ຄວາມເໝາະສົມທາງດ້ານສະພາບແວດລ້ອມແມ່ນປັດໄຈທີ່ສຳຄັນທີ່ມີຄວາມຈຳເປັນຕໍ່ການຈະເລີນເຕິບໂຕ ແລະ ການໃຫ້ຜົນຜະລິດທີ່ມີຄຸນນະພາບສູງ, ສະນັ້ນຄວນພິຈາລະນາປັດໄຈລຸ່ມນີ້:
ລັກສະນະຂອງພື້ນທີ່: ທີ່ເໝາະສົມແກ່ການປູກໝາກແໜ່ງປາກຊ່ອງແມ່ນພື້ນທີ່ມີລັກສະນະຮາບພຽງຫາຄ້ອຍຊັນເຊິ່ງລະດັບຄວາມຄ້ອຍຊັນທີ່ເໝາະສົມຢູ່ລະຫວ່າງ 15-25 ອົງສາ, ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລບໍ່ເກີນ 900 ແມັດ, ເພາະຖ້າປູກໃນພື້ນທີ່ສູງເກີນໄປຈະເຮັດໃຫ້ຕົ້ນໝາກແໜ່ງຂະຫຍາຍຕົວຊ້າ ແລະ ບໍ່ໄດ້ຮັບຜົນຜະລິດດີ ເພາະອາກາດທີ່ໜາວເຢັນ, ເຊິ່ງຕົ້ນໝາກແໜ່ງຈະບໍ່ມີຄວາມທົນທານຕໍ່ຄວາມໜາວເຢັນ. ໝາກແໜ່ງຊະນິດນີ້ຈະເລິນເຕິບໂຕໄດ້ດີໃນດິນໜຽວແກມດິນຕົມ, ຊາຍ ແລະ ມີຫີນເລັກນ້ອຍ. ດິນມີສີນ້ຳຕານເຂັ້ມເຖິງສີດຳ, ເຊິ່ງເປັນດິນທີ່ມີການລະບາຍນ້ຳໄດ້ດີ ມີຄວາມຊຸ່ມຊື່ນໃນດິນບໍ່ຫຼຸດ 22 % ແລະ ຄວາມເປັນກົດ-ດ່າງຂອງດິນ 5.5-7.5, ເຂດທີ່ມີດິນຊັ້ນໜ້າຕື່ນ ແມ່ນບໍ່ເໝາະສົມແກ່ການປູກໝາກແໜ່ງຊະນິດນີ້.

ປະລິມານນ້ຳຝົນ: ທີ່ເໝາະສົມສຳຫຼັບການຈະເລີນເຕິບໂຕຂອງຕົ້ນໝາກແໜ່ງ ຄວນຢູ່ລະຫວ່າງ 1200-2400 ມີລີແມັດຕໍ່ປີ, ປະລິມານນ້ຳຝົນບໍ່ຄວນຕໍ່ກວ່າ 1200 ມີລີແມັດຕໍ່ປີ ແລະ ມີຈຳນວນວັນຝົນຕົກສະເລ່ຍ 110-140 ວັນຕໍ່ປີ,  ເຊິ່ງປະເທດເຮົາມີປະລິມານນ້ຳຝົນເໝາະສົມເປັນຕົ້ນແມ່ນພາກເໜືອ.
ສະພາບພູມອາກາດ: ໝາກແໜ່ງປາກຊ່ອງຂະຫຍາຍຕົວໄດ້ດີຢູ່ໃນເຂດອາກາດລົມມໍລະສູມ, ເຂດອາກາດຮ້ອນອົບເອົ້າ ແລະ ເຂດອາກາດເຄິ່ງອົບອຸ່ນ ເຊິ່ງເປັນເຂດອາກາດເຢັນ ທີ່ມີອຸນຫະພູມສະເລ່ຍ 20-25 ອົງສາ, ເຊິ່ງສູງກວ່າໜາກແໜ່ງກວາງຕຸງເລັກນ້ອຍ, ອຸນຫະພູມມີຄວາມສຳພັນກັບການເກີດດອກອອກໝາກ, ໃນຊ່ວງໄລຍະເດືອນ ມີນາ ແລະ ພືດສະພາ ເຂດສວນປູກຕັ້ງຢູ່ບໍລິເວນອຸນຫະພູມສູງເກີນໄປ ເຮັດໃຫ້ອອກໝາກຈຳນວນໜ້ອຍ ເພາະອາກາດຮອ້ນສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງດອກ (ເຮັດໃຫ້ດອກຫ່ຽວແຫ້ງ). ໝາກແໜ່ງປາກຊ່ອງ ຂະຫຍາຍຕົວຊ້າ ແລະ ໃຫ້ຝົນຜະລິດຕໍ່າ, ຖ້າປູກໃນບໍລິເວນຮົ່ມເງົາ ແລະ ເຂດປ່າໄມ້ປ່ອງກະຈາຍພັນຢູ່ ເນື່ອງຈາກວ່າ ໝາກແໜງປາກຊ່ອງຂະຫຍາຍຕົວດີ ແລະ ໃຫ້ຜົນຜະລິດສູງຖ້າປູກໃນພື້ນທີ່ເປິດແປນ ເພາະວ່າແສງແດດຫຼາຍກວ່າ 80% ຂຶ້ນໄປ. ສະນັ້ນ ການປູກໝາກແໜ່ງປາກຊ່ອງຢູ່ໃນເຂດຫຼວງນ້ຳທາ (ເຂດອາກາດຮ້ອນອົບເອົ້າ) ປະສົບຜົນສຳເລັດດີກວ່າໝາກແໜ່ງກວາງຕຸງ. ເຖິງຢ່າງໃດກໍ່ຕາມ, ໝາກແໜ່ງປາກຊ່ອງຂະຫຍາຍຕົວໄດ້ດີ ແລະ ໄດ້ຮັບຜົນຜະລິດຫຼາຍແມ່ນມີການປູກໃນພື້ນທີ່ມີຄວາມຄ້ອຍຊັນປານກາງ ບໍ່ຫ່າງໄກຈາກຫ້ວຍນ້ຳຫຼາຍ ມີແສງແດດສ່ອງຕະຫຼອດ.

Contribute