ຄັດເລືອກແນວພັນ
ໝາກແໜ່ງປາກຊ່ອງເປັນໝາກແໜ່ງແດງຄືກັບໝາກແໜ່ງກວາງຕຸ້ງ ເຊິ່ງມີລັກສະນະຄ້າຍຄືກັນຫຼາຍ ແລະ ມີຄວາມແຕກຕ່າງກັນເລັກນ້ອຍຄື, ການຄັດເລືອກແນວພັນໝາກແໜ່ງປາກຊ່ອງມາປູກຄວນມີຄວາມລະມັດລະວັງເພາະຈະສົ່ງຜົນຕໍ່ການຈະເລີນເຕິບໂຕບໍ່ໄດ້ດີ, ສູນເສຍທິນຮອນ ແລະ ເວລາ. ຖ້າປູກດ້ວຍເບ້ຍເຫງົ້າ ແມ່ນຈະເລີນເຕິບໂຕ ແລະ ໃຫ້ຜົນຜະລິດໄວ ແລະ ປະຢັດເວລາກວ່າການປູກດ້ວຍແກ່ນ. ເຫງົ້າທີ່ເໝາະສົມ ຄວນມີອາຍຸ 2 ປີ ໂດຍລັກສະນະຂອງເຫງົ້າທີ່ເໝາະສົມ ຕ້ອງຈົ່ງຮາກເຄົ້າ ໃຫ້ມີຄວາມຍາວ 20 ຊັງຕິແມັດ ຂື້ນໄປ, ຈົ່ງຮາກແໜ່ງອ່ອນໄວ້ ເພື່ອຮັບປະກັນໃຫ້ຕົ້ນໝາກແໜ່ງຂະຫຍາຍຕົວດີ, ລຳຕົ້ນຄວນຕັດລຳ ແລະ ໃບອອກສ່ວນປາຍຍອດ, ຈົ່ງລຳຕົ້ນໃຫ້ມີຄວາມຍາວ 40-50 ຊັງຕິແມັດ. ເຖິງຢ່າງໃດກໍ່ຕາມ, ຖ້າຕ້ອງການປູກໂດຍບໍ່ຕັດລຳ ແລະ ໃບສ່ວນເທິງອອກ ແມ່ນໃຫ້ປູກໃນຊ່ວງເດືອນ ກໍລະກົດ-ສີງຫາ. ການປູກດ້ວຍເຫງົ້າທັງສອງວິທີແມ່ນໃຫ້ຜົນຜະລິດໃນປີທີ 3 (ແຕ່ການປູກດ້ວຍເຫງົ້າທີ່ຕັດໃບອອກ ເຮັດໃຫ້ລະບົບຮາກຂະຫຍາຍຕົວໄວ ແລະ ເກີດໜໍ່ໄວກວ່າ). ການພັກຕົວຂອງເບ້ຍເຫງົ້າໝາກແໜ່ງປາກຊ່ອງ ສູງສຸດບໍ່ເກີນ 4 ວັນ. ຖ້ານ້ຳເບ້ຍເຫງົ້າໝາກແໜ່ງ ອາຍຸ 1 ປີ ມາເຮັດແນວພັນ ສົ່ງຜົນເຮັດໃຫ້ເຫງົ້າເນົ່າ, ບໍ່ຂະຫຍາຍຕົວ ແລະ ຕາຍໃນທີ່ສຸດ (ເພາະປຸກໃນພື້ນທີ່ເປິດແປນ). ເບ້ຍເຫງົ້າໝາກແໜ່ງຈົ່ງຮາກຍາວເທົ່າໃດຍິ່ງດີ ແຕ່ວ່າລຳບາກເລວາຂົ່ນສົ່ງເບ້ຍໄປປູກ ແລະ ເຮັດໃຫ້ຕ້ອງໃຊ້ເວລາໃນການຂົນສົ່ງ ແລະ ຂະໜາດຂອງຂຸມປູກກໍ່ຕ້ອງຂຸດກວ້າງຕາມເຫງົ້າກ ບໍ່ຄວນປູກເຫງົ້າທີ່ແຕກຫັກ (ໄປຮັບຜົນກະທົບເວລາຂົ່ນສົ່ງ).

Contribute