ສ​ສວດ ຈັດ​ຂະ​ບວນແຫ່ຜາສາດເຜິ້ງທີ່ບຸນນະມັດສະການພະທາດຫຼວງວຽງຈັນ

www.phakhaolao.la

 

​ູນ​ການ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ​ເດັກ (ສ​ສວດ) ໄດ້​ຈັດ​ຂະ​ບວນແຫ່ຜາສາດເຜິ້ງທີ່ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ທີ່​ຜ່ານ​ມານີ້ ຊຶ່ງນຳ​ພາ​ໂດຍ​ທ່ານ ​ໄຊ​ມຸງ​ຄ​ຸນ ຈັນ​ທະ​ປະ​ເສີດ ປະ​ທານ​ສູນ​ການ​ສຶກ​ສາ ແລະ​ ວັດ​ທະ​ນະ​ທຳ​ເດັກ ແລະ ພ​າກ​ສ່ວນອ​ື່ນ​ໆ​ທີ່​​ສົນ​ໃຈເຂົ້າ​ຮ່ວມ.

ໃນ​ການ​ແຫ່​ຜາ​ສາດ​ເຜິ້ງ​ໃນ​ຄັ້ງ​ນີ້ ນອກ​ຈາກ​ເປັນ​ການ​ສະ​ເຫຼີມ​ສະຫຼອງບຸນນະມັດສະການພະທາດຫຼວງແລ້ວ ຍັງ​ເປັນ​ການຮັກ​ສາ ແລະ ສຶບ​ທອດ​ມູນ​ເຊື້ອ​ຮີດ​​ອອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາດ​ລາວ​ເຮົາ​ໄວ້ ທັງ​ເປັນ​ການ​ສ້າງ​ຂະ​ບວນ​​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ຜູ້​​ມວນ​ຊົນ.

​ປະ​ເພ​ນີ​ແ​ຫ່​ຜາ​ສາດ​ເຜິ້ງ ຖື​ວ່າເປັນ​ອີກກິດ​ຈະ​ກຳ​ໜຶ່ງ​ທີ່​ໄດ້​ສຶບ​ທອດ ແລະ ປະ​ຕິ​ບັດ​ໃນ​ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ​ມາ​ເປັນ​ເວ​ລາຫຼາຍກວ່າ 4 ສັດ​ຈະ​ວັດ​ທີ່​ຜ່າ​ນ​ມາ ຊຶ່ງ​ພິ​ທີ​ດັ່ງ​ກ່າວ​ແມ່ນ​ຂະ​ເລີ່ມ​ໃນ​ຕອນ​ບ່າຍ​ຂອງ​ມື້​ຂຶ້ນ 14 ຄ່ຳ ເດືອນ 12 ( ປະ​ຕິ​ທິນ​ລາວ ) ໂດຍ​ຈະ​ມີ​ການ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ວັດ​ສີ​ເມືອງ ສະ​ຖານ​ທີ່​ສັກ​ກະ​ລັກ​ບູ​ຊາ​ຄູ່ບ້ານ​ຄູ່​ເມືອງ​ຂອງ​ຊາວ​ນະ​ຄອນຫຼ​ວງວຽງ​ຈັນ ກໍ​ຄື​ຂອງ​ຊາວ​ລາວ​ທົ່ວ​ປວງ​ຊົນ.

ຜາ​ສາດ​ເຜິ້ງ​ທີ່​ນຳ​ມາ​ແຫ່​ນັ້ນ​ແມ່ນ​ເຮັດ​ມາ​ຈາກ​ຕົ້ນ​ກ້ວຍ, ໄມ້ ແລະ ອື່ນໆ ເຊິ່ງ​ຈະ​ປະ​ດັບ​ປະ​ດາ​ດ້ວຍດອກ​ເຜິ້ງ ( ຂີ້ເຜິ້ງ ) ພ້ອມ​ດ້ວຍ​ເຄື່ອງ​ໃຊ້​ຕ່າງໆ​ໂດຍ​ສະ​ເພາະ​ແມ່ນ ປື້ມ​ຂຽນ, ປາກ​ກາ, ສໍ​ດຳ ລວມ​ທັງ​ເງິນ​ຈຳ​ນວນ​ຕາມ​ສັດ​ທາ ຖືກ​ຈັດ​ໄວ້​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ປະ​ເທດ​ລາວ​ເຮົາ ທັງ​ເປັນ​ການ​​ໃຫ້ເຫັນ​ເຖິງ​ຄວາມ​ສາ​ມັກ​ຄີພ້ອມ​ກັນ​ສຶບ​ທອດ​ເອ​ກະ​ລັກ ແລະ ປົກ​ປັກ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ລາວ​ນີ້​ໄວ້ໃຫ້​ລູກຫຼາ​ນ​ໄດ້​ສຶບ​ທອດ​ຕໍ່​ໄປ​ໃນ​ອະ​ນາ​ຄົດ.

 

ຂຽນໂດຍ: ບົວວອນ ທິບພາວັນ

ການປະກອບສ່ວນ