ເປັນຫຍັງເຮົາຈຶ່ງມີ ລະບົບພາເຂົ້າລາວ

Soukkhikham Soukhavady
ລະບົບພາເຂົ້າລາວມີຄວາມສຳຄັນຕໍ່ນັກສຶກສາຫລາຍກ່ຽວກັບການຊອກຫາຂໍ້ມູນທີ່ຄົບ ເພື່ອຈະເຮັດບົດລາຍງນ ຫລື ບົດຈົບຊັ້ນ
ຊີວິດນັກສຶກສາ
Phakhaolao

ລະບົບແລກປ່ຽນຄວາມຮູ້ດ້ານຊີວະນາໆພັນກະສິກຳ “ພາເຂົ້າລາວ”ມີຈຸດປະສົງເພື່ອສັງລວມຄວາມຫຼາກຫຼາຍດ້ານຄວາມຮູ້ທີ່ເປັນເອກະສານ ແລະ ຄຳເວົ້້າ ໃນຂອບເຂດທົ່ວປະເທດໃຫ້ມັນສາມາດເຂົ້າເຖິງແລະນໍາໃຊ້ໄດ້ງ່າຍໂດຍນັກສຶກສາ, ນັກຄົ້ນຄວ້າ, ການນັກພັດທະນາ, ຜູ້ຕັດສິນດ້ານນະໂຍບາຍ, ຊຸມຊົນທ້ອງຖິ່ນແລະພາກເອກະຊົນ. ລະບົບດັ່ງກ່າວຈະເປັນລະບົບການສົ່ງ-ຮັບຄວາມຮູ້, ເຂົ້າໃຈງ່ຍ ແລະ ເປັນປະໂຫຍດຕໍ່ຜູ້ນຳໃຊ້.

ລະບົບເນັ້ນໃສ່:
ເຮັດວຽກເປັນພື້ນທີ່ຮວບຮວມຂໍ້ມູນຄວາມຮູ້ທີ່ເປັນທາງງການ ຂອງບັນດາຜະລິດຕະພັນຊີວະນາໆພັນ ແລະ ຂໍ້ມູນທີ່ກ່ຽວກັບຊະນິດພັນຂອງມັນ ລວມທັງສະໜອງຂໍ້ມູນໃຫ້ແກ່ນັກຄົ້ນຄວ້າ ແລະ ທາງດ້ານນະໂຍບາຍ
ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາ, ຜູ້ປະກອບການຊາວກະສິກອນໜຸ່ມ, ຊາວກະສິກອນທັງຍິງ ແລະ ຊາຍໃນການຜະລິດ ກະສິກຳ ແລະ ຜະລິດຕະພັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ
ອຳນວຍຄວາມສະດວກໃນການຮຽນຮູ້ ແລະແບ່ງປັນຂໍ້ມູນລະຫວ່າງພາກສ່ວນຕ່າງໆ ແລະ ສະໜັບສະໜຸນຄວາມປ່ຽນແປງໃນການຜະລິດກະສິກຳ, ການບໍລິໂພກ ແລະ ການນຳໃຊ້ຊີວະນາໆພັນ

ເຮົາຕ້ອງການໃຫ້ຄົນລາວຮັບຮູ້ກ່ຽວກັບມໍລະດົກທາງດ້ານວັດທະນະທຳທີ່ອຸດົມຮັ່ງມີ, ມີຄວາມພາກພູມໃຈ ແລະ ສິ່ງສຳຄັນແມ່ນຕື່ນຕົວໃນການອະນຸລັກຮັກສາ, ຄຸ້ມຄອງ ແລະຮັບຜົນປະໂຫຍດຈາກຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ.

ເຮົາຈະນຳໃຊ້-ຢ່າເຮັດໃຫ້ມັນສູນເສຍໄປ

ການປະກອບສ່ວນ