກິໂລ
  • ຜັກຄາວທອງ 1 ກິໂລ
  • ຜັກເໜົ່າ (ຜັກຂະ) 1 ກິໂລ
  • ນ້ຳຕານ 1 ກິໂລ
  • ນ້ຳສະອາດ 1 ລິດ

ວິທີຜະລິດ

  • ສະໝຸນໄພທັງສາມຢ່າງມາຊອຍ ຫຼື ຟັກໃຫ້ມຸ່ນໃສ່ຖັງ
  • ຈາກນັ້ນເອົານ້ຳຕານປະສົມກັບນ້ຳຄົນໃຫ້ນ້ຳຕານເປືອຍເປັນນ້ຳຖອກລົງຖັງປະສົມກັບສະໝຸນໄພໃຫ້ເຂົ້າກັນດີ ປິດຝາປະໄວ້ 7 ມື້

ວິທີຂະຫຍາຍຫົວເຊື້ອ

  • ນ້ຳຫົວເຊື້ອ 1 ລິດ ປະສົມນ້ຳ 3 ຫາ 5 ລິດ ປິດຝາໝັກໄວ້ 3 ມື້
  • ຄົບ 10 ມື້ ແລ້ວນຳມາຕອງໃສ່ກະຕຸກຢາງ ແລະ ປິດຝາເກັບໄວ້ບ່ອນຮົ່ມສາມາດເກັບຮັກສາໄວ້ 1 ປີ (ບໍ່ຄວນໃສ່ເຕັມກະຕຸກ)

ວິທີນຳໃຊ້

  • ນ້ຳສະໝຸນໄພ 3 ຫາ 5 ບ່ວງແກງຕໍ່ນ້ຳ 5 ລິດ ໃຫ້ໄກ່ກິນ
  • ນ້ຳສະໝຸນໄພ 2 ຫາ 3 ບ່ວງແກງ ປະສົມໃສ່ນຳອາຫານໃຫ້ໄກ່ກິນທຸກມື້ເຊົ້າແລງ

ຂໍ້ມູນ: ປຶ້ມຄູ່ມື ການລ້ຽງໄກ່ລາດແບບພື້ນບ້ານໂດຍນຳໃຊ້ສະໝຸນໄພ ໂດຍ ສກສຍ

Contribute