APA 6th ed. ແບ້ / Goat. (2020, December 17). Retrieved from https://www.phakhaolao.la/kb/0000945
MLA 8th ed. ແບ້ / Goat. Pha Khao Lao, 17 December 2020, https://www.phakhaolao.la/kb/0000945.
Chicago 17th ed. Pha Khao Lao. 2020. "ແບ້ / Goat." Published December 17, 2020. https://www.phakhaolao.la/kb/0000945.
ຕົ້ນທຶນ ແລະ ຜົນຕອບແທນການລ້ຽງເພື່ອຂາຍຊີ້ນ
ຕົ້ນທຶນ: ໃນໄລຍະທຳອິດຈະຕ້ອງໄດ້ລົງທຶນໃນເລື່ອງຄ່າໂຮງເຮືອນ ແລະ ອຸປະກອນການລ້ຽງ ເຊິ່ງຈະມີຄ່າປະມານ 1,500,000 ກີບ, ສ່ວນຄ່າພັນຈະຂຶ້ນກັບປະລິມານທີ່ລ້ຽງໂດຍແບ້ອາຍຸ 3 ເດືອນ ຈະມີລາຄາຕົວລະປະມານ 300,000-500,000 ກີບຕໍ່ໂຕ, ນອກນັ້ນເປັນຄ່າໃຊ້ຈ່າຍທີ່ກ່ຽວກັບອາຫານ ແລະ ວັກຊິນປະມານ 100,000 ກີບຕໍ່ໂຕ.
ຜົນຕອບແທນ: ຈະເລີ່ມຈຳໜ່າຍແບ້ໄດ້ເມື່ອາຍຸ 1-2 ປີຂຶ້ນໄປ ເຊິ່ງຈະມີນ້ຳໜັກສະເລ່ຍປະມານ 20-30 ກິໂລຕໍ່ໂຕ ແລະ ຈະຈຳໜ່າຍໄດ້ໃນລາຄາປະມານກິໂລລະ 45,000 ກີບຕໍ່ກິໂລ. ຕົ້ນທຶນ ແລະ ຜົນຕອບແທນຈາກການລ້ຽງແບ້ດັ່ງກ່າວ ຈະປ່ຽນແປງໄປຕາມແຫຼ່ງຜະລິດ ແລະ ຄວາມຕ້ອງການຂອງຕະຫຼາດໃນແຕ່ລະດູການ ຫຼື ເທດສະການຕ່າງໆ. ດັ່ງນັ້ນການຕັດສິນໃຈລ້ຽງຕ້ອງສຶກສາຂໍ້ມູນໃຫ້ດີກ່ອນຈື່ງລົງມືປະຕິບັດ.