5 ອາຫານຊ່ວຍສ້າງພູມຕ້ານທານໃນວັນທີ່ອາກາດປົນເປື້ອນມົນລະພິດ

Sakhone INTHAVONG
ທ່ານຮູ້ແລ້ວບໍ? ອາຫານ 5 ຢ່າງ ທີ່ຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ ມີຫຍັງແດ່?
ຊີວະນາໆພັນກະສິກຳ
5 ອາຫານຊ່ວຍສ້າງພູມຕ້ານທານໃນວັນທີ່ອາກາດປົນເປື້ອນມົນລະພິດ
phakhaolao.la

ປັດຈຸບັນການປົນເປື້ອນມົນລະພິດທາງອາກາດຖືເປັນບັນຫາໃຫຍ່ລະດັບໂລກ ສາເຫດສ່ວນໃຫຍ່ມາຈາກມະນຸດເຮົາເອງ ທີ່ໄດ້ພັດທະນາຄວາມກ້າວໜ້າທາງດ້ານເຕັກໂນໂລຊີຫຼາຍຂຶ້ນ ເປັນຕົ້ນແມ່ນການສ້າງໂຮງງານອຸດສາຫະກຳປະເພດຕ່າງ ເຊັ່ນ: ໂຮງງານຜະລິດສານເຄມີໄດ້ແກ່ ໂຮງງານຜະລິດໄຟຟ້າ, ໂຮງງານຊີມັງ, ໂຮງງານຜະລິດປຸ໋ຍ ແລະ ອື່ນໆ, ອີກສາເຫດໜຶ່ງແມ່ນເກີດມາຈາກການເຜົາຂີ້້ເຫຍື້ອ, ຍານພາຫະນະ, ການຈູດປ່າເຮັດໄຮ່ ແລະ ໄຟປ່າ...ລວມເຖິງກິດຈະກຳຕ່າງໆໃນການໃຊ້ຊີວິດປະຈຳວັນຂອງມະນຸດເຮົາ, ດັງນັ້ນຈຶ່ງເຮັດໃຫ້ອາກາດມີການປົນເປື້ອນມົນລະພິດທີ່ເປັນອັນຕະລາຍຕໍ່ມະນຸດເຮົາ ເມືອເຮົາຫາຍໃຈເອົາອາກາດດັ່ງກ່າວເຂົ້າໄປຈະເຮັດໃຫ້ການຈະເລີນເຕີບໂຕຂອງຮ່າງກາຍບໍ່ສົມບູນ ແລະ ເປັນສາເຫດຂອງພະຍາດຕ່າງໆ ເຊັ່ນ: ພະຍາດກ່ຽວກັບລະບົບທາງເດີນຫາຍໃຈ, ມະເຣັງປອດ, ພະຍາດຫຼອດເລືອດແຂງຕົວ, ພະຍາດຫົວໃຈ, ໄອເປັນເລືອດ, ຄວາມຜິດປົກກະຕິທາງປະສາດ ແລະ ຄວາມດັນເລືອດສູງ. ສະນັ້ນເພື່ອຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບຕໍ່ຮ່າງກາຍຂອງທ່ານໃຫ້ໜ້ອຍລົງເຮົາຈຶ່ງນຳເອົາ 5 ປະເພດອາຫານທີ່ຈະຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍໄດ້ແກ່

ໝາກໄມ້ຕະກູນສີເຫຼືອງສົ້ມ

ອາຫານປະເພດນີ້ເຮົາສາມາດຫາຊື້ໄດ້ງ່າຍໃນຊີວິດປະຈຳວັນ ບໍ່ວ່າຈະເປັນໝາກກ້ຽງ, ໝາກນາວ ແລະ ໝາກຂີ້ຫູດ. ໃນໝາກໄມ້ຈຳພວກນີ້ມີແຄລຊ້ຽມ, ວິຕາມິນ A, ວິຕາມິນ B,  ໂປຕັສຊຽມ, ໄຍອາຫານ, ຟອສຟໍຣັສ, ທາດເຫຼັກ ແລະ ທີ່ສຳຄັນຍັງມີວິຕາມິນ C ສູງ ຖືເປັນສິ່ງສຳຄັນໃນການຊ່ວຍເສີມສ້າງລະບົບພູມຕຸ້ມກັນ ແລະ ຊ່ວຍສ້າງເມັດເລືອດຂາວ.

www.pexels.com wallpaper

 

ເຄື່ອງເທດ

ເຄື່ອງເທດຊະນິດຕ່າງໆນອກຈາກຈະອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ແລ້ວຍັງເປັນຢາໃນຕົວ ເຊັ່ນຈຳພວກ: ຂີງ, ກະທຽມ, ໝາກເຜັດແດງ... ທີ່ເຕັມໄປດ້ວຍແຮ່ທາດ ແລະ ວິຕາມິນ, ສຳລັບຂິງນອກຈາກຊ່ວຍຫຼຸດອາການອັກເສບ ແລ້ວຍັງຊ່ວຍຫຼຸດຜ່ອນອາການເຈັບຊ້ຳເຮື້ອ, ອາການເຈັບຄໍ, ປຸ້ນທ້ອງ ແລະ ທີ່ສຳຄັນຍັງຊ່ວຍສ້າງພູມຕ້ານທານ ໂດຍມີສານອັນລິນຊີທີ່ຊ່ວຍເສີມສ້າງປະສິດທິພາບໃນການເຮັດວຽກຂອງຈຸລັງໃນລະບົບພູມຕ້ານທານ ທັງມີລິດໃນການຕ້ານແບັດທິເຣຍ, ໄວຣັສ ແລະ ທີ່ສຳຄັນຍັງເປັນສານຕ້ານອະນຸມູນອິດສະຫຼະຊັ້ນດີ ທີ່ຫາງ່າຍທີ່ສຸດໃນຄົວເຮືອນ ເຊັ່ນ “ໝາກເຜັດແດງ” ທີ່ເຕັມໄປດ້ວຍສານເບຕາແຄໂຣທິນ ທີ່ຊ່ວຍເສີມສ້າງລະບົບພູມຕ້ານທານໃຫ້ແກ່ຮ່າງກາຍ.

