ໜັງພອງ

Andy Souvanhphukdee
ໜັງພອງ ຈະກິນກັບແຈ່ວບອງ ຫຼື ຕຳໝາກຫຸ່ງກໍ່ໄດ້ຕາມຕ້ອງການ
ເຮືອນຄົວລາວ
ຫນັງຍຳແຊບ ເມືອງຊຽງເງີນ

ວິທີເລືອກຫນັງ
  -  ຕ້ອງເລືອກເອົາຫນັງຄວາຍດໍາ
  -  ເລືອກເອົາຫນັງຄວາຍອ່ອນ ອາຍຸຄວາຍໃຫ້ໄດ້ 2-3 ປີ
ວິທີປຸງແຕ່ງຫນັງພອງ
  -  ນໍາເອົາຫນັງຄວາຍໄປລ້າງນໍ້າໃຫ້ສະອາດ 
  -  ຕົ້ມນໍ້າໃຫ້ຟົດ, ເອົາຫນັງຄວາຍຈຸ່ມລົງ, ຂູດຂົນອອກໃຫ້ຫມົດ
  -  ຕັດເປັນເສັ້ນນ້ອຍ, ແຕ່ລະເສັ້ນ 1 ຂໍ້ມື
  -  ເອົາເກືອໃສ່ໃຫ້ພໍດີແຊບ
  -  ນໍາເສັ້ນທີ່ຕັດແລ້ວໄປຕາກແດດ 2-3 ແດດ

ອາຫານບ້ານເຮົາ
ອາຫານບ້ານເຮົາ

ວິທີອ່ອມຫນັງພອງ ແລະ ຈືນ 
 1.  ນໍາເອົາຫນັງທີ່ຕາກແຫ້ງແລ້ວ ໄປອ່ອມໃສ່ຫມໍ້ ດ້ວຍນໍ້າມັນຫມູລາດ 
 2.  ແລ້ວນຳໝໍ້ ໄປອ່ອມດ້ວຍຖ່ານໄຟຄວາມຮ້ອນບໍ່ໃຫ້ເກີນ 70 ອົງສາ ອ່ອມໃຫ້ໃຊ້ເວລາ 3-4 ຊົ່ວໂມງ. 
 3.  ຫຼັງຈາກທີ່ອ່ອມແລ້ວ, ໃຫ້ຕັກເອົານ້ຳມັນພ້ອມໜັງອອມ ມາໃສ່ໝໍ້ຂາງ ເພື່ອຈືນ
 4.  ເວລາຈືນ, ຈັດຖານໄຟໃຫ້ນໍ້າມັນຮ້ອນ 100-120 ອົງສາ.
 5.  ຄົນໄວໆ, ຫຼັງຈາກທີ່ພອງພໍດີ ໃຫ້ເອົາອອກຈາກຫມໍ້ມາໃສ່ຈານທີ່ກຽມໄວ້ ໃຫ້ນ້ໍາມັນຕົກຈາກຫນັງ ປະໄວ້ໃຫ້ເຢັນ, ຈາກນັ້ນກໍໃສ່ຖົງຢາງ. ໃຊ້ສາຍຢາງມັດບໍ່ໃຫ້ອາກາດເຂົ້າ ເພື່ອຈະເກັບໄວ້ກິນດົນປະມານ 2-3 ເດືອນ ຖ້າອາກາດເຂົ້າມັນຈະບໍ່ກອບ
  •  ເດັກນ້ອຍກິນໄດ້ຜູ້ເຖົ້າກິນເປັນ.

ຂໍ້ມູນຈາກ ປຶ້ມອາຫານບ້ານເຮົາ (ທ້າວ ຄຳພະແກ້ວ ອິນທະວົງ)

ການປະກອບສ່ວນ