ເຕັກນິກການປູກໝາກແໜ່ງປາກຊອງ
ການບຸກເບິກພື້ນທີ່: ສາມາດເຮັດໄດ້ດ້ວຍການຖາງ, ຈຸດ ແລະ ຮື້ ເພື່ອກຳຈັດວັດຊະພືດ, ຕົ້ນໄມ້ນ້ອຍອອກ ເຊິ່ງໄລຍະເວລາທີ່ເໝາະສົມ ໃນການຈັດຕັ້ງປະຕິດບັດ ແມ່ນຊ່ວງຕົ້ນລະດູແລ້ງ, ໃນລະຫວ່າງເດືອນ ກຸມພາ-ມີນາ, ໂດຍສ່ວນຫຼາຍແມ່ນໃຊ້ແຮງງານຄົນ ແລະ ນຳ້ໃຊ້ອຸປະກອນຄື: ພ້າ, ມີດ ແລະ ອື່ນໆ (ຕາມເງື່ອນໄຂ ຄວາມສະດວກຂອງແຕ່ລະທ້ອງຖີ່ນທີ່ອຳນວຍຄວາມສະດວກ).

ການກຳນົດໄລຍະຫ່າງ: ທີ່ເໝາະສົມໃນການປູກໝາກແໜ່ງປາກຊ່ອງ ແມ່ນອິງຕາມສະພາບພື້ນທີ່ ຖ້າປູກ 1x1 ແມັດ, ແມ່ນປູກໃນພື້ນທີ່ສັນພູ ຫ່າງໄຫຈາກແຫຼ່ງນ້ຳຫຼາຍ, ປູກ 1x2 ແມັດ ແມ່ນເໝາະສົມສຳຫຼັບນ້ຳໃຊ້ປູກໃນເຂດດິນຊຸ່ມຊື່ນໄກ້ແຄມນ້ຳ, ເຊິ່ງຂະໜາດໄລຍະຫ່າງດ່ັງກ່າວ ຕົ້ນໝາກແໜ່ງ ສາມາດຂະຫຍາຍຕົວຕົວຈອດກັນ ແລະ ໃຫ້ຜົນຜະລິດໃນປີທີ 3. ຖ້າປູກໂດຍນຳໃຊ້ໄລຍະຫ່າງກວ່ານີ້ຄື: 3x3 ແມັດ ແລະ 4x4 ຫຼື ຫ່າງກວ່ານີ້ ຕົ້ນໜາກແໜ່ງຈະຂະຫຍາຍຕົວໄດ້ດີ ແລະ ລຳຕົ້ນໃຫຍ່ ແຕ່ຕ້ອງໃຊ້ເວລາ, ຫຼາຍກວ່າ 5 ປີ, ມັນຈື່ງຂະຫຍາຍຕົວຈອດກັນ, ແຕ່ຂະໜາດໄລຍະຫ່າງນີ້ ຈະຕ້ອງໄດ້ນຳໃຊ້ແຮງງານບົວລະບັດຮັກສາຢ່າງໜ້ອຍ 3 ປີ, ເພາະວິທີການປູກຕົ້ນຕໍ່ຕົ້ນຫ່າງກັນແມ່ນເປິດພື້ນທີ່ໃຫ້ຈຳພວກວັດຊະພືດເກີດຂື້ນເປັນຈຳນວນຫຼາຍ.

ການຂົ່ນສົ່ງເບ້ຍໝາກແໜ່ງ: ແມ່ນການນຳເອົາແນວພັນທີ່ຄັດເລືອກແລ້ວຈາກສວນໃດໜື່ງໄປຫາພື້ນທີ່ຈະປູກໝາກແໜ່ງບ່ອນໃໝ່, ເຊິ່ງຖືວ່າເປັນວຽກງານໜື່ງທີ່ມີຄວາມສຳຄັນ, ຕ້ອງໄດ້ໃຫ້ຄວາມລະມັດລະວັງສູງເພື່ອປ້ອງກັນບໍ່ໃຫ້ເບ້ຍເຫງົ້າໝາກແໜ່ງເສຍຫາຍ ເຊັ່ນ: ລຳຕົ້ນ ຫຼື ເຫງົ້າຫັກ ໂດຍສະເພາະແມ່ນຄໍຮາກ.

ວິທີປູກ: ການປູກຕົ້ນໝາກແໜ່ງປາກຊ່ອງດ້ວຍເຫງົ້າທີ່ຕັດລຳສ່ວນເທີງ ແລະ ໃບ ຄວນປູກໃນໄລຍະເວລາທີ່ເໝາະສົມໃນຊ່ວງເດືອນ ພືດສະພາ-ມິຖຸນາ ເຊິ່ງຊ່ວງເໝາະສົມທີ່ສຸດແມ່ນທ້າຍເດືອນພືດສະພາ, ໃນຂະນະທີ່, ການປູກແບບບໍ່ຕັດລຳ ແລະ ໃບອອກແມ່ນເໝາະສົມທີ່ສຸດໃນຊ່ວງເດືອນ ກໍລະກົດ-ສີ່ງຫາ (ເໝາະສົມທີ່ສຸດແມ່ນເດືອນສີງຫາ). ຂະໜາດຂອງຂຸມປູກ (ຄວາມເລິກ, ຍາວ ແລະ ກວ້າງ) ແມ່ນອິງຕາມຄວາມເໝາະສົມຂອງເຫງົ້າໝາກແໜ່ງທີ່ຈະປູກ. ໃນການປູກເບ້ຍເຫງົ້າໝາກແໜ່ງສຳຄັນທີ່ສຸດແມ່ນບໍ່ໃຫ້ປູກຖົມຄໍຮາກ (ເພາະຖ້າຖົມຄໍຮາກ ຕົ້ນຈະບໍ່ສາມາດຂະຫຍາຍຕົວໄດ້ ແລະ ຕາຍໃນທີ່ສຸດ). ຕົ້ນເບ້ຍເຫງົ້າຈະຂະຫຍາຍຕົວທາງຮາກແໜງ ເພື່ອເກີດລຳຕົ້ນໃຫມ່ (ເຫງົ້າທີ່ປູກ ລຳຕົ້ນມັນຈະບໍ່ຂະຫຍາຍຕົວ).

Contribute