ໝາກແໜ່ງແດງປາກຊ່ອງ / Pak Song's Cardamom
APA 6th ed. ໝາກແໜ່ງແດງປາກຊ່ອງ / Pak Song's Cardamom. (2019, October 2). Retrieved from https://www.phakhaolao.la/kb/0000065
MLA 8th ed. ໝາກແໜ່ງແດງປາກຊ່ອງ / Pak Song's Cardamom. Pha Khao Lao, 2 October 2019, https://www.phakhaolao.la/kb/0000065.
Chicago 17th ed. Pha Khao Lao. 2019. "ໝາກແໜ່ງແດງປາກຊ່ອງ / Pak Song's Cardamom." Published October 2, 2019. https://www.phakhaolao.la/kb/0000065.
Thai: Kavanh
Vietnamese: Sa nhân tím
Chinese: hai nan sha ren
English: Pak Song Cardamom
ເກິດເປັນເຫງົ້າເລືອ, ລຳຕົ້ນສູງ, 1.5–3 ມ. ເຫງົ້າໜາ 1–1.5 ຊມ, ສີນໍ້າຕານ, ກ້ຽງ, ລຳຕົ້ນ ມີໃບ 25–40 ຊມ. ໃບນ້ອຍໄປຫາປາຍ, ກົກໜາ 1–1.5 ຊມ, ສີແດງປົນສີນ້ຳຕານເມື່ອ ຍັງອ່ອນ, ກົກບວມພ່ອງ, ເປັນລາຍ, ກ້ຽງ, ໃບລຽບ, 3–4 ຊມ, ສີນ້ຳຕານຈາງ, ເປັນແຜ່ນ ບາງ, ມີຂົນນຸ່ມ. ກ້ານຊໍ່ດອກຂະໜາດ 4–6 x 0.3–0.5 ຊມ, ກ້ຽງບໍລິເວນກົກ, ຂອບມີ ຂົນຝອຍ, ສ່ວນພວງດອກ ຮູບຮີ, ຂະໜາດ 4–5 x 3–4 ຊມ, ມີດອກ 2–4 ດອກບານ ພ້ອມກັນ. ໃບປະດັບຮູບເຮືອ ຂະໜາດ 2–2.3 x 0.7–1 ຊມ, ສີນໍ້າຕານ, ເປັນແຜ່ນບາງໆ, ໃກ້ຈະເປື່ອຍ, ດ້ານນອກມີຂົນນຸ່ມບໍລິເວນກົກ, ມີຂົນຍາວສ່ວນປາຍ, ດ້ານໃນມີຂົນຍາວ ໃກ້ກົກ, ປາຍມົນໂຄ້ງ. ພວງໝາກ ມີກ້ານຍາວປະມານ 3–4 x 0.3–0.5 ຊມ, ກ້ຽງໃກ້ ກົກ, ມີຂົນສ່ວນເທີງ. ພວງໝາກຍາວ 5 ຊມ, ມີປະມານ 15 ໝາກຕໍ່ພວງ, ໝາກກົມ ຮູບໄຂ່ ໜາ 1–1.2 ຊມ, ເປັນໜາມ, ສີແດງ ຫຼື ສີແດງປົນສີນ້ໍາຕານອົມຂຽວ, ມີກ້ານ ສັ້ນໆ ຍາວປະມານ 3 ມມ, ເມັດເປັນຫຼ່ຽມ ໜາ 2–3 ມມ, ມີປະມານ 6–12 ເມັດຕໍ່ຫ້ອງ, ສີນ້ຳຕານ ປົນສີດຳ, ມີເຍື້ອຫຸ້ມສີເຫຼືອງ.
ໝາຍເຫດ: ໝາກແໜ່ງແດງປາກຊ່ອງຈະມີລັກສະນະຄ້າຍຄືກັບໝາກແໜ່ງຂຽວ Wurfbainia villosa ແລະ W. uliginosa ໄດ້ແກ່: ໝາກມີຂົນສີແດງ ຫຼື ສີຂຽວ, ແຕ່ໝາກແໜ່ງຊະນີດນີ້ມີລີ້ນໃບ ເປັນແຜ່ນບາງຫຸ້ມຫໍ່ ລຳຍາວເກີນກວ່າ 2 ຊມ ແລະ ພົບເຫັນສະເພາະໃນສວນປູກຂອງເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ.
ອາຫານ: ໜໍ່ອ່ອນໃສ່ເປັນອາຫານໄດ້, ສຳຫຼັບໝາກໃຊ້ເປັນເຄື່ອງເທດສຳລັບປຸງແຕ່ງ ອາຫານ
ຢາ: ໝາກ ແລະ ເມັດໃຊ້ເປັນຢາສະໜຸນໄພຂອງຈີນ, ເປັນຢາສາມາດຮັກສາພະຍາດທາງ ກະເພາະອາຫານໄດ້. ທັ້ງຕົ້ນໃຊ້ເປັນຢາສຳຫຼັບແມ່ຢູ່ກຳໃຊ້ຕົ້ມນໍ້າອາບ ຫຼື ບາງຄັ້ງຕົ້ມນ້ຳດື່ມເພື່ອໃຫ້ເລືອດໄຫຼວຽນໄດ້ດີ. ນອກນັ້ນ ຍັງໃຫ້ເປັນຢາຮົ່ມ.
ສີນຄ້າ: ເປັນສີນຄ້າສົ່ງອອກນອກປະເທດໄດ້ລາຄາດີ, ສ້າງລາຍຮັບໃຫ້ແກ່ຊາວ ກະສິກອນລາວ