APA 6th ed. ແບ້ / Goat. (2020, December 17). Retrieved from https://www.phakhaolao.la/kb/0000945
MLA 8th ed. ແບ້ / Goat. Pha Khao Lao, 17 December 2020, https://www.phakhaolao.la/kb/0000945.
Chicago 17th ed. Pha Khao Lao. 2020. "ແບ້ / Goat." Published December 17, 2020. https://www.phakhaolao.la/kb/0000945.
ການປະສົມພັນ
- ຕອນແບ້ຕົວຜູ້ທີ່ບໍ່ໃຊ້ເປັນພໍ່ພັນ ແລະ ລ້ຽງເປັນແບ້ຂຸນເພື່ອສົ່ງຂາຍຕະຫຼາດ
- ບໍ່ໃຫ້ແບ້ທີ່ມີອາຍຸຕໍ່າກວ່າ 4 ເດືອນປະສົມພັນກັນເພາະຈະເຮັດໃຫ້ແມ່ແບ້ຈະເລີນເຕິບໂຕຊ້າ ແລະ ການພັດທະນາຂອງລູກອ່ອນກໍ່ບໍ່ສົມບູນ
- ເມື່ອແບ້ອາຍຸໄດ້ 10 ເດືອນ ແລະ ນໍ້າໜັກເຖິງ 15 ກິໂລຂຶ້ນໄປຈຶ່ງປ່ອຍໃຫ້ພວກມັນປະສົມພັນໄດ້.
- ແບ້ພື້ນເມືອງສະແດງອາການທາງເພດໄດ້ຕະຫຼອດປີ ເຊິ່ງຜູ້ລ້ຽງສາມາດສັງເກດໄດ້ຄື:
1. ໂຄຍຕົວຜູ້ເປັນສີບົວອົມແດງ
2. ມັກຍົກຫາງແກ່ວງໄປມາ
3. ບໍ່ສົນໃຈກິນອາຫານ, ກໍລະນີກໍາລັງໃຫ້ນົມລູກ, ນໍ້ານົມຈະລົດໜ້ອຍລົງ
4. ຍອມໃຫ້ແບ້ໂຕອື່ນຂຶ້ນທັບ ຫຼື ຂຶ້ນທັບແບ້ໂຕອື່ນ
5. ຈະສັງເກດເຫັນມີນໍ້າເມືອກທີ່ປາກຊ່ອງຄອດຜູ້ລ້ຽງຄວນເອົາພໍ່ພັນທີ່ດີມາປະສົມພັນໄດ້, ຫຼັງຈາກແບ້ເປັນແບບນີ້ພາຍຫຼັງສອງຫາສາມວັນ
- ການປະສົມພັນຂອງແບ້ໂຕຜູ້ 1 ໂຕ ແມ່ນສາມາດປະສົມພັນໄດ້ກັບແບ້ໂຕແມ່ ປະມານ 40 ໂຕ.