ໝາກແໜ່ງປາກຊ່ອງສາມາດເກັບກູ້ເມື່ອປູກໄດ້ 3 ປີຂຶ້ນໄປ, ສາມາດເກັບຜົນຜະລິດໃນຊ່ວງ ເດືອນ ກໍລະກົດ–ເດືອນຕຸລາ. ສາມາດເກັບໄດ້ປະມານ 4–6 ເທື່ອຕໍ່ປີ. ການແປຮູບ: ສ່ວນຫຼາຍແມ່ນເຮັດ ໃຫ້ແຫ້ງ ແລະ ເພັກໃຊ້ບັນຈຸຫຸ້ມຫໍ່, ການເຮັດແຫ້ງສາມາດຕາກແດດ ຫຼື ອົບດ້ວຍເຄື່ອງອົບ. ແຕ່ຊາວກະສິກອນສ່ວນຫຼາຍແມ່ນໃຊ້ເຕົາອົບໃຊ້ໄຟຈາກຟືນ. ເມື່ອແຫ້ງສາມາດບັນຈຸໄວ້ໃນເປົາປານ ເພື່ອໃຫ້ລະບາຍອາກາດໄດ້ດີ, ເກັບມ້ຽນບ່ອນປອດໄພຈາກສັດ ແລະ ແມງໄມ້.

 

Contribute