ຫາລືຮັບຮອງເອົາປີ້ງໄກ່ນາປົ່ງ ເຂົ້າເປັນສິນຄ້າ "ໜຶ່ງເມືອງໜຶ່ງຜະລິດຕະພັນ"

ປິ້ງໄກ່ແຊບຈາກບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ
https://www.facebook.com/pingkainapongrest/?__cft__[0]=AZVxnOCNcvhQdgzBp4OfDvvcgnKDCyRrvjB7WuaG3rsibOJu6YwCi0cxwFnHHc51BUFlJyCpBEAxhyMR1cmkl1ZWhcQSLXyBN7H_4TuKxvVLqeybQqimIAaGtRfAs8FBC9SyIaR8Fhq0PKd8RIc24UHeQmfs9em1MMdbvfkzVhqWn46y-6FNEkFf9gRh8-JovMI&__tn__=-UC%2CP-R
ປີ້ງໄກ່ນາປົ່ງ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຄົງເຊໂດນ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ເພື່ອຄັດເລືອກເອົາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມຂອງຫ້ອງການເມືອງ

ໂດຍພາຍໃຕ້ການເປັນປະທານຂອງທ່ານສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກເສດຖະກິດ, ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານວິຊາການທີ່ກ່ຽວຂ້ອງ, ຕະຫຼອດຮອດສະມາຄົມກຸ່ມປີ້ງໄກ່ນາປົ່ງເຂົ້າຮ່ວມ

ທ່ານ ພອນສະຫວັດ ວົງນາດີ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຄົງເຊໂດນ ສະບັບເລກທີ 330/ຈມ.ຄດ ລົງວັນທີ 15 ກັນຍາ 200 ການແຕ່ງຕັ້ງຄະນະກຳມະການຄັດເລືອກສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງຄົງເຊໂດນ, ພ້ອມທັງຮັບຟັງຂັ້ນຕອນ ແລະ ເງື່ອນໄຂໃນການຄັດເລືອກເອົາສິນຄ້າໂອດ໊ອບ, ຈາກນັ້ນໃນທີ່ປະຊຸມຜູ້ແທນກອງປະຊຸມກໍໄດ້ມີການປຶກສາຫາລື ເພື່ອຮັບຮອງເອົາ ປີ້ງໄກ່ບ້ານນາປົ່ງ ເປັນສິນຄ້າໂອດ໊ອບ ຂອງເມືອງ ແລະ ແຂວງ, ພ້ອມທັງຮັບຮອງເອົາ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່-ຂາໄກ່ ແລະ ປີ້ງເຄື່ອງໃນໄກ່ ເຂົ້າໃນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງ ແລະ ແຂວງ

https://www.facebook.com/pingkainapongrest/?__cft__[0]=AZVxnOCNcvhQdgzBp4OfDvvcgnKDCyRrvjB7WuaG3rsibOJu6YwCi0cxwFnHHc51BUFlJyCpBEAxhyMR1cmkl1ZWhcQSLXyBN7H_4TuKxvVLqeybQqimIAaGtRfAs8FBC9SyIaR8Fhq0PKd8RIc24UHeQmfs9em1MMdbvfkzVhqWn46y-6FNEkFf9gRh8-JovMI&__tn__=-UC%2CP-R

 

 

News: https://laoedaily.com.la/

ການປະກອບສ່ວນ