www.pexels.com wallpaper

 

ຜັກສີຂຽວ

ຜັກໃບຂຽວນອກຈາກຈະມີສານທີ່ເຕັມໄປດ້ວຍຄໍໂຣຟິວ ທີ່ຊ່ວຍໃນການຂັບສານພິດອອກຈາກຮ່າງກາຍແລ້ວ, ຄຸນຄ່າ ແລະ ວິຕາມິນໃນຜັກສີຂຽວຍັງຊ່ວຍເສີມສ້າງຮ່າງກາຍໃຫ້ແຂງແຮງຢູ່ສະເໝີ, ຜັກໃບຂຽວທີ່ແນະນຳໄດ້ແກ່ “ຜັກຫົມ” ຊ່ວຍເສີມສ້າງລະບົບພູມຄຸ້ມກັນເພາະມີວິຕາມິນ A ຈຳນວນຫຼາຍ ເຮັດໃຫ້ຮ່າງກາຍສາມາດຮັກສາຄວາມສົມດຸນຂອງຈຸລັງເມັດເລືອດຂາວ ທີ່ຊ່ວຍປົກປ້ອງຮ່າງກາຍຈາກການຕິດເຊື້ອ ແລະ ພະຍາດຕ່າງໆ, ເຊັ່ນດຽວກັບກະຫຼໍ່າດອກຂຽວ ຫຼື “ ບັອກໂຄລີ “ ທີ່ເຕັມໄປດ້ວຍວິຕາມິນ A  ນອກນີ້ຍັງມີວິຕາມິນ C ແລະ ວິຕາມິນ E, ມີສານຕ້ານອະນຸມູນອິດສະຫຼະ ແລະ ເສັ້ນໄຍ ທີ່ເປັນປະໂຫຍດຕໍ່ຮ່າງກາຍ.

www.pexels.com wallpaper

 

ນົມສົ້ມ

ນົມສົ້ມເປັນແຫຼ່ງໂປຣຕີນຊັ້ນເລີດ ຫຼາຍກວ່ານົມຜົງເຖິງ 20 ເປີເຊັນ ນອກຈາກນີ້ຍັງຂຶ້ນຊື່ໃນເລື່ອງແລັກໂຕບາຊິຣັສ (Lactobacillus) ຊັ້ນດີທີ່ຈະຊ່ວຍເສີມສ້າງພູມຕ້ານໃຫ້ຮ່າງກາຍແຂງແຮງ

ສັດນ້ຳມີເປືອກ

ອາຫານຈຳພວກນີ້ເຕັມໄປດ້ວຍໂອເມກາ 3 ແລະ ກົດໄຂມັນທີ່ຈຳເປັນຕໍ່ຮ່າງກາຍ, ຊ່ວຍເສີມສ້າງລະບົບການເຮັດວຽກຕ່າງໆຂອງຮ່າງກາຍ ທີ່ຈຳເປັນຫຼາຍທີ່ພວກເຮົາຮູ້ຈັກກັນດີ, ນອກຈາກນີ້ສານອາຫານໃນສັດນ້ຳມີເປືອກເຊັ່ນ: ກຸ້ງ, ປູ... ມີສານ ” ຊີລີນຽມ ” (Selenium) ທີ່ຊ່ວຍເສີມສ້າງຈຸລັງເມັດເລືອດຂາວໃຫ້ຜະລິດໂປຣຕິນ (Cytokines) ສານທີ່ຈະຊ່ວຍກຳຈັດໄວຣັສຕ່າງໆອອກຈາກຮ່າງກາຍ.

ອາຫານຖືເປັນສິ່ງທີ່ສຳຄັນຕໍ່ຮ່າງກາຍຂອງຄົນເຮົາ ຖ້າເຮົາເລືອກກິນອາຫານທີ່ດີ ແລະ ມີປະໂຫຍດ ແນ່ນອນວ່າສຸຂະພາບທີ່ດີກໍຈະຕາມມາ, ປະເພດອາຫານທັງໝົດທີ່ກ່າວມານັ້ນລ້ວນແລ້ວແຕ່ມີຄຸນຄ່າ ແລະ ປະໂຫຍດທີ່ຫາໄດ້ບໍ່ຍາກ. ຖ້າທ່ານຢາກມີສຸຂະພາບແຂງແຮງ ພຽງແຕ່ເລືອກບໍລິໂພກອາຫານທີ່ມີປະໂຫຍດ ດັງທີ່ກ່າວມາດ້າເທິງ.

www.pexels.com wallpaper

 

ທີ່ມາ:ໜັງສືພິມເສດຖະກິດ-ການຄ້າ

ການປະກອບສ່ວນ