ຈ່ອມໝາກຄໍ້

Andy Souvanphakdy
ຈ່ອມໝາກຄໍ້ບ່າຍເຂົ້າ ແຊບຫວານມັນອາຫານບ້ານລາວເຮົາ
ເຮືອນຄົວລາວ
phakhaolao.la
phakhaolao.la

ເຄື່ອງປະກອບ

  • ໝາກຄໍ້ຂຽວ 20-25 ໜ່ວຍ
  • ນໍ້າຕານຊາຍແດງ ½ ບ່ວງຊາ
  • ເກືອ1/5 ບ່ວງຊາ
  • ນໍ້າອຸ່ນ 1 ຖ້ວຍ
phakhaolao.la
ໝາກຄໍ້ຂຽວ / Taraw palm

 

ວິທີປຸງແຕ່ງ

  1. ນຳມາແຊ່ນໍ້າທຳມະດາ 20 ນາທີ ຫຼັງຈາກນັ້ນນຳມາແຊ່ນໍ້າອຸ່ນປະມານ 15-20 ນາທີ (ລະວັງ ຢ່າໃຫ້ນໍ້າຮ້ອນຫຼາຍ ເພາະຈະເຮັດໃຫ້ເນື້ອໝາກຄໍ້ເປັນກະດັນ ຫຼື ແຂງ)
  2. ນໍາໝາກຄໍ້ມາປອກເປືອກ ແລ້ວຄັ້ນໃສ່ກັບນໍ້າຕານ ແລະ ເກືອ
  3. ນໍາມາຄັ້ນ ຫຼື ບ່າຍໃສ່ປັ້ນເຂົ້າໜຽວຮ້ອນໆ ພ້ອມຮັບປະທານ

 

phakhaolao.la

 

ສາມາດໃສ່ນໍ້າຕານ ຫຼື ບໍ່ໃສ່ກໍໄດ້ແລ້ວແຕ່ຄວາມມັກ

 

ສູດ ເກດສະລິນ 

ການປະກອບສ່ວນ