ການເກັບກູ້ ແລະ ການປູງແຕ່ງໜາກແໜ່ງ
ການເກັບກູ້: ໝາກແໜ່ງປາກຊ່ອງໃຫ້ຜົນຜະລິດເມື່ອມີອາຍຸໄດ້ 3 ປີຂື້ນໄປ ແຕ່ໄລຍະທຳອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີຕໍ່ໆມາ, ໄລຍະເວລາທີ່ເໜາະສົມແກ່ການເກັບໝາກແໜ່ງທີ່ສຸດແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງເຂັ້ມ ຄືໃນຊ່ວງເດືອນກໍລະກົດຫາເດືອນພະຈິກ, ການເກັບກູ້ ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມີບິດເອົາໜາກແກ່ (ຈົ່ງໝາກອ່ອນໄວ້ເກັບຊຸດຕໍ່ໄປ) ສະນັ້ນ, ໜາກແໜ່ງປາກຊ່ອງລະດູການໜື່ງ ສາມາດເກັບໄດ້ຫຼາຍຄັ້ງ, ປະມານ 4-5 ເທື່ອຕໍ່ປີ, ເນື່ອງຈາກໜາກຂອງມັນສຸກແກ່ບໍ່ພ້ອມກັນ. ຜົນການຜະລິດຕະພາບຂອງໝາກແໜ່ງປາກຊ່ອງ ຢູ່ໃນລະຫວ່າງ 150 ກິໂລກຣາມ ຫາ 1350 ກິໂລກຣາມຕໍ່ເຮັກຕາ/ປີ.
ການປຸງແຕ່ງໜາກແໜ່ງ: ໝາກແໜ່ງປາກຊ່ອງສ່ວນຫຼາຍນິຍົມຂາຍດິບ, ແຕ່ກໍ່ຍັງມີຊາວກະສິກອນບາງເຂດ (ເຂດຫ່າງໄກ) ນິຍົມກັນປຸງແຕ່ງດ້ວຍການອົບແຫ້ງ ຫຼື ຕາກແດດ ເພາະວ່າມັນສາມາດເກັບຮັກສາໄວ້ໄດ້ດົນ ແລະ ຈະໄດ້ລາຄາດີກວ່າຂາຍໝາກດິບ. 
ການອົບແຫ້ງ: ແມ່ນວິທີການນຳເອົາໜາກແໜ່ງທີ່ເກັບຈາກສວນເຂົ້າໄປອົບແຫ້ງຢູ່ໂຮງອົບຂະໜາດນ້ອຍລະດັບບ້ານ ຫຼື ລະດັບຄອບຄົວ. ໃນການອົບໝາກແໜ່ງແຕ່ລະຄັ້ງໃຊ້ເວລາຢູ່ 12 ຫາ 24 ຊົ່ວໂມງ ໂດຍຕ້ອງມີການຮັກສາອຸນຫະພູມຄວາມຮ້ອນຢ່າງສະໜໍ່າສະເໜີ. ໜາກແໜ່ງອົບແຫ້ງ ສາມາດເກັບໄວ້ໄດ້ດົນ ພ້ອມທັງເປັນການເພີ່ມມູນຄ່າລາຄາໜາກແໜ່ງຂຶ້ນຕື່ມໄປອິກ, ນອກຈາກນັ້ນ ມັນຍັງມີຄວາມເສຍຫາຍໜ້ອຍໃນການເກິດເຊື້ອຣາຕ່າງໆ. ການອົບແຫ້ງ ຫຼື ຢ້າງໄຟ, ຖ້າເຮົາເອົໝາກແໜ່ງສົດເຂົ້າເຕົ້າອົບ ຈຳນວນ 60 ກິໂລກຣາມ ພ້ອມກັນຈະໃຊ້ເວລາຢູ່ປະມານ 12 ຊົ່ວໂມງ. ວິທີການອົບ: ທຸກໆ 30 ນາທີ ຕ້ອງໄດ້ຕື່ມຖ່ານໄຟໃນເຕົ້າອົບ ເພື່ອໃຫ້ໝາກແໜ່ງແຫ້ງສະໝໍ່າສະເໝີກັນດີ. ອັດຕາສ່ວນຫຼຸດຂອງນ້ຳໜັກຈາກການອົບແຫ້ງຢູ່ທີ່ 100 ກິໂລກຣາມ (ໝາກດິບ) ຈະໄດ້ໝາກແໜ່ງແຫ້ງປະມານ 15-20 ກິໂລກຣາມ.
ການຕາກແດດ: ຈະຕ້ອງໄດ້ອາໄສທຳມະຊາດເປັນຫຼັກ, ລະດູການເກັບໝາກແໜ່ງໂດຍສ່ວນຫຼາຍແມ່ນຕົກຢູ່ໃນຊ່ວງລະດູຝົນ, ການຕາກແດດແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ໝາກແຫ້ງເຕັມທີ່ ແລະ ບໍ່ສາມາດປ້ອງກັນເຊື້ອຣາໄດ້. ນອກຈາກນັ້ນ ການຕາກແດດແມ່ໃຊ້ເວລາຫຼາຍວັນ ແລະ ຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ໄລຍະເວລາໃນການຕາກແດດຈະໃຊ້ເວລາຢູ່ ປະມານ 7 ວັນ ເພື່ອເຮັດໃຫ້ໝາກແໜ່ງແຫ້ງດີ. ອັດຕາສ່ວນຫຼຸດຂອງນ້ຳໜັກປະມານ 100 ກິໂລກຣາກດິບ ຈະໄດ້ໝາກແໜ່ງແຫ້ງ 13-14 ກິໂລກຣາມແຫ້ງ. ການເກັບຮັກສາໜາກແໜ່ງແຫ້ງ ສາມາດເຮັດໄດ້ດ້ວຍການບັນຈຸໄວ້ໃນກະເປົາປານ (ລະບາຍອາກາດໄດ້ດີ) ຈາກນັ້ນເກັບມ້ຽນໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ, ບໍ່ມີສັດຕູລົບກວນ ເຊັ່ນ: ພວກມົດ, ປວກ, ມອດ ແລະ ໜູ...

Contribute